ແຄລເຣນສ໌ ເພີຣີ
ແຄລເຣັນສ໌ ເພີຣີ ເປັນນັກສັງຄົມວິທະຍາຊາວອາເມລິກາ
ຜູ້ໄດ້ພັດທະນາແນວຄວາມຄິດແບບຄຸ້ມບ້ານ ໃນປີ ຄສ. 1929 ໂດຍພັດທະນາຕໍ່ຍອດຈາກແນວຄິດເມືອງອຸທະຍານ
ເຊິ່ງໄດ້ຮັບການວາງຮາກຖານໂດຍ ອະເບັນເນເຊີ ໂຮເວີດ ໃຫ້ເປັນທີ່ຍອມຮັບທົ່ວອາເມລິກາ.
ຫລັກການຂອງຄຸ້ມບ້ານ ຄືການເປັນຫົວຫນ່ວຍຍ່ອຍຂອງຊຸມຊົນເມືອງ ຄື “ການໃຊ້ໄລຍະທາງຍ່າງເປັນມາດຕະຖານໃນການກຳນົດຂະຫນາດເນື້ອທີ່ຂອງເນື້ອທີ່
1 ຄຸ້ມບ້ານ” ໂດຍມີປະເດັນປະກອບການພິຈາລະນາຄື:
a.
ຄຸ້ມບ້ານຫນຶ່ງຄວນມີເນື້ອທີ່
2500 ເຮັກຕາ ຂະຫນາດລັດສະຫມີບໍ່ເກີນ 400 ແມັດ ຫລື ໃຊ້ເວລາຍ່າງປະມານ 6-10 ນາທີ.
ຄົນທົ່ວໄປພໍໃຈທີ່ຈະຍ່າງບໍ່ເກີນ 800 ແມັດ ດ້ວຍຄວາມໄວ 4 ກິໂລແມັດຕໍ່ຊົ່ວໂມງ
ຖ້າຫາກວ່າຕ້ອງຍ່າງທຸກມື້ (Paul D. Spreiregen, 1965);
b.
ມີປະຊາກອນອາໄສບໍ່ຕ່ຳກວ່າ
5000 ຄົນ ເພື່ອໃຫ້ມີປະຊາກອນທີ່ເປັນເດັກນ້ອຍຫລາຍພຽງພໍສຳລັບການເປີດໂຮງຮຽນອະນຸບານ
1 ແຫ່ງ;
c.
ມຸມຖະຫນົນຮອບນອກຊຸມຊົນຊຶ່ງຕິດຖະຫນົນໃຫຍ່
ຄວນເປັນທີ່ຕັ້ງຂອງອາຄານຊຸດ ຫລື ໂບດ ຫລື ກຸ່ມຮ້ານຄ້າຍ່ອຍ;
d.
ສູນກາງຂອງຄຸ້ມບ້ານ
ເປັນທີ່ຕັ້ງຂອງກຸ່ມອາຄານສາທາລະນະປະຈຳຄຸ້ມບ້ານ;
e.
ມີກຸ່ມອາຄານທີ່ຢູ່ອາໄສແຈກຢາຍອອກໄປ
ແຕ່ຜູ້ຢູ່ອາໄສໃນເຮືອນແຕ່ລະຫລັງສາມາດຍ່າງຫລືຂີ່ລົດຖີບເພື່ອໄປຫາອາຄານສາທາລະນະ,
ໂຮງຮຽນອະນຸບານ ຫລື ຮ້ານຄ້າຍ່ອຍ ຜ່ານສວນສາທາລະນະຊຸມຊົນ ແລະ ເດີ່ນຫລິ້ນຂອງເດັກນ້ອຍທີ່ກະຈາຍຢູ່
3-4 ແຫ່ງ ເຊິ່ງລວມກັນແລ້ວບໍ່ຕ່ຳກວ່າ 10 ສ່ວນຮ້ອຍຂອງເນື້ອທີ່ຄຸ້ມບ້ານທັງຫມົດ;
f.
ຖະຫນົນພາຍໃນຄຸ້ມບ້ານບໍ່ກວ້າງຫລາຍ
ແລະ ໄດ້ຮັບການອອກແບບສຳລັບການນຳໃຊ້ທີ່ເບົາບາງ ແຕ່ສະດວກໃນການຕິດຕໍ່ກັບສູນກາງຄຸ້ມບ້ານ
ແລະ ຮ້ານຄ້າຮອບນອກ.
ທິດສະດີຈິດຕະວິທະຍາເກສຕັນທ໌
ນັກວິຊາການຈາກມະຫາວິທະຍາໄລ
ຮາຣ໌ວາດ ແລະ ສະຖາບັນ MIT ໄດ້ນຳແນວຄິດທີ່ປະຍຸກຈາກຈິດຕະວິທະຍາເກສຕັນທ໌ ມາໃຊ້ໃນການສອນທັດສະນະສິລະປະ, ການອອກແບບ
ແລະ ສະຖາປັດຕະຍະກຳ ຕັ້ງແຕ່ຊຸມປີ ຄສ. 1940 ຈົນມີການແຜ່ຂະຫຍາຍ ແລະ ກາຍເປັນທິດສະດີການອອກແບບຜັງເມືອງໃນທີ່ສຸດ.
ທິດສະດີຈິດຕະວິທະຍາເກສຕັນທ໌ ເປັນທິດສະດີທີ່ກ່ຽວກັບ
ການຮັບຮູ້ ຂອງມະນຸດ:
g.
ຄວາມສຳພັນລະຫວ່າງ
ພາບ ແລະ ພື້ນ ຄື ມະນຸດມີແນວໂນ້ມການຮັບຮູ້ທີ່ຈະຕັດທອນລາຍລະອຽດປີກຍ່ອຍທີ່ບໍ່ຈຳເປັນສັບຊ້ອນອອກໄປ
ໂດຍເບິ່ງແລະຮັບຮູ້ສິ່ງອ້ອມຮອບຕ່າງໆເປັນໂຄງພາບລວມ;
h.
ການຈັດລະບຽບໃນການຮຽນຮູ້
ເກີດຈາກ ສິ່ງທີ່ມີລັກສະນະຄ້າຍຄືກັນ,
ສິ່ງທີ່ມີຄວາມຕໍ່ເນື່ອງກັນ, ສິ່ງທີ່ຢູ່ໄກ້ຊິດກັນ, ສິ່ງທີ່ມີຄວາມສົມບູນໃນຕົວ;
i.
ພາບລວງຕາ
ຄືພາບທີ່ເຮັດໃຫ້ຄົນແຕ່ລະຄົນເກີດຄວາມຮັບຮູ້ທີ່ບິດເບືອນໄປຈາກຄວາມເປັນຈິງ
ແລະ ອາດຈະຮັບຮູ້ພາບແຕກຕ່າງກັນໄປ.
ປະໂຫຍກທີ່ສຳຄັນຂອງທິດສະດີດັ່ງກ່າວນີ້ຄື
“ສ່ວນລວມມີຄວາມຫມາຍຫລາຍກວ່າຜົນບວກຂອງອົງປະກອບຍ່ອຍແຕ່ລະສ່ວນ” ທີ່ເນັ້ນຄວາມສຳຄັນຂອງພາບລວມທັງຫມົດ
ແລະ ຄວາມເປັນກຸ່ມກ້ອນອັນດຽວກັນ.
ຮູບທີ
ຮູບຕົວຢ່າງສະແດງ ທິດສະດີຈິດຕະວິທະຍາເກສຕັນທ໌
ທິດສະດີຈິນຕະນາພາບເມືອງ
ເຄວິນ ລິນຈ໌ [1]
ເປັນຜູ້ຄິດຄົ້ນແລະພັດທະນາ ທິດສະດີຈິນຕະນາພາບເມືອງ[2]
ແລະ ທິດສະດີຮູບຊົງທີ່ດີຂອງເມືອງ[3].
ເຄວິນ ລິນຈ໌ ເປັນນັກວິຊາການໃນສາຂາການອອກແບບຜັງເມືອງທີ່ມີຊື່ສຽງ
ແລະ ເປັນທີ່ຮັບຮູ້ຢ່າງກວ້າງຂວາງ ນັບແຕ່ປີ ຄສ. 1940 ເຖິງປະຈຸບັນ. ທິດສະດີຈິນຕະນາພາບເມືອງ ມີເນື້ອຫາສຳຄັນຄື:
2.
ເມື່ອຕົກຢູ່ໃນສະພາບແວດລ້ອມທີ່ບໍ່ຄຸ້ນເຄີຍ
ຄົນເຮົາຈະຮູ້ສຶກຢ້ານກົວວ່າອາດຈະຫລົງທາງ ຈຳຕ້ອງໃຊ້ສັນຊາດຕະຍານຈົດຈຳສິ່ງຕ່າງໆ
ພ້ອມທັງ ຊອກຫາທິດທາງ[4]
ໂດຍການອ່ານແຜນທີ່ ແລະ ປ້າຍສັນຍານຕ່າງໆ. ຍິ່ງສະພາບແວດລ້ອມມີຄວາມເປັນລະບຽບ
ແລະ ມີເອກກະລັກເທົ່າໃດ ກໍ່ຈະເຮັດໃຫ້ມີການຈົດຈຳດີຍິ່ງຂຶ້ນ ເຮັດໃຫ້ເກີດຄວາມອົບອຸ່ນ,
ຄົນບໍ່ຫລົງທິດທາງ, ເກີດຄວາມຫມັ້ນໃຈ ແລະ ຄຸ້ນເຄີຍກັບສະຖານທີ່ຢ່າງງ່າຍດາຍ.
ດ້ວຍເຫດນັ້ນ ສະພາບແວດລ້ອມໃນເມືອງທີ່ມີລະບຽບ, ມີໂຄງສ້າງຊັດເຈນ ແລະ ມີເອກກະລັກຍ່ອມເປັນເມືອງທີ່ຜູ້ຄົນນິຍົມຊົມຊອບ;
3.
ຫລັກການທີ່ ເຄວິນ ລິນຈ໌ ໄດ້ປະຍຸກໃຊ້ ທິດສະດີຈິດຕະວິທະຍາເກສຕັນລ໌ ໃນການອອກແບບຜັງເມືອງມີ
2 ປະການຄື: ຕ້ອງພະຍາຍາມສ້າງເອກກະລັກ[5]
ແລະ ຈັດລະບຽບໂຄງສ້າງ[6]
ໃນພາກສ່ວນຕ່າງໆຂອງເມືອງທີ່ເບິ່ງເຫັນໄດ້ຢ່າງຊັດເຈນ ເພື່ອໃຫ້ເມືອງອ່ານເຂົ້າໃຈໄດ້ [7]
ຫລືວ່າ ມະໂນພາບໄດ້ [8].
