3 Planning for urban economic competiveness and growth


ຮຽບຮຽງໂດຍ: ອານຸພົນ ຫວັງສະຫວັດ
ກວດແກ້ໂດຍ: ສຸກັນ ຈິດປັນຍາ

ການວາງແຜນນຳ​ໃຊ້ທີ່ດິນ
ການວາງແຜນການນຳໃຊ້ທີ່ດິນ ຄືການຈຳແນກປະເພດການນຳ​ໃຊ້ທີ່ດິນ ໃນແຜນຜັງຊີ້ນຳລວມ ໃຫ້ເປັນປະໂຫຍດມີດັ່ງນີ້:
  • ກຳນົດການນໍາ​ໃຊ້ທີ່ດິນແນໃສ່ສົ່ງເສີມການພັດທະນາ.
  • ປ້ອງກັນການນຳ​ໃຊ້ທີ່ດິນທີ່ຜິດເຮັດໃຫ້ເກີດບັນຫາ.
  • ປ້ອງກັນການ​ໃຊ້ທີ່ດິນທີ່ບໍ່ເໝາະສົມ ເຮັດໃຫ້ຂາດປະສິດທິພາບ.
  • ປ້ອງກັນການເກັບຮັກສາທີ່ດິນໄວ້ໂດຍບໍ່ໄດ້ນຳ​ໃຊ້ເຂົ້າໃນການຜະລິດ.
  • ອະນຸລັກພື້ນທີ່ເພື່ອສາທາລະນຸປະໂຫຍດ ແລະ ສິ່ງແວດລ້ອມ.
  • ກຳນົດທິດທາງ ເຮັດໂຄງການທັບມ້າງ, ສ້າງໃໝ່ ໃນຜັງເມືອງສະເພາະເພື່ອແກ້ໄຂພື້ນທີ່ທີ່ມີບັນຫາ ແລະ ທຳການຟື້ນຟູເພື່ອນຳພື້ນທີ່ທີ່ກຳລັງຈະມີບັນຫາກັບມາ​ໃຊ້ໃຫ້ເປັນປະໂຫຍດ.
ມີສອງທັດສະນະທີ່ສໍາຄັນກ່ຽວກັບທີ່ດິນຄື: ທີ່ດິນເປັນຊັບພະຍາກອນ ຊຶ່ງທຸກຄົນມີສິດທີ່ໄດ້ຮັບຜົນປະໂຫຍດຮ່ວມກັນກັບທີ່ດິນ ແລະ ເປັນຊັບສິນສ່ວນບຸກຄົນ ສາມາດເຮັດໃຫ້ໄດ້ຮັບຜົນປະໂຫຍດຕາມສິດທິທີ່ຄອບຄອງ. ການວາງແຜນການນຳໃຊ້ທີ່ດິນ  ຕ້ອງປະສານສົມທົບສອງທັດສະນະນີ້ໃຫ້ເກີດຄວາມເປັນທຳ ຄືທີ່ດິນທີ່ເປັນສ່ວນຊັບພະຍາກອນທຳມະຊາດ ເປັນຜົນປະໂຫຍດສ່ວນລວມ ທີ່ຕ້ອງໄດ້ຮັບການປົກປ້ອງຄຸ້ມຄອງ ແລະ ທີ່ດິນສ່ວນບຸກຄົນທີ່ເປັນກຳມະສິດຂອງບຸກຄົນ ຕ້ອງໄດ້ຮັບການສົ່ງເສີມໃຫ້ມີການນຳໃຊ້ ໃຫ້ເກີດມີຜົນປະໂຫຍດສຸງສຸດ. 
