ຄວາມຫມາຍຂອງການຈັດສັນພື້ນທີ່ (Definition of spatial planning)
ການຈັດສັນພື້ນທີ່ ມີຫລາຍຄຳນິຍາມ
ແຕ່ວ່າ ຄຳນິຍາມທຳອິດ ແມ່ນກຳນົດໂດຍ European Regional/Spatial Planning Charter ເຊິ່ງປົກກະຕິມັກເອີ້ນວ່າ 'Torremolinos Charter' ໂດຍຖືກຮັບຮອງໃນປີ
1983
ໃນກອງປະຊຸມ ລັດຖະມົນຕີເອີຣົບທີ່ຮັບຜິດຊອບດ້ານການວາງແຜນພາກ
(European Conference of Ministers responsible for Regional
Planning ຫລື CEMAT). “ການວາງແຜນພາກ
ຫລື ການຈັດສັນພື້ນທີ່ ເປັນການສະແດງຄວາມຫມາຍດ້ານພູມສາດສຳລັບນະໂຍບາຍກ່ຽວກັບເສດຖະກິດ, ສັງຄົມ, ວັດທະນະທຳ
ແລະ ນິເວດ. ແລະໃນເວລາດຽວກັນ ຫລັກວິຊາການ, ເຕັກນິກການບໍລິຫານ ແລະ ນະໂຍບາຍ
ໄດ້ຮັບການພັດທະນາຈາກສາຍພົວພັນລະຫວ່າງຂະແຫນງວິຊາສະເພາະໃນລັກສະນະຮອບດ້ານ ນຳໄປສູ່ການພັດທະນາຂົງເຂດທ້ອງຖິ່ນທີ່ສົມດູນ
ແລະ ການຈັດຕັ້ງທາງກາຍະພາບຂອງພື້ນທີ່ຕາມຍຸດທະສາດລວມ”. ໃນປະຈຸບັນ
ໄດ້ມີລະບົບການຈັດສັນພື້ນທີ່ແບບຕ່າງໆ ປະກົດຢູ່ໃນໂລກ.
ສະເພາະພາກພື້ນເອີຣົບຕາເວັນອອກສ່ຽງເຫນືອ ກໍ່ຄືບັນດາປະເທດສະແກນດີນີວຽນ
ການຈັດສັນພື້ນທີ່ໄດ້ປະກົດຂຶ້ນຫລາຍນັບແຕ່ຊຸມປີ 1950 ເປັນຕົ້ນມາ.
ການຈັດ ສັນພື້ນທີ່ ຄືການວາງແຜນ ໃນມຸມມອງມະຫາພາກ ກ່ຽວເນື່ອງກັບການປະສານງານ ແລະ ການປະສົມປະສານລະຫວ່າງຂະແຫນງການ ເຊັ່ນ: ການຄົມມະນາຄົມຂົນສົ່ງ ແລະ ອຸດສະຫະກຳ ເຊິ່ງແນວຄິດດັ່ງກ່າວນີ້ ມີລັກສະນະກົງກັນຂ້າມກັບແນວຄິດການວາງແຜນແບບເດີມທີ່ມັກຈະມີຂອບເຂດຈຳກັດສະເພາະການວາງແຜນການນຳໃຊ້ທີ່ດິນ. (Planning Help).

ການຈັດສັນພື້ນທີ່ ຫມາຍເຖິງວິທີການທີ່ນຳໃຊ້ສຳລັບພາກລັດຖະບານ
ແລະ ສົ່ງຜົນຕໍ່ການກະຈາຍຂອງຜູ້ຄົນ ແລະ ກິດຈະກຳໃນພື້ນທີ່ລະດັບແຕກຕ່າງກັນ.
ການຈັດສັນພື້ນທີ່ ກວມເອົາທຸກລະດັບການວາງແຜນການນຳໃຊ້ທີ່ດິນ ປະກອບດ້ວຍ:
ການວາງແຜນຜັງເມືອງ, ການວາງແຜນພາກ, ການວາງແຜນສະພາບແວດລ້ອມ, ການວາງແຜນພື້ນທີ່ຂອງປະເທດ ແລະ
ການວາງແຜນພື້ນທີ່ໃນລະດັບພາກພື້ນ. (Wikipedia).