ທິດສະດີຈິດຕະວິທະຍາເກສຕັນລ໌ ໄດ້ໃຫ້ຄວາມສຳຄັນກັບການສັງລວມ
ຫລາຍກວ່າເປັນອົງປະກອບທີ່ແຍກໂດດດ່ຽວ ແລະ ມຸ່ງຫມາຍໃນການສຶກສາຂະບວນການການຮັບຮູ້[9]
ແລະ ຂະບວນການຄວາມເຂົ້າໃຈ[10]
ໂດຍໃຫ້ຄວາມສຳຄັນບໍ່ສະເພາະແຕ່ສິ່ງກະຕຸ້ນ ເຊິ່ງຫລັກການສຳຄັນຄື:
a.
ມະນຸດມີແນວໂນ້ມທີ່ຈະຮັບຮູ້ສະພາບແວດລ້ອມ
ໂດຍການເຮັດໃຫ້ລຽບງ່າຍລົງ ຫລື ການຫລຸດຜ່ອນຄວາມສັບຊ້ອນ;
b.
ມະນຸດມີແນວໂນ້ມທີ່ຈະເຫັນໂຄງຮ່າງຮູບລັກສະນະທີ່ສົມບູນ
ແລະ ສາມາດຕື່ມສິ່ງທີ່ຂາດຫາຍໄປໃຫ້ເກີດຄວາມສົມບູນໄດ້ ໂດຍສະເພາະແມ່ນຮູບເລຂາຄະນິດ
ແລະ ສິ່ງທີ່ເຄີຍພົບເຫັນແລະມີປະສົບການມາກ່ອນ;
c.
ມະນຸດມີແນວໂນ້ມການເບິ່ງເຫັນຄວາມແຕກຕ່າງລະຫວ່າງພາບແລະພື້ນ.
4.
ເມືອງທີ່ມີຄວາມຊັດເຈນ
ແລະ ມີຄຸນນະພາບ ເຮັດໃຫ້ງ່າຍຕໍ່ການຮັບຮູ້, ບັນທຶກ ແລະ ຈົດຈຳຜ່ານ ຂະບວນການຄວາມເຂົ້າໃຈ ທີ່ຈິດຕະວິທະຍາທີ່ເຮັດໃຫ້ເກີດ
ແຜນທີ່ໃນໃຈ[11]
ແລະໃນທີ່ສຸດກໍ່ຈະເກີດມີ ຈິນຕະນາພາບ
ໃນລະບົບຈິດສຳນຶກ.
5.
ຈາກການວິໄຈຄວາມສຳພັນລະຫວ່າງຄົນກັບສະພາບແວດລ້ອມທາງກາຍະພາບຂອງເມືອງໃນ
3 ເມືອງ ເຄວິນ ລິນຈ໌ ໄດ້ພົບວ່າ ອົງປະກອບທີ່ເຮັດໃຫ້ຄົນຈົດຈຳເມືອງໄດ້ດີມີ
5 ຢ່າງຄື: ແກນເສັ້ນທາງ[12],
ຈຸດຊຸມນຸມ[13],
ຍ່ານ[14],
ເສັ້ນຂອບ[15],
ແລະ ຈຸດເດັ່ນ ຫລື ສັນຍາລັກ[16].
6.
ທັງ
5 ອົງປະກອບດັ່ງກ່າວ ເປັນສ່ວນຫນຶ່ງຂອງ ແຜນທີ່ໃນໃຈ
ເຊິ່ງສະທ້ອນຈາກຄວາມຮັບຮູ້ລວມຂອງປະຊາຊົນສ່ວນໃຫຍ່ໃນເມືອງ ທີ່ເອີ້ນວ່າ ຈິນຕະນາພາບສ່ວນລວມ[17]
ຂອງເມືອງ ເຊິ່ງບໍ່ໄດ້ເປັນພາບທີ່ເຫັນຕົວຈິງດ້ວຍສາຍຕາ ແລະ ບໍ່ແມ່ນ ຈິນຕະນາພາບ ຂອງຜູ້ອອກແບບເອງ. ດັ່ງນັ້ນ
ການຈະນຳອົງປະກອບດັ່ງກ່າວໄປໃຊ້ໃນການສຶກສາເມືອງ ຕ້ອງສຳຫລວດເກັບກຳຂໍ້ມູນ ແຜນທີ່ໃນໃຈ ຂອງຜູ້ຄົນໃນເມືອງໃນປະລິມານທີ່ພຽງພໍທີ່ເກີດຄວາມເຊື່ອຫມັ້ນໃນການເປັນຕົວແທນໄດ້
ເພື່ອສຶກສາຄວາມຮັບຮູ້ຂອງປວງຊົນທີ່ມີຕໍ່ ຈິນຕະນາພາບ ຂອງເມືອງ ແລະ ນຳໄປໃຊ້ໃນການອອກແບບຕໍ່ໄປ.
a.
ແກນເສັ້ນທາງ ຄືເສັ້ນທາງທີ່ຜູ້ຄົນຮັບຮູ້ແລະສັນຈອນຜ່ານ
ເຊັ່ນ: ຖະຫນົນ, ທາງຍ່າງ, ຫ້ວຍຮ່ອງ ແລະ ແມ່ນ້ຳ ລວມທັງທາງລົດໄຟ ແລະ ລົດລາງໄຟຟ້າ.
ເສັ້ນທາງມີຄວາມສຳຄັນສູງສຳລັບ ແ
ຂອງສະຖານທີ່;
b.
ຈຸດຊຸມນຸມ ຄືຈຸດທີ່ເປັນຈຸດທີ່ເປັນບ່ອນຊຸມນຸມ
ຫລື ລວມກັນຂອງກຸ່ມຄົນ ຫລື ມີກິດຈະກຳທີ່ດຶງດູດຄົນມາລວມກັນ ເຊິ່ງເກີດຂຶ້ນໂດຍທຳມະຊາດໃນບ່ອນທີ່ເສັ້ນທາງສຳຄັນຕັດກັນ
ຫລື ເປັນບໍລິເວນຕະຫລາດ, ສູນການຄ້າ ແລະ ສະຖານທີ່ສຳຄັນອື່ນໆ;
c.
ຍ່ານ ເປັນບໍລິເວນທີ່ມີລັກສະນະທາງກາຍະພາບ
ຫລື ກິດຈະກຳຂອງອົງປະກອບຕ່າງໆທີ່ຄ້າຍກັນ ຫລື ຄືກັນ ແລະ ເປັນທີ່ຈົດຈຳຮັບຮູ້ຂອງຜູ້ຄົນວ່າເປັນບໍລິເວນທີ່ມີຄວາມຫມາຍຫລາຍກວ່າລັກສະນະທາງກາຍະພາບ
d.
ເສັ້ນຂອບ ຄືເຂດແດນປິດກັ້ນການຂະຫຍາຍຕົວຂອງການກໍ່ສ້າງ
e.
ຈຸດເດັ່ນ ຫລື ສັນຍາລັກ ຄືວັດຖຸ ທີ່ເປັນທຳມະຊາດ ຫລື ສິ່ງກໍ່ສ້າງທີ່ມີຄວາມສູງ,
ໂດດເດັ່ນ ເປັນເປົ້າຫມາຍສາຍຕາ ທີ່ເຫັນແລະຈົດຈຳໄດ້ແຕ່ໄກ. ຈຸດເດັ່ນ ຫລື ສັນຍາລັກ ປະກອບດ້ວຍ ອາຄານສູງ, ຫໍຄອຍ, ຫໍປາສາດ, ພູເຂົາ, ຕົ້ນໄມ້ໃຫຍ່
ແລະ ອື່ນໆ.
ຮູບທີ
ອົງປະກອບໃນການສ້າງ ຈິນຕະນາພາບເມືອງ ຂອງ
ເຄວິນ ລິນຈ໌
7.
ສະພາບແວດລ້ອມເມືອງທີ່ດີ
ຈະຕ້ອງໃຫ້ຄວາມຮູ້ສຶກສາທີ່ກ່ຽວເນື່ອງ, ເຊື່ອມໂຍງກັນໃນທຸກລະດັບ, ທຸກທິດທາງ
ທັງໃຫ້ຄວາມຮູ້ສຶກທີ່ສະຫນິດແຫນ້ນ ແລະ ຮວມກັນເປັນກກຸ່ມກ້ອນ ເພື່ອໃຫ້ເກີດຄວາມຮູ້ສຶກເຖິງການສັງລວມ.
ການທີ່ສະພາບແວດລ້ອມເມືອງ
ຫລື ອາດຈະລວມເຖິງກຸ່ມອາຄານ ມີອົງປະກອບຈິນຕະນາພາບທັງ 5 ຄົບຖ້ວນຊັດເຈນ
ຈະອ່ານໄດ້ງ່າຍ ແລະ ວາດຈິນຕະນາພາບໄດ້ອອກ. ໃນກາງກົງກັນຂ້າມ ຖ້າຫາກຂາດເອກກະລັກ,
ສັບສົນ ແລະ ມີໂຄງສ້າງທີ່ຄຸມເຄືອ ຈະຕ້ອງແກ້ໄຂດ້ວຍການປັບປຸງ ຫລື ເພີ່ມເຕີມອົງປະກອບທີ່ບໍ່ດີ
ແລະ ບົກຜ່ອງ ໃຫ້ສົມບູນຂຶ້ນ ເພື່ອໃຫ້ເກີດສະພາບແວດລ້ອມເມືອງທີ່ມີໂຄງສ້າງຊັດເຈນ
ແລະ ມີເອກກະລັກທີ່ຊັດເຈນໂດດເດັ່ນ.
ທິດສະດີຮູບຊົງທີ່ດີຂອງເມືອງ
ຫລັງຈາກທີ່ ເຄວິນ ລິນຈ໌ ໄດ້ພັດທະນາ ທິດສະດີຈິນຕະນາພາບເມືອງ ໄດ້່ຊາວກວ່າປີ ລາວໄດ້ສຶກສາເພື່ອພັດທະນາແນວຄິດ
ເພື່ອສ້າງເປັນ ທິດສະດີຮູບຊົງທີ່ດີຂອງເມືອງ
ໃນປີ ຄສ. 1981. ເຄວິນ ລິນຈ໌ ໄດ້ກ່າວວ່າທິດສະດີທີ່ກ່ຽວຂ້ອງກັບປະກົດການທາງກາຍະພາບຂອງເມືອງມີຢູ່
3 ຢ່າງຄື:
1.
ທິດສະດີກ່ຽວກັບການຕັດສິນໃຈ
2.
ທິດສະດີກ່ຽວກັບການເກີດແລະພັດທະນາຮູບຊົງເມືອງ
3.