ການຈຳແນກປະເພດການນຳ​ໃຊ້ທີ່ດິນ ແມ່ນໄດ້ຈາກຜົນການວິເຄາະຂໍ້ມູນ ທີ່ໄດ້ເຮັດການຈຳແນກພື້ນທີ່ຕາມສັກກະຍະພາບ ແລະ ຂໍ້ຈຳກັດ. ຕາມຫຼັກການທົ່ວໄປແລ້ວ ໄດ້ມີຫຼັກເກນການຈຳແນກດັ່ງນີ້:
. ພື້ນທີ່ເຂດສະຫງວນໄວ້
ພື້ນທີ່ໆມີຄຸນຄ່າທາງທໍາມະຊາດ ແລະ ນິເວດວິທະຍາຕະຫຼອດເຖິງແຫຼ່ງຜະ ລິດອາຫານການກິນ ທີ່ທຸກຄົນໄດ້ຮັບຜົນປະໂຫຍດຮ່ວມກັນ ຈຶ່ງຕ້ອງໄດ້ຮັບການປົກປ້ອງຄຸ້ມຄອງ ແລະ ປ້ອງກັນໃຫ້ຍັງ ດຳລົງຄົງຕົວໄວ້ຄຸນຄ່າທາງທຳມະຊາດ ແລະ ນິເວດວິທະຍາ ບໍ່ໃຫ້ໄດ້ຮັບຜົນກະທົບຈົນເຮັດໃຫ້ເສຍ ຄຸນຄ່າຍາກທີ່ຈະປົວແປງໃຫ້ກັບຄືນສູ່ສະພາບດັ່ງເດີມໄດ້. ມາດຕະເກນໃນການກຳນົດພື້ນທີ່ເຂດສະຫງວນໄວ້ມີດັ່ງນີ້ :
  • ພື້ນທີ່ ທີ່ສູງຈາກຫນ້ານ້ຳທະເລ ປະມານ 1,000 ກວ່າແມັດ ຂຶ້ນໄປ ທີ່ເປັນແຫຼ່ງນ້ຳ, ຕົ້ນນ້ຳ ຮັກສາຄວາມຊຸມຊື່ນຂອງອາກາດ.
  • ພື້ນທີ່ຊຸ່ມຊື່ນ ເປັນລະບົບນິເວດຂອງພືດ ແລະ ສັດ ຄືຊ່ວຍໃນການດູດຊັບນ້ຳຢູ່ເທິງໜ້າດິນ.
  • ພື້ນທີ່ປ່າໄມ້ເຊັ່ນ: ປ່າສະຫງວນແຫ່ງຊາດ ເຂດອະນຸລັກພັນສັດປ່າ ທີ່ເປັນພື້ນທີ່ ທີ່ມີຄຸນຄ່າຕໍ່ນິເວດວິທະຍາ. ໂດຍປົກກະຕິແລ້ວ ພື້ນທີ່ສະຫງວນຈະບໍ່ຢູ່ໃນຂອບເຂດຊຸມຊົນເມືອງ ທີ່ກຳນົດເປັນເຂດ ທີ່ມີແຜນຜັງຊີ້ນຳລວມ ແຕ່ມີບາງກໍລະນີ ການຕັ້ງຖິ່ນຖານຂອງຊຸມຊົນມີລັກສະນະກະແຈກກະຈາຍ ຫຼື ຂະຫຍາຍຕົວເຂົ້າໃນ ພື້ນທີ່ໆໄກ້​ຄຽງ ແລະ ສົ່ງຜົນສະທ້ອນແກ່ພື້ນທີ່ສະຫງວນໄວ້ ຈຶ່ງຖືກກຳນົດໃຫ້ເຂົ້າມາຢູ່ໃນ ເຂດແຜນຜັງຊີ້ນຳລວມ. ຕ້ອງມີຄວາມລະມັດລະວັງ ໃນການນໍາ​ໃຊ້ທີ່ດິນທີ່ສົ່ງຜົນກະທົບໃນທາງກົງ ແລະ ທາງອ້ອມຕໍ່ພື້ນທີ່ສະຫງວນເຊັ່ນ: ການກໍ່ສ້າງຫົນທາງ, ການຂຸດອຸບມຸງ, ການກໍ່ສ້າງອາຄານຂະໜາດໃຫຍ່, ການຕົບແຕ່ງແປງສະພາບພື້ນທີ່ໜ້າດິນເປັນຕົ້ນ ເຖິງແມ່ນວ່າຈະຢູ່ນອກເຂດສະຫງວນ ແຕ່ກໍຍັງມີຜົນກະທົບຕໍ່ພື້ນທີ່ສະຫງວນ.