“ການວາງແຜນການນຳໃຊ້ທີ່ດິນ (Land use planning) ເປັນສາຂາຫນຶ່ງຂອງນະໂຍບາຍສາທາລະນະ ຫລື ການບໍລິຫານລັດ ເຊິ່ງມີຫລາຍສາຂາວິຊາສະເພາະປິ່ນອ້ອມ ເພື່ອຊອກຫາຄວາມເປັນລະບຽບ ແລະ ການຄວບຄຸມການນຳໃຊ້ທີ່ດິນຢ່າງມີປະສິດທິພາບ ແລະ ມີຈັນຍາທຳ.
ການວາງແຜນການນຳໃຊ້ທີ່ດິນ ຫມາຍເຖິງການກຳນົດທີ່ດິນ, ຊັບພະຍາກອນ ແລະ ສິ່ງອຳນວຍຄວາມສະດວກ ແລະ ການບໍລິການຢ່າງເປັນລະບຽບ, ຢ່າງສວຍງາມ ແລະ ຢ່າງມີວິທະຍາສາດ ເພື່ອຮັບປະກັນປະສິດທິພາບທາງດ້ານກາຍະພາບ, ດ້ານເສດຖະກິດ ແລະ ດ້ານສັງຄົມ, ເພື່ອສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີຂອງຊຸມຊົນເມືອງ ແລະ ຊົນນະບົດ” (Canadian Institute of Planners).
ການວາງແຜນຜັງເມືອງ (Urban, city, and town planning) ແມ່ນປະກອບມີການວາງແຜນການນຳໃຊ້ທີ່ດິນ ແລະ ການວາງແຜນການຄົມມະນາຄົມຂົນສົ່ງ ເພື່ອປັບປຸງສະພາບແວດລ້ອມສິ່ງກໍ່ສ້າງ ແລະ ສະພາບແວດລ້ອມສັງຄົມຂອງຊຸມຊົນ. ການວາງແຜນພາກ ແມ່ນການຈັດສັນໃນລະດັບທີ່ກວ້າງກວ່າ ແລະ ມີຄວາມລະອຽດຫນ້ອຍກວ່າ. ການວາງແຜນຜັງເມືອງ ອາດຈະປະກອບດ້ວຍການປັບປຸງ ຫລື ຟື້ນຟູເມືອງເກົ່າ ດ້ວຍການປັບວິທີການວາງແຜນຜັງເມືອງໃຫ້ເຂົ້າກັບເມືອງທີ່ມີມາກ່ອນ ແລະ ຢູ່ໃນສະພາບທີ່ຊຸດໂຊມ ທັງຂາດການລົງທຶນ.
ການວາງແຜນສະພາບແວດລ້ອມ ໄດ້ເກີດເປັນສາຂາວິຊາສະເພາະຫນຶ່ງ ນັບແຕ່ຊຸມປີ 1970 ເປັນຕົ້ນມາ, ໃຫ້ຄວາມສົນໃຈແກ່ການປົກປັກຮັກສາຮ່ວມກັນຂອງສັງຄົມ ຕໍ່ກັບຊັບພະຍາ ກອນທີ່ປະກອບເປັນໂລກຫນ່ວຍນີ້. ຈຸດປະສົງຂອງການວາງແຜນສະພາບແວດລ້ອມ ແມ່ນເພື່ອສັງລວມການວາງແຜນຜັງເມືອງ ເຂົ້າກັບຄວາມຫ່ວງໄຍຕໍ່ສະພາບແວດລ້ອມ ທັງນີ້ແມ່ນເພື່ອການພັດທະນາທີ່ຍືນຍົງ ເປັນຕົ້ນແມ່ນ ຊັບພະຍາກອນອາກາດ, ນ້ຳ, ດິນ ແລະ ຫີນ. ການວາງແຜນແມ່ນພິຈາລະນາເຖິງການເຕີບໂຕໃນອະນາຄົດຂອງປັດໄຈສັງຄົມ ນອກເຫນືອຈາກການພັດທະນາທາງດ້ານເສດຖະກິດທີ່ນັກວາງແຜນຜັງເມືອງແບບ ເກົ່າໄດ້ຄຳນຶງເຖິງໃນໄລຍະຜ່ານມາ ເປັນຕົ້ນແມ່ນ ການຄົມມະນາຄົມຂົນສົ່ງ, ສຸຂາພິບານ ແລະ ການບໍລິການອື່ນໆ.

ຍັງມີຕໍ່. ເພື່ອໃຫ້ທ່ານສາມາດ ອ່ານເນື້ອໃນກ່ຽວກັບບົດນີ້ໄດ້ ກະລຸນາລງົທະບຽນເປັນສະມາຊິກ ແລະ ກັບມາຢ້ຽມຢາມເບິ່ງໃຫມ່.
To be continued. To access full content of this topic, please register and come back later.