ທິດສະດີບັນທັດຖານ
ທີ່ກ່ຽວກັບຄວາມສຳພັນລະຫວ່າງຄ່ານິຍົມຂອງມະນຸດກັບຮູບຊົງຂອງເມືອງ
ທິດສະດີຮູບຊົງທີ່ດີຂອງເມືອງ ມີຫລັກການອອກແບບເມືອງດ້ວຍຄຳສຳຄັນ
5 ຄຳຄື: ຄວາມຈຳເປັນ, ຄວາມຮູ້ສຶກ, ຄວາມເຫມາະສົມ, ການເຂົ້າເຖິງ,
ການຄວບຄຸມ. ການອອກແບບຜັງເມືອງເປັນສິ່ງທີ່ສ້າງຜົນກະທົບຕໍ່ຄົນຈຳນວນຫລາຍ,
ດັ່ງນັ້ນ ການໃຊ້ຄວາມຮູ້ສຶກດ້ານສິລະປະ ແລະ ຄວາມພໍໃຈສ່ວນຕົວຂອງຜູ້ໃດຜູ້ຫນ່ຶງມາຕັດສິນຈຶ່ງເປັນສິ່ງທີ່ບໍ່ເຫມາະສົມ
ແລະ ຕ້ອງໃຊ້ເຫດແລະຜົນໃນການອະທິບາຍເພື່ອໃຫ້ເປັນທີ່ຍອມຮັບ ແລະ ພິສູດໄດ້.
1.
ຄວາມຈຳເປັນ ຫມາຍເຖິງປັດໄຈໃນການດຳລົງຊີວິດທີ່ສຸກສະບາຍ,
ປອດໄພ ເຊິ່ງປະກອບດ້ວຍສິ່ງຕອບສະຫນອງຄວາມຕ້ອງການດ້ານຮ່າງກາຍ 3 ປະການຄື:
a.
ອາຫານ,
ນ້ຳ, ອາກາດ, ພະລັງງານ ແລະ ການຖ່າຍເທສິ່ງເສດເຫລືອ
b.
ຄວາມປອດໄພ,
ພະລານາໄມ, ປາສະຈາກອຸປະຕິເຫດ ແລະ ອັນຕະລາຍ
c.
ສະພາບແວດລ້ອມທີ່ເຫມາະສົມກັບລັກສະນະຂອງມະນຸດ
ເຊັ່ນ: ຄວາມສູງທີ່ສາມາດຢື້ເຖິງ, ໄລຍະທາງທີ່ເຫມາະສົມ, ການນອນ ແລະ ການຕື່ນ,
ຄວາມລະມັດລະວັງ, ການຕອບສະຫນອງຕໍ່ສິ່ງກະຕຸ້ນ, ພາວະການຢູ່ສະບາຍ
2.
ຄວາມຮູ້ສຶກ ຫມາຍເຖິງສິ່ງທີ່ເກີດຈາກ
ຈິນຕະນາພາບເມືອງ ທີ່ກ່ຽວກັບລະບົບມະໂນທັດ,
ການຮັບຮູ້, ແລະ ຂະບວນຄວາມເຂົ້າໃຈ
ທີ່ເຮັດໃຫ້ເກີດ:
a.
ຄວາມຮູ້ສຶກຕໍ່ຈຸດພິເສດຂອງສະຖານທີ່
b.
ຄວາມຮູ້ສຶກຕໍ່ຕຳແຫນ່ງທີ່ຕັ້ງ ຈາກໂຄງສ້າງທາງຈິນຕະນາພາບ
ແລະ ແຜນທີ່ໃນໃຈ
c.
ຄວາມຮູ້ສຶກຕໍ່ໂອກາດພິເສດ
ເມື່ອເກີດຄວາມຮູ້ສຶກກັບສະຖານທີ່ທີ່ມີເອກກະລັກ
ແລະ ມີໂຄງສ້າງທີ່ດີແລ້ວ ຈິດໃຈຂອງເຮົາຈະເກີດການຈົດຈຳ, ເກີດຄວາມຫມັ້ນໃຈ,
ຄວາມອົບອຸ່ນໃຈ ແລະ ບໍ່ສັບສົນຫລືຫລົງທາງ. ມີຫລັກການອີກ 3 ຢ່າງທີ່ຊ່ວຍໃນການຈົດຈຳຄື:
ຄວາມເຫມາະສົມລົງຕົວກັບຫນ້າທີ່ໃຊ້ສອຍ,
ເປັນເຫດການທີ່ເກີດເປັນປົກກະຕິ, ມີການສື່ສານດ້ວຍສັນຍາລັກ. ການສ້າງເອກກະລັກ
ແລະ ໂຄງສ້າງເມືອງໃຫ້ຊັດເຈນນັ້ນ ບໍ່ຫມາຍຄວາມວ່າ ທຸກຢ່າງແຈ່ມແຈ້ງໄປທັງຫມົດ.
ຄວນຮັກສາພາກສ່ວນໃດຫນຶ່ງໃຫ້ມີຄວາມຄຸມເຄືອ ເພື່ອໃຫ້ເກີດຄວາມຮູ້ສຶກທ້າທາຍ
ໃນການຄົ້ນຫາ ແລະ ຊອກຮູ້;
3.
ຄວາມເຫມາະສົມ ຫມາຍເຖິງການສ້າງຄວາມກົມກືນໃນຄວາມສຳພັນລະຫວ່າງ
ອາຄານສະຖານທີ່ ກັບ ພຶດຕິກຳຂອງຄົນ ໂດຍສະເພາະແມ່ນກ່ຽວກັບຄວາມສະດວກສະບາຍ
ແລະ ຄວາມເພິ່ງພໍໃຈຂອງຜູູ້ນຳໃຊ້. ຄວາມເຫມາະສົມ
ສາມາດປ່ຽນແປງໄດ້ຕາມປະໂຫຍດໃຊ້ສອຍຂອງອາຄານ ແລະ ຂຶ້ນກັບວັດທະນະທຳຂອງຄົນໃນເມືອງ.
4.
ການເຂົ້າເຖິງ ຫມາຍເຖິງ ການຕິດຕໍ່ສື່ສານຂອງສັງຄົມມະນຸດ
ໃນສັງຄົມເມືອງ ເຊັ່ນ: ການເດີນທາງ, ການໄປມາຫາສູ່, ການຕິດຕໍ່ສື່ສານດ້ວຍອຸປະກອນການສື່ສານຕ່າງໆ
ເຊັ່ນ: ໂທລະສັບ, ໂທລະສານ, ອີິນເຕີເນັດ ເປັນຕົ້ນ. ການສ້າງສະພາບແວດລ້ອມທີ່ດີ
ສຳລັບຊຸມຊົນຄື: ການພະຍາຍາມໃຫ້ຄົນເຂົ້າໄປນຳໃຊ້ໄດ້ງ່າຍ, ຊັດເຈນ, ສົມຄວນ,
ມີຄວາມສະດວກສະບາຍ.
5.
ການຄວບຄຸມ ຫມາຍເຖິງການຄອບຄອງເນື້ອທີ່ຂອງມະນຸດ
ໂດຍມີລະບຽບການຄວບຄຸມ ເພື່ອເຮັດໃຫ້ເກີດຄວາມສອດຄ່ອງລະຫວ່າງພຶດຕິກຳ ກັບ
ອາຄານສະຖານທີ່ ເຊັ່ນ: ສິດໃນການເປັນເຈົ້າຂອງ, ສິດໃນການນຳໃຊ້, ສິດໃນການປັບປຸງປ່ຽນແປງ,
ແລະ ສິດໃນການໂອນກຳມະສິດໃຫ້ຄົນອື່ນຕາມຄວາມພໍໃຈ. ສັງຄົມເມືອງຈະຢູ່ໄດ້ດີ
a.
ຄວາມລົງລອຍ ທີ່ຫມາຍເຖິງການຫລີກລ້ຽງຂໍ້ຂັດແຍ່ງກ່ຽວກັບສິດໃນການຄອບຄອງປະໂຫຍດ
ນຳໃຊ້ທີ່ດິນ;
b.
ຄວາມຮັບຜິດຊອບ ທາງດ້ານການຄຸ້ມຄອງບໍລິຫານ
ແນໃສ່ບັນເທົາຄວາມຂັດແຍ່ງກ່ຽວກັບສິດໃນການຄອບຄອງປະໂຫຍດນຳໃຊ້ທີ່ດິນ;
c.
ຄວາມແນ່ນອນ
ຈາກການສະແດງອານາເຂດຄອບຄອງຊັດເຈນ ເຊັ່ນ: ຮົ້ວ, ປ້າຍ ແລະອື່ນໆ.
ເຄວິນ ລິນຈ໌ ໄດ້ເຕືອນວ່າ ເມື່ອນຳເອົາ ທິດສະດີຮູບຊົງທີ່ດີຂອງເມືອງ ໄປໃຊ້
ອາດເກີດຄວາມຂັດແຍ່ງກັນລະຫວ່າງຄວາມຕ້ອງການດ້ານຕ່າງໆທັງ 5 ປະການ ເຊິ່ງຕ້ອງໄດ້ໃຊ້ພິຈາລະນາເປັນແຕ່ລະກໍລະນີໄປ.
ທິດສະດີທິວທັດເມືອງ
ກໍຣ໌ດອນ ຄັລເລນ ໄດ້ສຶກສາ ແລະ ພັດທະນາ ທິດສະດີທິວທັດເມືອງ[18].
ລາວເປັນຄົນມີພອນສະຫວັນໃນການແຕ້ມຢ່າງວ່ອງໄວ ແລະ ສວຍງາມ ແລະ ສາມາດເກັບກຳລາຍລະອຽດຂອງສະຖານທີ່ໄດ້ຢ່າງຊັດເຈນ.
ດ້ວຍຄວາມສາມາດດັ່ງກ່າວຈຶ່ງໄດ້ ຄິດຄົ້ນເຕັກນິກການສ້າງ ລຳດັບການເບິ່ງເຫັນ[19] ເຊິ່ງເປັນເຕັກນິກທີ່ໃຊ້ໃນການແຕ້ມຮູບຈຳລອງສະພາບແວດລ້ອມເມືອງໃນແຕ່ລະຈຸດຕັ້ງແຕ່ບາດກ້າວທຳອິດຈາກປະຕູເຂົ້າເມືອງຈົນເຖິງການກ້າວອອກດ້ານຫລັງ
ເຊິ່ງເປັນການບັນທຶກການຮັບຮູ້ໃນຂະນະທີ່ເຄື່ອນໄປແຕ່ລະຈຸດຂອງເມືອງ.