ຂ. ພື້ນທີ່ອະນຸລັກ
ພື້ນທີ່ອະນຸລັກ ໝາຍເຖິງພື້ນທີ່ທີ່ຕ້ອງການ ຢາກບຳລຸງຮັກສາໃຫ້ມີຄຸນຄ່າໄວ້ ຢ່າງຍາວນານເຊັ່ນ: ພື້ນທີ່ ທີ່ມີຄຸນຄ່າທາງທຳມະຊາດ, ພູມີປະເທດທີ່ສວຍງາມ ພື້ນທີ່ທາງປະຫວັດສາດ, ສີລະປະ, ວັດທະນະທຳ. ພື້ນທີ່ດັ່ງກ່າວນີ້ ສາມາດນຳ​ໃຊ້ໃຫ້ມີຜົນປະໂຫຍດໄດ້ ແຕ່ບໍ່ເຮັດໃຫ້ຄຸນຄ່າດັ້ງເດີມ ທີ່ມີໄດ້ມີການເຊື່ອມໂຊມລົງ ລວມທັງພື້ນທີ່ອະນຸລັກ ທີ່ຢູ່ໃນ ແລະ ຢູ່ພື້ນທີ່ຂອງຊຸມຊົນ.
. ພື້ນທີ່ສໍາລັບພັດທະນາ
ພື້ນທີ່ ສຳຫຼັບພັດທະນາແມ່ນພື້ນທີ່ ທີ່ມີສັກກະຍະພາບ ນຳ​ໃຊ້ສຳຫຼັບການຕັ້ງຖິ່ນຖານຂອງຊຸມຊົນ ຕອບສະໜອງແກ່ກິດຈະກຳທາງເສດຖະກິດ ແລະ ສັງຄົມໃນຊີວິດປະຈຳວັນ ໂດຍສະເພາະການກໍ່ສ້າງອາຄານສິ່ງປຸກສ້າງເພື່ອຢູ່ອາ​ໄສ, ກໍ່ສ້າງໂຮງງານອຸດສາຫະກຳ ແລະ ຮ້ານຄ້າຂາຍ, ພື້ນຖານໂຄງລ່າງສາທາລະນຸປະໂພກ ແລະ ສາທາລະນຸປະໂຫຍດ. ເກນໃນການກຳນົດພື້ນທີ່ ທີ່ເໝາະສົມສຳຫຼັບການພັດທະນາເປັນບ່ອນຕັ້ງຖິ່ນຖານມີດັ່ງນີ້:
  • ພື້ນທີ່ ທີ່ມີຄວາມຊັນໃນລະດັບ 0.5 – 6 % ແມ່ນມີຄວາມເໝາະສົມແກ່ການຕັ້ງຖິ່ນຖານຊຸມຊົນ, ຖ້າພື້ນທີ່ມີຄວາມຊັນຕໍ່າກວ່າ 0.5 % ກໍເຫັນວ່າຈະມີນ້ຳຖ້ວມຂັງ ໂດຍສະເພາະໃນພື້ນທີ່ພັດທະນາ ອັນກວ້າງໃຫຍ່ເຊັ່ນ:​ ເຂດອຸດສາຫະກຳ, ບ້ານຈັດສັນ ຖ້າບໍລິເວນພື້ນທີ່ມີຄວາມຊັນສູງກວ່າ 6 % ອາດຈະເຮັດໃຫ້ຊີ້ນເປືອງ ສຳລັບຄ່າ​ໃຊ້ຈ່າຍໃນການຈັດການສາທາລະນຸປະໂພກ ແລະ ສ່ຽງຕໍ່ການພັງທະລາຍຂອງດິນ. ເຖິງຢ່າງໃດກໍ່ດີ ບໍລິເວນພື້ນທີ່ມີຄວາມຊັນສູງກວ່າ 6 % ທີ່ຢູ່ໃນພູມີປະເທດທີ່ສວຍງາມ ອາດພັດທະນາເປັນທີ່ຢູ່ອາ​ໄສຊັ້ນດີ ດ້ວຍການອອກຂໍ້ກຳນົດປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມ.
  • ການປຸກສ້າງອາຄານ ແລະ ສິ່ງປຸກສ້າງອື່ນໆ ຕ້ອງຢູ່ນອກຂອບເຂດບໍລິເວນການໄຫຼ ຫຼື ການລະບາຍນ້ຳ ໝາຍຄວາມວ່າບໍ່ເປັນສິ່ງກີດຂວາງການໄຫຼຂອງນ້ຳ ຖ້າບໍ່ດັ່ງນັ້ນກໍ່ຈະເຮັດໃຫ້ຊິ້ນເປືອງງົບປະມານ ໃນການເຮັດທໍ່ລອດພື້ນ, ການຖົມດິນ ຫຼື ການປ່ຽນເສັ້ນທາງໄຫຼທຳມະຊາດຂອງນ້ຳ ລວມທັງພື້ນທີ່ບໍລິເວນ ໜອງບຶງ ແລະ ຄອງນ້ຳທີ່ເປັນແຫຼ່ງທຳມະຊາດ ຄວນໄດ້ກຳນົດມາດຕະການປ້ອງກັນມົນລະພິດທີ່ອາດໄຫຼປົນເປື້ອນແຫຼ່ງນ້ຳ ຄືໃຫ້ຢູ່ໄກບໍລິເວນແຫຼ່ງທຳມະຊາດປະມານ 10​ ມ ຂຶ້ນໄປ.
  • ພື້ນທີ່ດິນເປັນດິນອ່ອນ ແລະ ພື້ນທີ່ ທີ່ມີແຫຼ່ງນ້ຳ​ໃຕ້ດິນຕື້ນ ແມ່ນບໍ່  ເໝາະສົມແກ່ການກໍ່ສ້າງອາຄານສູງ, ອາຄານຂະໜາດໃຫຍ່, ໂຮງງານອຸດສາຫະກໍາ ແລະ ການກຳຈັດຂີ້ເຫຍື້ອແບບຝັງກົບ ຊຶ່ງຈະເຮັດໃຫ້ເກີດບັນຫາການກໍ່ສ້າງ, ການກຳຈັດສິ່ງເນົ່າ   ເໝັນປະເພດສານຜິດປົນເປື້ອນໄຫຼສູ່ແຫຼ່ງນ້ຳ​ໃຕ້ດິນ.
  • ພື້ນທີ່ດິນທີ່ເປັນດິນອ່ອນ ແລະ ພື້ນທີ່ທີ່ມີ​ແຫຼ່ງນ້ຳ​ໃຕ້ດິນຕື້ນ ແມ່ນບໍ່  ເໝາະສົມແກ່ການກໍ່ສ້າງອາຄານ.
  • ບໍລິເວນພື້ນທີ່ກະສິກຳໄດ້ກຳນົດກິດຈະກຳປູກຝັງ ແລະ ລ້ຽງສັດ ໃຫ້  ເໝາະສົມກັບຄຸນສົມບັດຂອງດິນ ເປັນແຫຼ່ງຜະລິດອາຫານທີ່ສະອາດມາຫຼໍ່ລ້ຽງຊຸມຊົນ.
. ການນຳ​ໃຊ້ທີ່ດິນສຳລັບພື້ນທີ່ໆເປັນຊຸມຊົນເມືອງ
ສຳຫຼັບພື້ນທີ່ ທີ່ມີສັກກາຍະພາບ ໃນການພັດທະນາໃຫ້ເປັນບ່ອນຕັ້ງຖິ່ນຖານຊຸມຊົນເມືອງ ໄດ້ມີການນຳໃຊ້ທີ່ດິນຢ່າງຫຼາກຫຼາຍຕາມບົດບາດ ແລະ ປະຊາຊົນໃນຊຸມຊົນ.ເມືອງຂະໜາດໃຫຍ່ມີປະຊາກອນເປັນ ຈຳນວນຫຼາຍ ທີ່ໄດ້ນຳ​ໃຊ້ທີ່ດິນຢ່າງຫຼາກຫຼາຍສະຫຼັບຊັບ ຊ້ອນຂຶ້ນກັບກິດຈະກຳ ໃນການ​ໃຊ້ຊີວິດປະຈຳວັນຂອງປະຊາຊົນໃນເມືອງ, ການນຳ​ໃຊ້ທີ່ດິນສຳຫຼັບເມືອງຂະໜາດນ້ອຍແມ່ນ ບໍ່ມີຄວາມຫຼາກຫຼາຍ ແລະ ບໍ່ສັບສົນ ສ່ວນຫຼາຍກໍແມ່ນໄດ້ນຳ​ໃຊ້ເພື່ອທີ່ຢູ່ອາ​ໄສ ອັນເປັນພື້ນຖານ ພ້ອມກັບສິ່ງບໍລິການສາທາລະນະຂັ້ນພື້ນຖານ.