ຮູບທີ ຜົນງານເຕັກນິກລຳດັບການເບິ່ງເຫັນ
ຂອງ ກໍຣ໌ດອນ ຄັລເລນ
ກໍຣ໌ດອນ ໄດ້ໃຫ້ຄວາມຫມາຍ ທິວທັດເມືອງ ວ່າເປັນສິລະປະການສ້າງເມືອງທີ່ກ່ຽວກັບຄວາມສຳພັນທາງສາຍຕາຂອງມະນຸດ
ກັບ ສະພາບແວດລ້ອມເມືອງ. ຫລັກການ ແລະ ເຕັກນິກການອອກແບບເມືອງທີ່ ໄດ້ສ້າງຂຶ້ນມີຄື:
8.
ການສ້າງເມືອງເພື່ອໃຫ້ຈົດຈຳໄດ້ນັ້ນ
ຈະໃຊ້ເສັ້ນເລຂາຄະນິດພຽງຢ່າງດຽວບໍ່ພຽງພໍ ແຕ່ຍັງຕ້ອງອອກແບບເພື່ອ:
a.
ໃຫ້ເຂົ້າກັບສະພາບທີ່ຕັ້ງ
ແລະ ພູມີປະເທດ;
b.
ໃຫ້ເກີດມີສູນກາງຂອງເມືອງທີ່ເນັ້ນຄວາມສຳຄັນທາງດ້ານຂະຫນາດ
ແລະ ກິດຈະກຳ;
c.
ໃຫ້ທີ່ພັກອາໄສແຕ່ລະປະເພດ,
ແຕ່ລະກຸ່ມ ມີລັກສະນະສະເພາະ;
d.
ໃຫ້ຍ່ານຕ່າງໆມີຂອບເຂດທີ່ຊັດເຈນ
ບໍ່ກະຈາຍປະປົນກັນຍົກແຍກອອກບໍ່ໄດ້;
e.
ໃຊ້ຈຸດເດັ່ນ
ຫລື ສັນຍາລັກ ໃນແຕ່ລະຍ່ານ ເປັນຕົວເຊື່ອມໂຍງໂຄງຂ່າຍຂອງເມືອງ;
f.
ສ້າງຄວາມສວຍງາມໃຫ້ສະພາບແວດລ້ອມມີຄວາມຫນ້າດຶງດູດຕາດຶງດູດໃຈ
ຕໍ່ຜູ້ຄົນທີ່ຜ່ານຈາກສະຖານທີ່ຫນຶ່ງໄປຍັງອີກສະຖານທີ່ຫນຶ່ງ ລຽງກັນໄປຢ່າງເປັນ
ລຳດັບຂັ້ນ ໂດຍການປັບລະດັບຫນ້າດິນ ຫລື ພູມີປະເທດເປັນບາງສ່ວນ, ໂດຍການປູກຕົ້ນໄມ້ເສີມສ້າງວິວ,
ຕະຫລອດຈົນເຖິງການສ້າງເນື້ອທີ່ສາທາລະນະທີ່ເຮັດເກີດ ຄວາມຮູ້ສຶກປິດລ້ອມ[20]
ແລະ ຄວາມຮູ້ສຶກເຖິງຈຸດພິເສດຂອງສະຖານທີ່
[21]
g.
ໃຫ້ທິດສະດີການຊີ້ບອກທິດທາງ
ເພື່ອສື່ສານໃຫ້ຜູ້ຄົນມີຄວາມເຂົ້າໃຈສະພາບແວດລ້ອມອ້ອມຮອບ ດ້ວຍການອ່ານພາສາທ່າທາງ,
ສັນຍານ, ສັນຍາລັກ ເຊິ່ງເກີດຈາກສະພາບແວດລ້ອມທາງກາຍະພາບ ແລະ ສິ່ງກໍ່ສ້າງສອງຂ້າງທາງທີ່ສ້າງຈຸດພິເສດດ້ວຍຕົນເອງ
ເຊິ່ງຈະເຮັດໃຫ້ຜູ້ຄົນເຂົ້າໃຈທາງສາຍຕາ ແລະ ເກີດຄວາມຄຸ້ນເຄີຍກັບສະຖານທີ່ນັ້ນໄດ້
ໂດຍບໍ່ອາໄສພາສາຫລືເລກຫມາຍ ແລະ ຖືວ່າເປັນການອອກແບບຜັງເມືອງທີ່ມີໂຄງສ້າງທີ່ກະທັດຮັດ,
ເກາະກ່າຍເປັນກຸ່ມ, ແລະ ອ່ານເຂົ້າໃຈໄດ້.
ຮູບທີ ການໃຊ້ເຕັກນິກ
ແລະ ພອນສະຫວັນໃນການແຕ້ມແບບຮ່າງ ເພື່ອສຶກສາສຳຫລວດເມືອງ ຂອງ ກໍຣ໌ດອນ ຄັລເລນ
ທິດສະດີສັງຄົມເມືອງ
ເຈນ ເຈຄັອບສ໌ ໄດ້ຂຽນປຶ້ມ “ການຕາຍແລະການມີຊີວິດຂອງເມືອງໃຫຍ່ໃນອາເມລິກາ”
(1960) ເຊິ່ງເປັນການລົ້ມລ້າງທິດສະດີຍຸກເກົ່າຢ່າງກ້າຫານ. ເຈນ ເຈຄັອບສ໌ ໄດ້ໂຈມຕີວ່າການວາງຜັງເມືອງເກົ່າໆ
ທັງຂອງ ແດນຽນ ເບີຣ໌ແນມ, ອະເບນເນເຊີ ໂຮເວີດ ແລະ ເລີ ຄໍຣ໌ບູຊີເອ ເພາະເຂົາເຈົ້າເຫລົ່ານັ້ນ ບໍ່ໄດ້ສຶກສາເລີຍວ່າ
ຜູ້ຄົນໃນເມືອງມັກຫຍັງ? ໃຊ້ຊີວິດແນວໃດ? ສິ່ງທີ່ຜູ້ອອກແບບມອບໃຫ້ແກ່ຊາວເມືອງ
ເຊັ່ນ: ເດີ່ນຫຍ້າໃນເນື້ອທີ່ເປີດໂລ່ງໃນເມືອງ ທີ່ອາດຈະເປັນສິ່ງທີ່ຊາວເມືອງບໍ່ມັກ
ແລະ ບໍ່ຕ້ອງການ ແລະ ໃນຫລາຍກໍລະນີກໍ່ເຮັດໃຫ້ ໂຄງສ້າງຊີວິດສັງຄົມເມືອງທີ່ເຄີຍເຊື່ອມໂຍງກັນຢ່າງສະຫນິດແຫນ້ນຖືກທຳລາຍ.
ເຈນ ເຈຄັອບສ໌ ໄດ້ສະຫລຸບວ່າ “ການສ້າງສະພາບແວດລ້ອມທີ່ຜ່ານມາບໍ່ສອດຄ່ອງແລະຕອບສະຫນອງກັບພຶດຕິກຳຂອງຜູ້ນຳໃຊ້
ເນື່ອງຈາກຂາດການສຶກສາແລະຄວາມຮູ້ດ້ານສັງຄົມເດີມ ໂດຍສະເພາະແມ່ນສັງຄົມເມືອງໃຫມ່”.
ເຈນ ເຈຄັອບສ໌ ໄດ້ຮວບຮວມປະສົບການ ໃນການໃຊ້ຊີວິດໃນເມືອງຕ່າງໆຂອງລາວ
ຢູ່ເມືອງພິດສະເບີກ, ບອສຕັນ, ຊີຄາໂກ, ນິວຢອກ, ຟີລາແດລເຟຍ ແລະ ບັລຕີມໍຣ໌ ມາສະຫລຸບສັງລວມເປັນ
ທິດສະດີສັງຄົມເມືອງ ທີ່ເນັ້ນເລື່ອງຖະຫນົນຫົນທາງ
ແລະ ຄວາມຫລາກຫລາຍ ທີ່ມີເນື້ອໃນສຳຄັນຄື:
1.
ຖະຫນົນ
a.
ຖະຫນົນ
ແລະ ທາງຍ່າງ ຄື ດັດສະນີ ຫລື ຕົວຊີ້ບອກຄຸນນະພາບເມືອງ. ເມືອງໃດມີຖະຫນົນ
ຫລື ທາງຍ່າງທີ່ມີຊີວິດຊີວາ ເມືອງນັ້ນຈະມີຄວາມຫນ້າສົນໃຈ. ໃນທາງກົງກັນຂ້າມ
ຖ້າເມືອງໃດມີຖະຫນົນທີ່ງຽບເຫງົາ ເມືອງນັ້ນຈະເຮັດໃຫ້ເກີດຄວາມຮູ້ສຶກເບື່ອຫນ່າຍ
ແລະ ບໍ່ປອດໄພ;
b.
ການອອກແບບຖະຫນົນທີ່ມີຊີວິດຊີວາ
ສາມາດເຮັດໄດ້ໂດຍການດຶງດູດໃຫ້ມີຜູ້ຄົນຍ່າງຜ່ານໄປມາຕະຫລອດເວລາ ເຊັ່ນ:
ມີຮ້ານທີ່ຫລາກຫລາຍ, ຈຳຫນ່າຍສິນຄ້າພິເສດ ຫລື ມີບໍລິການພິເສດທີ່ບໍ່ມີຢູ່ບ່ອນອື່ນໆ.
ຖະຫນົນແລະທ່າງຍ່າງທີ່ມີຜູ້ຄົນຍ່າງຜ່ານໄປມາຫລາຍຈະເຮັດໃຫ້ເກີດຄວາມຫນ້າສົນໃຈ
ເພາະຜູ້ຄົນມັກຈະເບິ່ງຜູ້ຄົນນຳກັນເອງ. ດ້ວຍເຫດຜົນດັ່ງກ່າວ ຈຶ່ງບໍ່ຄວນອອກແບບຖະຫນົນສາຍຕ່າງໆໃຫ້ຄືກັນຫມົດ;
c.
ການອອກແບບຖະຫນົນໃຫ້ມີຄວາມປອດໄພ
ຈະຕ້ອງສ້າງແລວກຳນົດຂອບເຂດເນື້ອທີ່ສ່ວນຕົວ
ແລະ ສາທາລະນະໃຫ້ຊັດເຈນ. ພາກສ່ວນຊັ້ນເທິງຂອງອາຄານທີ່ລຽນຕາມແລວເສັ້ນທາງຄວນອອກແບບໃຫ້ມີເນື້ອທີ່ທີ່ເກີດຄວາມສຳພັນກັບທາງຍ່າງ
ແລະ ການພົວພັນທາງສາຍຕາລະຫວ່າງຜູ້ຄົນທີ່ຢູ່ພາຍໃນອາຄານ ແລະ ຢູ່ພາຍນອກອາຄານ.