ປະເພດການນຳ​ໃຊ້ທີ່ດິນຕົ້ນຕໍ
ແມ່ນການນຳ​ໃຊ້ທີ່ດິນຂັ້ນພື້ນຖານ ທີ່ເປັນລັກສະນະທົ່ວໄປຂອງເມືອງໂດຍ ໄດ້ຈຳແນກອອກເປັນ 4 ປະເພດເຊັ່ນ: ບ່ອນຢູ່ອາ​ໄສ, ການຄ້າ, ອຸດສາຫະກຳ ແລະ ກະສິ ກຳ. ແຕ່ລະປະເພດສາມາດຈຳແນກເປັນອັນລະອຽດ ທີ່ມີອັນແຕກຕ່າງກັນຕາມຂະໜາດ ແລະ ບົດບາດຂອງຊຸມຊົນ. ເພິ່ນໄດ້ກຳນົດສີ່ງທີ່ເປັນສັນຍາລັກຢູ່ໃນແຜນຜັງດັ່ງນີ້ :
- ປະເພດທີ່ຢູ່ອາ​ໄສ ໄດ້ຈຳແນກເປັນປະເພດຍ່ອຍດັ່ງນີ້:
+ ເຂດທີ່ຢູ່ອາ​ໄສທີ່ມີຄວາມໜາແໜ້ນຕໍ່າ.
+ ເຂດທີ່ຢູ່ອາ​ໄສທີ່ມີຄວາມໜາແໜ້ນປານກາງ.
+ ເຂດທີ່ຢູ່ອາ​ໄສທີ່ມີຄວາມໜາແໜ້ນສູງ.
- ປະເພດການຄ້າແລ້ວໄດ້ຈຳແນກເປັນປະເພດຍ່ອຍດັ່ງນີ້:
+ ການຄ້າຂາຍຍ່ອຍ.
+ ການຂາຍຍົກ.
+ ການບໍລິການເປັນການປະກອບທຸລະກິດ ແລະ ການຂາຍບໍລິການ.
- ປະເພດອຸດສາຫະກຳ ໄດ້ຈຳແນກເປັນປະເພດຍ່ອຍດັ່ງນີ້:
+ ອຸດສາຫະກຳ ແລະ ສາງສິນຄ້າ.
+ ອຸດສາຫະກຳ ສະເພາະກິດ.
+ ສາງສິນຄ້າ.
+ ອຸດສາຫະກຳທົ່ວໄປທີ່ບໍ່ເປັນມົນລະພິດຕໍ່ຊຸມຊົນ ຫຼື ສິ່ງແວດລ້ອມ ແລະ ຄັງສິນຄ້າ.
- ປະເພດຊົນນະບົດ ແລະ ກະສິກຳ ໄດ້ຈຳແນກເປັນປະເພດຍ່ອຍດັ່ງນີ້:
+ ອະນຸລັກເພື່ອ ຊົນນະບົດ ແລະ ກະສິກຳ.
+ ອະນຸລັກສະພາບແວດລ້ອມ ເພື່ອການທ່ອງທ່ຽວ.

. ການນຳ​ໃຊ້ທີ່ດິນປະເພດອື່ນໆ
ການນຳ​ໃຊ້ທີ່ດິນປະເພດອື່ນໆ ລວມທັງການສົ່ງເສີມການນຳ​ໃຊ້ດິນຫຼັກເພື່ອກິດ ຈະກຳປະເພດສຳຮອງ ທັງນີ້ກໍເພື່ອຕອບສະໜອງແກ່ການດຳລົງຊີວິດປະຈຳວັນ ໃນຊຸມຊົນ ແລະ ລວມເຖິງການນຳ​ໃຊ້ເພື່ອກິດຈະກຳດ້ານສາທາລະນຸປະໂພກ ຫຼື ສາທາລະນຸປະໂຫຍດ ແລະ ການບໍລິການສາທາລະນະທີ່ມີຄວາມຈຳເປັນຕ້ອງໄດ້ນໍາ​ໃຊ້ທີ່ດິນ. ເພິ່ນໄດ້ກຳນົດເປັນ 4ປະເພດດັ່ງນີ້ :
- ພື້ນທີ່ຫວ່າງເປົ່າ ( ພື້ນທີ່ໂລ່ງ ) ໃຊ້ໃນການຮັກສາສິ່ງແວດລ້ອມ ໄດ້ຈຳແນກປະເພດຍ່ອຍດັ່ງນີ້:
+ ພື້ນທີ່ຫວ່າງເປົ່າສຳຫຼັບການລ້ຽງສັດ ແລະ ການຮັກສາຄຸນນະພາບສິ່ງແວດລ້ອມ.