ຖະຫນົນທີ່ຍາວເຖິງ 300 ແມັດ ຄວນຕັດຕອນ ຫລື ແບ່ງເຄິ່ງເພື່ອສ້າງທາງລັດໃຫ້ຍ່າງສັ້ນລົງ
ແລະ ເພີ່ມຮ້ານຄ້າຂາຍຕ່າງໆຢູ່ບໍລິເວນຫົວມຸມຖະຫນົນ ແລະ ສົ້ນຖະຫນົນ. ຖະຫນົນທີ່ບໍ່ມີຄົນຍ່າງຜ່ານ
ຫລື ບໍ່ມີສາຍຕາເຝົ້າລະວັງມັກກາຍເປັນແຫລ່ງອາດສະຍາກຳ.
2.
ຄວາມຫລາກຫລາຍ
a.
ຍ່ານໃຈກາງເມືອງ
ຄວນມີການນຳໃຊ້ທີ່ດິນແບບປະສົມປະສານ ລະຫວ່າງບ່ອນຢູ່ອາໄສ, ສຳນັກງານຫ້ອງການ,
ຮ້ານຄ້າ ຫລື ແມ່ນແຕ່ອຸດສະຫະກຳບາງປະເພດທີ່ບໍ່ສ້າງມົນລະພິດ ທັງນີ້ ເພື່ອໃຫ້ຜູ້ຄົນໄດ້ຜ່ານໄປມາຕະຫລອດເວລາ;
b.
ຄວນອະນຸລັກອາຄານເກົ່າແກ່ໄວ້ໃຫ້ມີອັດຕາສ່ວນຫລາຍກວ່າອາຄານໃຫມ່ເພື່ອຮັກສາລະດັບເສດຖະກິດຂອງທ້ອງຖິ່ນ.
ເຈນ ເຈຄັອບສ໌ ໄດ້ໃຫ້ຂໍ້ສັງເກດເຫັນໄພອັນຕະລາຍທີ່ເກີດຈາກການລະດົມຊື້ກິດຈະການຍ່ອຍຂອງນັກລົງທຶນເພື່ອສ້າງໂຄງການຂະຫນາດໃຫຍ່
ແລະ ເຈົ້າຂອງທຸລະກິດແບບຕ່ອງໂສ້ ເຊິ່ງຈະສົ່ງຜົນໃຫ້ເຈົ້າຂອງທຸລະກິດຂະຫນາດນ້ອຍທີ່ມີຄວາມສະຫນິດສະຫນົມກັບລູກຄ້າບໍ່ສາມາດຕ້ານທານໄດ້
ເຊິ່ງໃນທີ່ສຸດຮ້ານຄ້າຂາຍທີ່ມີຊີວິດຊີວາຫລາກຫລາຍຈະຖືກແທນທີ່ດ້ວຍສູນການຄ້າຂະຫນາດໃຫຍ່
ແລະ ຄວາມສຳພັນກັບລູກຄ້າແບບໃຫມ່ທີ່ບໍ່ສະຫນິດແຫນ້ນກັບຊຸມຊົນຄືແບບເດີມ;
c.
ເພື່ອຄວາມມີຊີວິດຊີວາ
ແລະ ຄວາມຫລາກຫລາຍໃນຍ່ານຊຸມຊົນໃຈກາງເມືອງ ໂດຍສະເພາະແມ່ນເມືອງໃຫຍ່ ຈຳເປັນຕ້ອງສ້າງຄວາມຫນາແຫນ້ນທັງອາຄານແລະຜູ້ຄົນ
ແຕ່ບໍ່ສ້າງຄວາມແອອັດ. ເຈນ ເຈຄັອບສ໌
ຍັງສະເຫນີວ່າ ຄວາມຫນາແຫນ້ນທີ່ເຫມາະສົມໃນໃຈກາງເມືອງ ບໍ່ຄວນຫນ້ອຍກວ່າ
250 ຄອບຄົວຕໍ່ເຮັກຕາ ແລະ ຖ້າເປັນໄປໄດ້ 300-500 ຄອບຄົວຕໍ່ເຮັກຕາຍິ່ງເປັນການດີ
ເພາະຈະເຮັດໃຫ້ເກີດອາຄານຫລາຍຮູບແບບ ແລະ ເກີດບັນຍາກາດທີ່ມີຊີວິດຊີວາ,
ມີຜູ້ຄົນພົບປະສັງສັນ ແລະ ຊ່ວຍກັນຕິດຕາມດູແລຄວາມປອດໄພຂອງຊຸມຊົນ.
ປຶ້ມ ແລະ ທິດສະດີຂອງ
ເຈນ ເຈຄັອບສ໌ ເປັນທີ່ຍອມຮັບແລະມີອິດທິພົນຕໍ່ສັງຄົມອາເມລິກາຢ່າງເລິກເຊິ່ງ
ແຕ່ອະດີດຈົນເຖິງປະຈຸບັນ. ສິ່ງທີ່ເປັນຈຸດເດັ່ນຂອງທິດສະດີດັ່ງກ່າວນີ້ໄດ້ແກ່:
ການຄຳນຶງເຖິງຄວາມຕ້ອງການຂອງຜູ້ນຳໃຊ້ ບໍ່ແມ່ນຜູ້ອອກແບບ, ການໃຊ້ທີ່ດິນແບບປະສົມປະສານ
ບໍ່ມີການແບ່ງເຂດແບບເດັດຂາດ, ການອອກແບບໃຫ້ສອດຄ່ອງກັບພຶດຕິກຳຂອງມະນຸດ
ແລະ ສັງຄົມ.
ທິດສະດີເນື້ອທີ່ປ້ອງກັນຕົວເອງ
ໃນປາຍທົດສະວັດ
1960 ສະຖິຕິອາດສະຍະກຳໃນເຂດຊຸມຊົນເມືອງໃນສະຫະລັດອາເມລິກາໄດ້ເພີ່ມຂຶ້ນຈົນລັດຖະບານກາງຕ້ອງໄດ້ອອກກົດຫມາຍເພື່ອຄຸ້ມຄອງຄວາມປອດໄພຖະຫນົນ.
ເນື່ອງຈາກເມືອງນິວຢອກເປັນເນື້ອທີ່ທີ່ມີສະຖິຕິອາດສະຍາກຳສູງສຸດແຫ່ງຫນຶ່ງ
ມະຫາວິທະຍາໄລນິວຢອກຈຶ່ງໄດ້ຮັບທຶນວິໄຈ ໂດຍມອບໃຫ້ ອອສກາຣ໌ ນິວແມນ ຜູ້ອຳນວຍການສະຖາບັນການວາງແຜນແລະການເຄຫະ ຂອງມະຫາວິທະຍາໄລເປັນຜູ້ຮັບຜິດຊອບ.
ອອສກາຣ໌ ນິວແມນ ໄດ້ອ້າງທິດສະດີຂອງ
ເຈນ ເຈຄັອບສ໌ ເປັນພື້ນຖານຂອງການສຶກສາ
ແລະ ສິ່ງທີ່ລາວໄດ້ຄົ້ນພົບຈາກການສຶກສາວິໄຈ ຄືແນວທາງໃນການອອກແບບ ເນື້ອທີ່ປ້ອງກັນຕົວເອງ ເຊິ່ງເຜີຍແຜ່ໃນປີ
1972. ອອສກາຣ໌ ນິວແມນ ໄດ້ອະທິບາຍຄວາມຫມາຍຂອງຄຳສັບດັ່ງກ່າວວ່າ:
ເນື້ອທີ່ປ້ອງກັນຕົວເອງ
ຄືຮູບແບບຂອງການຫລີກລ້ຽງອາດສະຍາກຳໃນຍ່ານທີ່ພັກອາໄສດ້ວຍການອອກແບບກາຍະພາບໃຫ້ສາມາດປ້ອງກັນຕົວເອງໄດ້.
ສ່ວນປະກອບສຳຄັນໃນການອອກແບບຄືດັ່ງກ່າວແມ່ນ ສິ່ງກີດຂວາງ, ບໍ່ວ່າຈະເປັນວັດຖຸ
ຫລື ເປັນພຽງສັນຍາລັກ ເຊິ່ງແບ່ງແຍກອານາເຂດສ່ວນຕົວກັບສາທາລະນະຈາກກັນ.
ການສ້າງໂອກາດໃຫ້ຜູ້ຢູ່ອາໄສ ສາມາດດູແລຕິດຕາມເບິ່ງຈຸດຕ່າງໆພາຍໃນແລະພາຍນອກອາຄານໄດ້ຢ່າງທົ່ວເຖິງ,
ການອອກແບບໂຄງການໃຫ້ກົມກືນກັບສະພາບຊຸມຊົນອ້ອມຂ້າງ ບໍ່ໂດດເດັ່ນຈົນແຍກຕົວເປັນເປົ້າຫມາຍໂດດດ່ຽວ,
ລວມທັງການຈັດຜັງກຸ່ມອາຄານທີ່ບໍ່ກໍ່ໃຫ້ເກີດຈຸດປິດບັງສາຍຕາ.
ການກວດກາຂອງຕຳຫລວດ,
ພະນັກງານປ້ອງກັນຄວາມສະຫງົບ ຫລື ອຸປະກອນອີເລັກໂຕຣນິກ ຕ່າງມີຂໍ້ຈຳກັດ ແລະ
ບໍ່ມີປະສິດທິພາບເທົ່າກັບ “ການຊ່ວຍກັນຕິດຕາມດູແລໃນກຸ່ມຜູ້ຢູ່ອາໄສນຳກັນເອງ”
ການສ້າງສະພາບແວດລ້ອມທີ່ຕອບສະຫນອງພຶດຕິກຳຂອງມະນຸດ
ທິດສະດີຄວາມຈຳເປັນພື້ນຖານຂອງມະນຸດ ຂອງ ອັບຣາຮຳ ມາສໂລວ໌ ອະທິບາຍວ່າ ປົກກະຕິແລ້ວ ມະນຸດເຮົາມີຄວາມຈຳເປັນໃນການດຳລົງຊີວິດ
7 ຂັ້ນ ເຊິ່ງ 4 ຂັ້ນທຳອິດໄດ້ແກ່:
a.
ຄວາມຕ້ອງການດ້ານຮ່າງກາຍ,
b.
ຄວາມຕ້ອງການຄວາມຫມັ້ນຄົງປອດໄພ,
c.
ຄວາມຕ້ອງການການຍອມຮັບ
ແລະ ການຮວມກຸ່ມ,
d.
ຄວາມຕ້ອງການຄວາມນັບຖື,
ເມື່ອຄວາມຕ້ອງການທັງ 4 ນີ້
ໄດ້ຮັບການຕອບສະຫນອງແລ້ວ ກໍ່ກ້າວສູ່ຄວາມຕ້ອງການອີກ 2 ຂັ້ນຄື:
e.
ຄວາມຕ້ອງການດ້ານຄວາມຮູ້
ແລະ ສະຕິປັນຍາ,
f.
ຄວາມຕ້ອງການດ້ານສຸນທະລີຍະພາບ,
ແລະ ຂັ້ນສຸດທ້າຍ ທີ່ມີຫນ້ອຍຄົນທີ່ຈະກ້າວໄປເຖິງຄື:
g.
ຄວາມຕ້ອງການດ້ານການໃຊ້ຄວາມຕ້ອງການຢ່າງເຕັມທີ່
ຮູບທີ ແຜນວາດສະແດງ
ທິດສະດີຄວາມຈຳເປັນພື້ນຖານຂອງມະນຸດ
ການອອກແບບຜັງເມືອງກ່ຽວຂ້ອງກັບການຕອບສະຫນອງຄວາມຕ້ອງການມະນຸດຕາມ
ທິດສະດີຄວາມຈຳເປັນພື້ນຖານຂອງມະນຸດ
ຄື:
ການນຳໃຊ້ທີ່ດິນ
ນັບແຕ່ອະດີດເຖິງປະຈຸບັນ
ມະນຸດໄດ້ຮຽນຮູ້ທີ່ຈະພັດທະນາ ແລະ ຄົ້ນຄິດຫາວິທີການໃນການນຳໃຊ້ຊັບພະຍາກອນທຳມະຊາດ
ແລະ ເງື່ອນໄຂສະພາບແວດລ້ອມໃຫ້ນຳໃຊ້ ເພື່ອຕອບສະຫນອງຄວາມຕ້ອງການໃນດຳລົງຊີວິດ
ກໍ່ຄືການຕັ້ງຖິ່ນຖານ. ການນຳໃຊ້ທີ່ດິນ
ມີຫລາຍຮູບແບບ ບໍ່ວ່າຈະເປັນເພື່ອປະໂຫຍດການຢູ່ອາໄສ, ການຄ້າ, ອຸດສະຫະກຳ
ລວມໄປເຖິງກະສິກຳ ເປັນຕົ້ນ.
ການນຳໃຊ້ທີ່ດິນ
ກ່ຽວຂ້ອງກັບກິດຈະກຳທີ່ເກີດຂຶ້ນໃນເມືອງ ແລະ ສະທ້ອນໃຫ້ເຫັນການພົວພັນລະຫວ່າງ
ປະເພດຂອງກິດຈະກຳ, ການເຊື່ອມຕໍ່ຂອງກິດຈະກຳ ແລະ ຄວາມເຂັ້ມຂອງກິດຈະກຳ. ດັ່ງນັ້ນ
ໃນການສຶກສາກ່ຽວກັບ ການນຳໃຊ້ທີ່ດິນ
ໂດຍພື້ນຖານຈຶ່ງກ່ຽວຂ້ອງກັບ 3 ດ້ານຂອງກິດຈະກຳໃນເມືອງ.
ຮູບທີ ການພົວພັນຂອງກິດຈະກຳໃນເມືອງ
ກັບ ການນຳໃຊ້ທີ່ດິນ
ການວາງແຜນ ແລະ
ການຄວບຄຸມ ການນຳໃຊ້ທີ່ດິນ ໃນເມືອງ
ໃນການພັດທະນາຕົວເມືອງ
ຈຳເປັນຕ້ອງມີການກຳນົດ ແລະ ວາງແຜນຮູບແບບການ ການນຳໃຊ້ທີ່ດິນ ໃນອະນາຄົດເພື່ອເຮັດໃຫ້ຕົວເມືອງພັດທະນາໄປຢ່າງມີທິດທາງ,
ມີລະບຽບ. ເຄື່ອງມືສຳຄັນທີ່ໃຊ້ໃນການຄວບຄຸມ ການນຳໃຊ້ທີ່ດິນ ແມ່ນຂໍ້ກຳນົດການນຳໃຊ້ທີ່ດິນ
ເຊິ່ງປະກອບດ້ວຍ ແຜນຜັງຊີ້ນຳລວມທີ່ຄວບຄຸມປະເພດ ການນຳໃຊ້ທີ່ດິນ ໃນແຕ່ລະເຂດຂອງເມືອງ ແລະ ລະບຽບການຄວບຄຸມການປຸກສ້າງທີ່ກຳນົດຂະຫນາດແລະຮູບຮ່າງຂອງຕອນດິນທີ່ສາມາດດຳເນີນການປຸກສ້າງ,
ຂະຫນາດ ແລະ ຄວາມສູງຂອງອາຄານ, ເສັ້ນແຖວຂອງອາຄານ ແລະອື່ນໆ.
ໃນຂະບວນການວາງແຜນແລະອອກແບບຜັງເມືອງ
ມັກຈະພົບບັນຫາຄວາມຂັດແຍ່ງໃນການນຳໃຊ້ທີ່ດິນ ເຊັ່ນຄວາມຂັດແຍ່ງຂອງການນຳໃຊ້ທີ່ດິນສຳລັບປະໂຫຍດສ່ວນບຸກຄົນ
ກັບ ປະໂຫຍດສາທາລະນະ, ລະຫວ່າງເປົ້າຫມາຍການພັດທະນາລະດັບຊາດ ແລະ ລະດັບທ້ອງຖິ່ນ,
ລະຫວ່າງປະໂຫຍດທາງເສດຖະກິດ ແລະ ປະໂຫຍດຕໍ່ສິ່ງແວດລ້ອມ ແລະອື່ນໆ. ບັນຫາໃນການນຳໃຊ້ທີ່ດິນອີກຢ່າງຫນຶ່ງ
ອາດເກີດຈາກການລະເມີດລະບຽບການຄວບຄຸມການນຳໃຊ້ທີ່ດິນ.
ການຈັດສັນການນຳໃຊ້ທີ່ດິນແບບແຍກຫນ້າທີ່ໃຊ້ສອຍຈາກກັນຢ່າງເດັດຂາດ
ເຮັດໃຫ້ຕ້ອງມີການສັນຈອນໄປມາຫາກັນເກີນຄວາມຈຳເປັນລະຫວ່າງເຂດການນຳໃຊ້ທີ່ດິນທີ່ແຕກຕ່າງກັນ
ທັງເຮັດໃຫ້ບໍ່ມີການນຳໃຊ້ບາງເຂດໃນບາງຊ່ວງເວລາ ເຮັດໃຫ້ເກີດບາງເຂດຂາດຄວາມມີຊີວິດຊີວາ
ຫລື ເອີ້ນວ່າ “ຕາຍຊົ່ວຄາວ” ເຊິ່ງເປັນການນຳໃຊ້ທີ່ດິນທີ່ບໍ່ຄຸ້ມຄ່າ ທັງອາດຈະເຮັດໃຫ້ເກີດບັນຫາອາດສະຍາກຳຕາມມາໄດ້.
ເພື່ອຫລຸດຜ່ອນບັນຫາກ່ຽວກັບການນຳໃຊ້ທີ່ດິນ
ມີຄຳແນະນຳໃນການປະຕິບັດຄື:
a.
ການອອກຂໍ້ກຳນົດໃນການນຳໃຊ້ທີ່ດິນ
ຄວນມີການປະສານສົມທົບ ໂດຍການມີສ່ວນຮ່ວມຂອງພາກສ່ວນຕ່າງໆທີ່ກ່ຽວຂ້ອງ, ມີລະດັບການຄວບຄຸມທີ່ປະນິປະນອມ
“ຍອມຮັບໄດ້”, ມີການຈູງໃຈແກ່ຜູ້ປະຕິບັດ ເຊິ່ງຈະເຮັດໃຫ້ມີການຮ່ວມມືໃນການປະຕິບັດຂໍ້ກຳນົດຫລາຍຂຶ້ນ;
b.
ຄວນໃຊ້ແນວຄິດ
ເມືອງແບບກະທັດຮັດ ເປັນຫລັກການໃນການພັດທະນາ
ໂດຍສົ່ງເສີມໃຫ້ມີການນຳໃຊ້ທີ່ດິນໃຫ້ເກີດ ການນຳໃຊ້ປະໂຫຍດແບບປະສົມປະສານ ໃຫ້ຫລາຍ ເພື່ອຊ່ວຍສ້າງຄວາມຫລາກຫລາຍ,
ຄວາມມີຊີວິດຊີວາ ແລະ ປອດໄພ ທັງເຮັດໃຫ້ເກີດການນຳໃຊ້ເນື້ອທີ່ຢ່າງຕໍ່ເນື່ອງ
ຊ່ວຍຫລຸດຜ່ອນປະລິມານການສັນຈອນລະຫວ່າງຂົງເຂດຕ່າງໆຂອງເມືອງ ແລະ ຫລຸດຜ່ອນ
ການແຜ່ຂະຫຍາຍເມືອງຢ່າງບໍ່ມີທິດທາງ
ອັນເປັນການນຳໃຊ້ຊັບພະຍາກອນທີ່ບໍ່ມີປະສິດທິພາບ;
c.
ໃນລະດັບມະຫາພາກຂອງເມືອງ
ຄວນຈັດສັນບ່ອນຢູ່ອາໄສ, ບ່ອນເຮັດວຽກ, ບ່ອນຊື້ເຄື່ອງຂອງ, ແລະ ບ່ອນພັກຜ່ອນຢ່ອນໃຈໄວ້ໃນບໍລິເວນທີ່ໄກ້ກັນ
ແລະ ເຊື່ອມໂຍງກັນດ້ວຍທາງຍ່າງ. ແຕ່ຄວນແຍກເນື້ອທີ່ອຸດສະຫະກຳທີ່ສ້າງມົນລະພິດໃຫ້ຫ່າງອອກໄປ
ໂດຍມີເນື້ອທີ່ສີຂຽວເປັນ ເຂດກັນຊົນ
ໂດຍມີລະບົບຂົນສົ່ງສາທາລະນະ ເພື່ອເຊື່ອມໂຍງເຂດອຸດສະຫະກຳກັບພາກສ່ວນອື່ນຂອງເມືອງ.
ນອກຈາກນີ້ ຄວນສ້າງແຕ່ລະຂົງເຂດຂອງເມືອງເປັນຍ່ານກິດຈະກຳ ໂດຍກຳນົດສ່ວນປະສົມຂອງກິດຈະກຳທີ່ມີຄວາມຫລາກຫລາຍ
ແລະ ຕໍ່ເນື່ອງສອດຄ່ອງກັນ ເຊິ່ງຈະເຮັດໃຫ້ມີຄວາມເປັນເອກກະລັກ ແລະດຶງດູດຜູ້ຄົນມານຳໃຊ້ຂົງເຂດນັ້ນເປັນຢ່າງດີ.
ຮູບທີ ແຜນວາດສະແດງການນຳໃຊ້ທີ່ດິນແບບປະສົມປະສານ
ແລະ ມີຄວາມເຂັ້ມຂອງກິດຈະກຳສູງໃນບໍລິເວນໃຈກາງເມືອງ ແຍກເຂດອຸດສະຫະກຳອອກຈາກເມືອງ
d.