+ ພື້ນທີ່ຫວ່າງເປົ່າສະຫງວນໄວ້ສຳລັບຮັກສາສິ່ງແວດລ້ອມ.
+ ທີ່ດິນເພື່ອການອະນຸລັກປ່າໄມ້.
+ ພື້ນທີ່ຫວ່າງເປົ່າເພື່ອຮັກສາສິ່ງແວດລ້ອມ ແລະ ການປະມົງ.
+ ພື້ນທີ່ຫວ່າງເປົ່າເພື່ອຮັກສາສິ່ງແວດລ້ອມ ແລະ ພື້ນທີ່ຊຸ່ມຊື້ນ.
+ ທີ່ດິນເພື່ອອະນຸລັກຮັກສາ ແລະ ສົ່ງເສີມເອກະລັກ ສິລະປະ, ວັດທະ ນະທຳ.
          - ປະເພດສຳລັບສະຖາບັນການປົກຄອງ ສຳນັກງານອົງການ.
          - ປະເພດສຳລັບສະຖາບັນສາສະໜາ.
          - ປະເພດສຳລັບສະຖາບັນການສຶກສາ.

ການວາງແຜນການນຳ​ໃຊ້ທີ່ດິນປະເພດທີ່ຢູ່ອາ​ໄສ
ການນຳ​ໃຊ້ທີ່ດິນເພື່ອເປັນເຂດທີ່ຢູ່ອາ​ໄສ ໝາຍເຖິງການນຳ​ໃຊ້ທີ່ດິນຫຼັກປະເພດໜຶ່ງ ທີ່ໄດ້ກຳນົດໃນແຜນຜັງຕາມທີ່ໄດ້ຈຳແນກປະເພດ ແລະ ການນຳ​ໃຊ້ທີ່ດິນສ່ວນໃຫຍ່ສຳລັບຊຸມຊົນນັ້ນ ແມ່ນໄດ້ກວມເອົາປະມານ 60 ຫາ 70 % ຂອງພື້ນທີ່ຊຸມຊົນທັງໝົດ. ເກນການວາງ ແລະ ການສ້າງແຜນຜັງການນຳ​ໃຊ້ທີ່ດິນ ປະເພດທີ່ຢູ່ອາ​ໄສມີດັ່ງນີ້:
. ວິເຄາະຄວາມຕ້ອງການທີ່ຢູ່ອາ​ໄສ
ປັດໄຈທີ່ເປັນຕົວກໍານົດຄວາມຕ້ອງການຮູບແບບເຮືອນຢູ່ ແລະ ບ່ອນຢູ່ອາ​ໄສປະກອບດ້ວຍ: ສະພາບທາງເສດຖະກິດ ແລະ ສັງຄົມ ຂອງປະຊາຊົນໃນຊຸມຊົນນັ້ນ ທີ່ກ່ຽວກັບສະພາບການແຕ່ງງານອາຊີບ, ລາຍຮັບ, ອາຍຸ, ເຊື້ອຊາດ, ລະດັບການສຶກສາ, ສາດສະໜາ ເປັນຕົ້ນ. ຕົວຢ່າງ ຜູ້ມີຄອບຄົວມັກຢູ່ເຮືອນປະເພດດ່ຽວ ຫຼາຍກວ່າເຮືອນປະເພດອື່ນ,ສ່ວນຜູ້ເປັນໂສດ ມັກຢູ່ອາ​ໄສປະເພດເຮືອນພັກລວມໝູ່ ທີ່ຕັ້ງຢູ່​ໃກ້ບ່ອນເຮັດວຽກງານ.