ໃນລະດັບຄຸ້ມ ຫລື ກຸ່ມອາຄານ ຄວນອອກແບບຮູບດ້ານອາຄານໃຫ້ຕິດກັບທາງສັນຈອນລະດັບຫນ້າດິນໃຫ້ມີຊີວິດຊີວາ
ດ້ວຍການອອກແບບທີ່ຕອບຮັບ ແລະ ກະຕຸ້ນສົ່ງເສີມກັບຜູ້ຄົນທີ່ຍ່າງຜ່ານໄປມາ
ໂດຍສະເພາະແມ່ນທາງຍ່າງ ເຊັ່ນ: ຈັດຮ້ານຄ້າຂາຍຍ່ອຍຕາມແລວທາງຍ່າງ, ປູກຕົ້ນໄມ້ໃຫ້ຮົ່ມ,
ຈັດທາງຍ່າງທີ່ມີຫລັງຄາມຸງ, ມີບ່ອນນັ່ງແລະອຸປະກອນອຳນວຍຄວາມສະດວກອື່ນໆແກ່ຄົນຍ່າງ.
ສຳລັບອາຄານທີ່ມີຫລາຍຊັ້ນ ແຕ່ລະຊັ້ນອາດຈະກຳນົດໃຫ້ມີປະໂຫຍດໃຊ້ສອຍທີ່ແຕກຕ່າງກັນ
ເຊັ່ນ ຊັ້ນລຸ່ມເປັນຮ້ານຂາຍເຄື່ອງ ຫລື ຮ້ານອາຫານ, ຊັ້ນເທິງຂຶ້ນໄປເປັນສຳນັກງານຫ້ອງການ
ຫລື ບ່ອນພັກອາໄສ.
ຮູບຊົງ ແລະ
ບໍລິມາດອາຄານ
ອາຄານ ຫລື ສິ່ງກໍ່ສ້າງທີ່ຖືກສ້າງຂຶ້ນໃນເມືອງເພື່ອຮອງຮັບກິດຈະກຳການດຳລົງຊີວິດຂອງຄົນນັ້ນ
ຖືວ່າເປັນສ່ວນຫນຶ່ງຂອງ ບໍລິມາດເມືອງ
ເຊິ່ງມີການພົວພັນກັບ ພາກສ່ວນຫວ່າງຂອງເມືອງ
ແລະປະກອບເປັນ ເສັ້ນໄຍເມືອງ ກໍ່ຄືເປັນອົງປະກອບທີ່ສຳຄັນຂອງ
ໂຄງສ້າງທາງກາຍະພາບຂອງເມືອງ.
ການອອກແບບ
ແລະ ຈັດວາງອາຄານ ກໍ່ຄືກຸ່ມອາຄານ ທີ່ເປັນສ່ວນຫນຶ່ງຂອງ ເສັ້ນໄຍເມືອງ ນັ້ນ ເຮົາຈຳເປັນຕ້ອງໃຫ້ຄວາມສຳຄັນແກ່ພາບລວມຂອງໂຄງສ້າງເມືອງ
ບໍ່ຫນ້ອຍກວ່າການຄຳນຶງສະເພາະແຕ່ລະອາຄານ ຫລື ກຸ່ມອາຄານເທົ່ານັ້ນ.
ນອກຈາກນັ້ນ ການອອກແບບຈັດວາງອາຄານຈະເຮັດໃຫ້ເກີດ
ການປິດລ້ອມ ແລະ ການກຳນົດຂອບເຂດ ເນື້ອທີ່ຫວ່າງພາຍນອກອາຄານເພື່ອປະໂຫຍດນຳໃຊ້ຕ່າງໆ
ເຊິ່ງຖືວ່າເປັນຫນ້າທີ່ສ່ວນຫນຶ່ງຂອງນັກອອກແບບຜັງເມືອງ. ບູດທ໌ (1987)
ໄດ້ສຶກສາພົບວ່າ ເນື້ອທີ່ຫວ່າງຢູ່ລະຫວ່າງກາງອາຄານທີ່ໄດ້ຮັບການປິດລ້ອມ
ແລະ ກຳນົດຂອບເຂດຢ່າງດີ ແລະ ການອອກແບບກຸ່ມອາຄານທີ່ດີ ຈະກະຕຸ້ນໃຫ້ເກີດການໃຊ້ສອຍ
ແລະ ເຮັດໃຫ້ຜູ້ນຳໃຊ້ຮັບຮູ້ສະພາບແວດລ້ອມໄດ້ດີຂຶ້ນ. ປັດໄຈທີ່ສົ່ງຜົນຕໍ່ຄຸນນະພາບຂອງການປິດລ້ອມ
ແລະ ການນຳນົດເນື້ອທີ່ເປີດໂລ່ງດ້ວຍກຸ່ມອາຄານ ມີ 3 ຢ່າງທີ່ມີການພົວພັນເຊິ່ງກັນແລະກັນຄື:
a.
ອັດຕາສ່ວນລະຫວ່າງໄລຍະຫ່າງຫາອາຄານຕາມທາງນອນ
ກັບ ຄວາມສູງຂອງອາຄານ;
b.
ຮູບແບບການຈັດແຜນຜັງກຸ່ມອາຄານ;
c.
ລັກສະນະສະເພາະຂອງຮູບດ້ານອາຄານທີ່ປິດລ້ອມ.
ການສຶກສາອົງປະກອບທີ່ກ່ຽວຂ້ອງຮູບຊົງ
ແລະ ບໍລິມາດອາຄານ ແບ່ງອອກເປັນ 3 ລະດັບຄື: ລະດັບຕາຖະຫນົນ, ລະດັບຕອນດິນ ແລະ
ລະດັບອາຄານ.
ຕາຖະຫນົນ
ຕາຖະຫນົນ ເປັນສ່ວນຫນຶ່ງຂອງບໍລິມາດເມືອງທີ່ຖືກແບ່ງເປັນຫລາຍພາກສ່ວນດ້ວຍຕາຂ່າຍເສັ້ນທາງການສັນຈອນ
ເຊິ່ງມັກມີຮູບຮ່າງເປັນ 4 ຫລ່ຽມ ແລະ ຮູບຮ່າງອື່ນໆ ອີງຕາມປັດໄຈພູມີປະເທດ,
ລັກສະນະໂຄງຂ່າຍຖະຫນົນ, ຮູບລັກສະນະການຈັດແບ່ງຕອນດິນໃນແຕ່ລະຕາຖະຫນົນ ເປັນຕົ້ນ.
ຂະຫນາດແລະຮູບຮ່າງຂອງຕາຖະຫນົນ
ການອອກແບບຂະຫນາດຂອງຕາຖະຫນົນທີ່ເຫມາະສົມແມ່ນມີຄວາມສຳຄັນຕໍ່ການພັດທະນາດ້ານໂຄງສ້າງທາງກາຍະພາບຂອງເມືອງ.
ຂະຫນາດທີ່ເຫມາະສົມຂອງຕາຖະຫນົນແມ່ນພິຈາລະນະຈາກ: ການເຂົ້າເຖິງທີ່ສະດວກແລະທົ່ວເຖິງ,
ຄວາມສາມາດໃນການຮອງຮັບກິດຈະກຳທີ່ຫລາກຫລາຍ ແລະ ຮວບຮວມອາຄານຫລາຍປະເພດ,
ແລະ ຄວາມສາມາດໃນການດັດແປງ ຫລື ປັບປຸງໃນອະນາຄົດ. ຈາກການສຶກສາພົບວ່າ ໂດຍທົ່ວໄປຕາຖະຫນົນທີ່ມີຮູບຮ່າງ
4 ຫລ່ຽມຈະມີຄວາມສາມາດໃນການປັບປ່ຽນການນຳໃຊ້ທີ່ດິນປະເພດທີ່ພັກອາໄສ
ແລະ ການຄ້າໄດ້ດີທີ່ສຸດ. ຂະຫນາດຕາຖະຫນົນທີ່ເຫມາະສົມເບື້ອງຕົ້ນ ແມ່ນມີຄວາມກວ້າງ
ແລະ ຄວາມຍາວບໍ່ເກີນ 80-90 ແມັດ ຈະມີຄວາມສອດຄ່ອງກັບເກນທັງ 3 ດັ່ງກ່າວຂ້າງເທິງ.
ໃນບາງກໍລະນີ ເຊັ່ນ ເຂດໃຈກາງເມືອງຂະຫນາດທີ່ເຫມາະສົມຄວນບໍ່ເກີນ 60-80 ແມັດ,
ຫລື ໃນໂຄງການທີ່ຕ້ອງການເນື້ອທີ່ຂະຫນາດໃຫຍ່ ອາດເຮັດໃຫ້ຂະຫນາດຂອງຕາຖະຫນົນທີ່ເຫມາະສົມກາຍເປັນ
100x200 ແມັດ ໂດຍຫັນຂ້າງດ້ານສັ້ນຂອງຕອນດິນໄປສູ່ຖະຫນົນຫລັກ ທັງນີ້ເນື່ອງຈາກຕ້ອງການໃຫ້ມີຄວາມຫລາກຫລາຍຂອງກິດຈະກຳ
ແລະ ສົ່ງເສີມການຍ່າງໃຫ້ທົ່ວເຖິງເນື້ອທີ່ຂອງຕາຖະຫນົນ (Urban design
compendium, 2000, p.65).
ເນື້ອທີ່ນຳໃຊ້ຂອງຕາຖະຫນົນ
ເນື້ອທີ່ຂອງຕາຖະຫນົນແບ່ງອອກເປັນ
2 ພາກສ່ວນຫລັກຄື: ເນື້ອທີ່ຮອບນອກຕາຖະຫນົນ ແລະ ເນື້ອທີ່ພາຍໃນຕາຖະຫນົນ.
ເນື້ອທີ່ຮອບນອກຂອງຕາຖະຫນົນປົກກະຕິຈະເປັນທີ່ຕັ້ງຂອງອາຄານທີ່ຫັນຫນ້າຫາພາຍນອກ,
ສ່ວນເນື້ອທີ່ພາຍໃນຕາຖະຫນົນອາດຈະເປັນເນື້ອທີ່ໂລ່ງ ຫລື ເປັນອາຄານທີ່ມີຄວາມຫນາແຫນ້ນສູງກວ່າອາຄານທີ່ຢູ່ຮອບນອກ.
ການກຳນົດເສັ້ນຮອບນອກຂອງຕາຖະຫນົນ
ຄວນໃຊ້ເສັ້ນແຖວຂອງອາຄານເປັນຕົວກຳນົດ ເນື່ອງຈາກຜູ້ອອກແບບຕ້ອງຄິດເຖິງການສ້າງການພົວພັນທີ່ດີລະຫວ່າງອາຄານຂອງຕາຖະຫນົນ
ກັບ ເນື້ອທີ່ສາທາລະນະພາຍນອກຫລາຍຍິ່ງຂຶ້ນ. ຄວາມເລິກຂອງອາຄານຮອບນອກຕາຖະຫນົນທີ່ເຫມາະສົມສຳລັບກຸ່ມອາຄານທີ່ຢູ່ອາໄສແມ່ນປະມານ
10 ແມັດ ແລະ ສຳລັບກຸ່ມອາຄານສຳນັກງານຫ້ອງການ ຫລື ການຄ້າ ແມ່ນປະມານ 20 ແມັດ
(Urban design compendium, 2000, p.64).
ເນື້ອທີ່ພາຍໃນຕາຖະຫນົນມັກນຳໃຊ້ສຳລັບຫນ້າທີ່ຕ່າງໆເຊັ່ນ:
ເປັນບ່ອນຈອດລົດ, ສຳນັກງານຫ້ອງການ, ທີ່ພັກອາໄສ, ແລະ ພາກສ່ວນທີ່ເປັນເນື້ອທີ່ໂລ່ງມັກຈະຖືກນຳໃຊ້ເປັນລານຈອດລົດ,
ເນື້ອທີ່ບໍລິການ, ສວນສາທາລະນະຂອງຄຸ້ມ, ເດີ່ນຫລິ້ນສຳລັບເດັກນ້ອຍ ເຊິ່ງຕ້ອງການໃຫ້ມີການອອກແບບທີ່ສາມາດປັບປ່ຽນ,
ຫລື ດັດແປງໄດ້ສະດວກ, ຕ້ອງການທາງເຂົ້າອອກທີ່ມີການຄວບຄຸມເພື່ອຮັກສາຄວາມປອດໄພພາຍໃນຄຸ້ມ.
ຕອນດິນ
ຕອນດິນເປັນເນື້ອທີ່ທີ່ຖືກແບ່ງຕາມກຳມະສິດການຄອບຄອງ
ເຊິ່ງເປັນທີ່ຕັ້ງຂອງອາຄານແຕ່ລະຫລັງພາຍໃນແຕ່ລະຕາຖະຫນົນ. ຕອນດິນສຳລັບໂຄງການຫນຶ່ງອາດຈະລວມຕອນດິນນ້ອຍຫລາຍຕອນເຂົ້າກັນ
ໂດຍສະເພາະແມ່ນໃນກໍລະນີໂຄງການຂະຫນາດໃຫຍ່.
ຂະຫນາດຂອງຮູບຮ່າງຂອງຕອນດິນທີ່ເຫມາະສົມນັ້ນ
ຄວນມີລັກສະນະຂ້ອນຂ້າງນ້ອຍແຄບ ແລະ ຍາວເລິກ ໂດຍຫັນຂ້າງດ້ານແຄບສູ່ຖະຫນົນ
ເນື່ອງຈາກວ່າຈະເຮັດໃຫ້ສາມາດເປີດໂອກາດສ້າງຮູບຮ່າງອາຄານທີ່ມີຊີວິດຊີວາໄດ້ຫລາຍຂຶ້ນ
ແລະ ເຮັດໃຫ້ອາຄານມີການພົວພັນກັບຊັດສ່ວນ ແລະ ການຍ່າງຂອງຄົນໄດ້ຫລາຍຂຶ້ນ.
ການລວມຕອນດິນຍ່ອຍຫລາຍຕອນເຂົ້າກັນ
ເພື່ອສ້າງໂຄງການໃຫຍ່ ຄວນຄຳນຶງເຖິງຄວາມສອດຄ່ອງກັບຮູບແບບຂອງຕອນດິນທີ່ຢູ່ອ້ອມຂ້າງ
ເຊັ່ນ: ຖ້າບໍລິເວນອ້ອມຮອບເປັນຕອນດິນຂະຫນາດນ້ອຍ ແລະ ລະອຽດ ເວລາເຮັດໂຄງການຂະຫນາດໃຫຍ່ກໍ່ຄວນຈະແບ່ງອອກເປັນຫລາຍພາກສ່ວນເພື່ອເຮັດໃຫ້ບໍລິມາດຂອງອາຄານນ້ອຍລົງ
ຫລຸດຜ່ອນການແຕກໂຕນກັນທາງດ້ານບໍລິມາດອາຄານ.
ອາຄານ
ອາຄານເປັນຕົວກຳນົດລັກສະນະຫນ້າຕາ
ແລະ ຊວດຊົງ ໂດຍສະເພາະແມ່ນຂະຫນາດຂອງອາຄານ ຫລື ກຸ່ມອາຄານໃນເມືອງ ທີ່ຈຳເປັນຕ້ອງມີການສຶກສາໃຫ້ເຂົ້າໃຈພື້ນຖານລະອຽດກ່ອນທີ່ອອກແບບການນຳໃຊ້ປະໂຫຍດອາຄານ
ຫລື ກ່ອນທີ່ຈະອອກແບບອາຄານໃຫມ່ທີ່ປະສານກົມກືນເຂົ້າກັນໄດ້ ກັບໂຄງສ້າງທາງກາຍະພາບຂອງເມືອງ
ທັງເປັນມິດກັບສິ່ງແວດລ້ອມເມືອງ ແລະ ສິ່ງແວດລ້ອມທຳມະຊາດ.
ປະເດັນທີ່ສຳຄັນກ່ຽວກັບອາຄານ
ແມ່ນຮູບລັກສະນະຫນ້າຕາ, ຮູບແບບ, ຂະຫນາດແລະຊັດສ່ວນໃນຮູບດ້ານຂອງອາຄານ,
ການຕົກແຕ່ງຮູບດ້ານຂອງອາຄານ, ວັດສະດຸ, ພື້ນຜິວ ແລະ ສີ. ນອກຈາກນີ້ ຍັງມີຮູບຊົງບໍລິມາດຂອງອາຄານ, ຄວາມສູງ,
ອັດຕາສ່ວນເນື້ອທີ່ຊັ້ນຕິດດິນ ແລະ ເນື້ອທີ່ທັງຫມົດຂອງອາຄານຕໍ່ກັບເນື້ອທີ່ຕອນດິນ,
ໄລຍະເສັ້ນແຖວຂອງອາຄານ.
ການອອກແບບອາຄານໃນເມືອງໃຫມ່
ສິ່ງພື້ນຖານທີ່ສຸດທີ່ຜູ້ອອກແບບຕ້ອງຄຳນຶງເຖິງແມ່ນຂະຫນາດຂອງອາຄານ ເປັນຕົ້ນແມ່ນຄວາມສູງ,
ຄວາມກວ້າງ ແລະ ຄວາມເລິກ ເຊິ່ງຂະຫນາດຂອງອາຄານທີ່ເຫມາະສົມແມ່ນພິຈາລະນາຈາກປັດໄຈຕ່າງໆ
ເຊັ່ນ: ປັດໄຈພາຍໃນ ເຊິ່ງໄດ້ແກ່ຄວາມຕ້ອງການເນື້ອທີ່ໃຊ້ສອຍ, ລັກສະນະໂຄງສ້າງອາຄານອາຄານຕາມປະເພດການນຳໃຊ້,
ສະພາບການຢູ່ສະບາຍໃນອາຄານ ດ້ານແສງສະຫວ່າງ ແລະ ການລະບາຍອາກາດຕາມທຳມະຊາດ.
ນອກຈາກນີ້ ຍັງມີປັດໄຈພາຍນອກ ເຊິ່ງໄດ້ແກ່ ຄວາມສອດຄ່ອງກັບບໍລິມາດ ແລະ
ຮູບລັກສະນະຫນ້າຕາ ອາຄານທີ່ຢູ່ໄກ້ຄຽງຫລືຢູ່ບໍລິເວນອ້ອມຮອບ.
ບັນຫາທີ່ມັກພົບເຫັນປະຈຳກ່ຽວກັບຮູບຊົງ
ແລະ ຂະຫນາດຂອງອາຄານແມ່ນ ຜູ້ອອກແບບມັກຈະພະຍາຍາມສ້າງໂຄງການອອກແບບກໍ່ສ້າງຂອງຕົນໃຫ້ໂດດເດັ່ນກວ່າສະພາບແວດລ້ອມອ້ອມຂ້າງ
ໂດຍບໍ່ໄດ້ຄຳນຶງເຖິງ “ຄວາມສາມາດເຂົ້າກັນໄດ້” ລະຫວ່າງຮູບຊົງ ແລະ ບໍລິມາດຂອງອາຄານໃຫມ່
ກັບ ກຸ່ມອາຄານທີ່ມີຢູ່ເດີມ. ນອກຈາກນີ້ ບາງກໍລະນີຜູ້ຢູ່ອາໄສທົ່ວໄປຍັງບໍ່ເຫັນຄວາມສຳຄັນຂອງການຮັກສາທິວທັດຂອງຄຸ້ມ
ຫລື ເມືອງເທົ່າທີ່ຄວນ. ດ້ວຍເຫດນີ້ ໄປຄຽງຄູ່ກັບການກຳນົດຫນ້າທີ່ໃຊ້ສອຍ
ຫລື ປະເພດອາຄານທີ່ສາມາດປຸກໄດ້ໃນແຕ່ລະເຂດຂອງເມືອງແລ້ວ ຍັງຄວນສຶກສາລັກສະນະຮູບດ້ານ,
ບໍລິມາດຂອງກຸ່ມອາຄານໃນແຕ່ລະເຂດດັ່ງກ່າວ ລວມທັງປະຫວັດຄວາມເປັນມາ ແລະ
ເງື່ອນໄຂແວດລ້ອມທາງສັງຄົມ-ວັດທະນະທຳ, ທາງເສດຖະກິດ ແລະ ເລື່ອງລາວຕ່າງໆທີ່ຕິດພັນກັບກຸ່ມອາຄານດັ່ງກ່າວ
ເພື່ອກຳນົດເປັນແນວທາງໃນການອອກແບບຮູບດ້ານອາຄານທີ່ສອດຄ່ອງກັບເງື່ອນໄຂແວດລ້ອມ
ສົ່ງເສີມຄຸນຄ່າດ້ານສັງຄົມ-ວັດທະນະທໍາຂອງເມືອງ.
ເພື່ອໃຫ້ທ່ານສາມາດ ອ່ານເນື້ອໃນກ່ຽວກັບບົດນີ້ໄດ້ ກະລຸນາລງົທະບຽນເປັນສະມາຊິກ ແລະ ກັບມາຢ້ຽມຢາມເບິ່ງໃຫມ່.
To access content of this topic, please register and come back later.
No comments:
Post a Comment
Note: Only a member of this blog may post a comment.