ສັງຄົມໄດ້ມີຄ່ານິຍົມ ກ່ຽວກັບຂະໜາດຂອງເຮືອນ, ກຳມະສິດທີ່ດິນ - ຊັບສິນ ແລະ ມີຄວາມນິຍົມມີທີ່ຢູ່ອາ​ໄສທີ່ເປັນສ່ວນໜຶ່ງຂອງສະຖານທີ່ເຮັດວຽກ.
ການຍ້າຍຖິ່ນຖານຂອງປະຊາຊົນ ກໍ່ເປັນຕົວກຳນົດຄວາມຕ້ອງການທີ່ຢູ່ອາ​ໄສ ເພາະ ວ່າການຍ້າຍຖິ່ນຖານ ຂອງປະຊາຊົນ ແມ່ນມີລັກສະນະແຕກຕ່າງກັບການຍ້າຍທີ່ຢູ່ອາ​ໄສ ຍ້ອນວ່າ ການຍ້າຍທີ່ຢູ່ອາ​ໄສອາດຈະບໍ່ເຮັດ ໃຫ້ເພີ່ມຈຳນວນທີ່ຢູ່ອາ​ໄສ ບາງຄັ້ງລັກສະນະທີ່ຢູ່ອາ​ໄສອາດເປັນເຮືອນເຊົ່າ, ການຢູ່ຮ່ວມກັນ, ຫໍພັກ ແລະ ອື່ນໆ. ນອກຈາກນີ້ ກໍຍັງມີປັດໃຈອື່ນທີ່ຈະນຳພາພິຈາລະນາ ນໍາມາວິເຄາະຮ່ວມດ້ວຍເຊັ່ນ: ລາຄາດິນ, ຄວາມສະດວກໃນການເດີນທາງເປັນຕົ້ນ.
ການວິເຄາະຄວາມຕ້ອງການທີ່ຢູ່ອາ​ໄສ ຕ້ອງໄດ້ຜ່ານວິເຄາະຈາກຈຳນວນປະຊາກອນ,ຂະໜາດຄົວເຮືອນ ສະເລ່ຍໃນອະນາຄົດທີ່ກຳນົດໄວ້ໃນເປົ້າໝາຍຕາມການຄາດໝາຍ ການປ່ຽນແປງ ທາງດ້ານເສດຖະກິດ - ສັງຄົມ ໃນຊຸມຊົນສົມທຽບກັບສະພາບຄວາມເປັນຈິງໃນປັດຈຸບັນບວກໃສ່ສະພາບ ການເຊື່ອມໂຊມຂອງເຮືອນຢູ່ ແລະ ຄາດຄະເນໃຫ້ມີເຮືອນຫວ່າງປະ ມານ 5 % ເພື່ອຮອງຮັບຜູ້ທີ່ຍ້າຍເຂົ້າມາຢູ່ໃໝ່.
. ການປະເມີນການ​ໃຊ້ພື້ນທີ່ ແລະ ການກຳນົດທີ່ຕັ້ງ
ອາຄານທີ່​ໃຊ້ສຳຫຼັບເປັນທີ່ຢູ່ອາ​ໄສໄດ້ມີຫຼາຍປະເພດເຊັ່ນ: ເຮືອນດ່ຽວ,ເຮືອນຫ້ອງແຖວ, apartment ແລະ ອື່ນໆ. ໄປຕາມຄວາມຕ້ອງການບົນພື້ນຖານ ທາງດ້ານເສດຖະກິດ - ສັງຄົມຂອງປະຊາຊົນ. ຮູບແບບຂອງເຮືອນຢູ່ ( ຕົວອາຄານ ) ເປັນຕົວກຳນົດຂອງຕອນດິນ ທີ່​ໃຊ້ສຳຫຼັບການກໍ່ສ້າງອາຄານ ແລະ ຮອງຮັບຈຳນວນຜູ້ເຂົ້າຢູ່ອາ​ໄສ ໃນອາ ຄານແຕ່ລະປະເພດ ນຳໄປສູ່ການຈຳແນກຄວາມໜາແໜ້ນ ຂອງປະຊາກອນຢູ່ໃນພື້ນທີ່ ອອກເປັນຄວາມໜາແໜ້ນໜ້ອຍ, ໜາແໜ້ນປານກາງ ແລະ ໜາແໜ້ນສູງ.
ຊຸມຊົນເມືອງຂະໜາດກາງຢູ່ ສປປ ລາວ ແມ່ນມີຂະໜາດແຕ່ 10,000 - 30,000ຄົນ ມາດຕະຖານການກຳນົດຂະໜາດການນຳ​ໃຊ້ທີ່ດິນ ເພື່ອການຢູ່ອາ​ໄສດັ່ງນີ້:
ການນຳ​ໃຊ້ປະເພດທີ່ດິນ
ຮູບແບບອາຄານ
ພື້ນທີ່
(ເຮັກຕາ)
ຄວາມໜາແໜ້ນ
(ຄົນ/ເຮັກຕາ)
ທີ່ຢູ່ອາ​ໄສໜາແໜ້ນຕໍ່າ
ເຮືອນດ່ຽວ, ເຮືອນແຝດ


ທີ່ຢູ່ອາ​ໄສໜາແໜ້ນປານກາງ
ເຮືອນປະເພດຫ້ອງແຖວອາຄານຊຸດສູງ 2-3 ຊັ້ນ


ທີ່ຢູ່ອາ​ໄສໜາແໜ້ນສູງ





ພື້ນທີ່ ທີ່ຄາດຄະເນສຳລັບທີ່ຢູ່ອາ​ໄສ ຈະຕ້ອງມີພື້ນທີ່ສຳຮອງໄວ້ ສຳລັບວຽກງານບໍ ລິການສາທາລະນະ ຊຶ່ງມີປະມານ 25 – 30 % ສຳລັບປະເພດທີ່ຢູ່ອາ​ໄສ ທີ່ມີຄວາມໜາ  ແໜ້ນໜ້ອຍ ແລະ 20 – 25 % ສຳລັບ ປະເພດທີ່ຢູ່ອາ​ໄສ ທີ່ມີຄວາມໜາແໜ້ນປານກາງ ແລະ ໜາແໜ້ນສູງ.
. ເກນການກຳນົດພື້ນທີ່ ເພື່ອກຳນົດເປັນປະເພດທີ່ຢູ່ອາ​ໄສ.
 ການກຳນົດແນວທາງການພັດທະນາໄດ້ມີຫຼັກເກນດັ່ງນີ້:
·       ການສ້າງຂໍ້ກຳນົດຕ້ອງຄຳນຶງເຖິງ ວັດຖຸປະສົງຂອງທີ່ຢູ່ອາ​ໄສແຕ່ລະປະເພດ ລວມທັງມີແຜນສົ່ງເສີມການນຳ​ໃຊ້ທີ່ດິນແຕ່ລະປະເພດເຊັ່ນ: ຕ້ອງການໃຫ້ມີພື້ນທີ່ເປີດໂລ່ງ, ໂຮງຮຽນລ້ຽງເດັກ, ການນຳ​ໃຊ້ທີ່ດິນແບບມີເງື່ອນໄຂ ( ທີ່ພົວພັນເຖິງຄວາມໜາແໜ້ນ, ການອະນຸຍາດໃຫ້ມີຫ້ອງການຢູ່ເຮືອນ ແລະ ບໍ່ໃຫ້ນຳ​ໃຊ້ທີ່ດິນທີ່ເປັນອຸປະ ສັກ ແກ່ການດຳລົງຊີວິດທີ່ດີເຊັ່ນ: ຟາມລ້ຽງສັດ, ສາງພະລັງງານເຊື້ອໄຟ, ສາງອາວຸດ, ການກຳຈັດຂີ້ເຫຍື້ອ, ການຊື້ຂາຍເຫຼັກເສດ ແລະ ສິ່ງເສດເຫຼືອ, ປ່າຊ້າ… )
·       ການກຳນົດຄວາມໜາແໜ້ນຂອງປະຊາກອນມີ 2 ວິທີດັ່ງນີ້: ກຳນົດຈາກແປງດິນທີ່ນ້ອຍທີ່ສຸດ ທີ່ຈະພັດທະນາຈະສ້າງເປັນທີ່ຢູ່ອາ​ໄສໄດ້ ແລະ ກຳນົດຈາກອັດຕາສ່ວນການນຳ​ໃຊ້ທີ່ດິນຄື:
+ ອັດຕາສ່ວນພື້ນທີ່ອາຄານລວມຕໍ່ພື້ນທີ່ດິນ (Floor area ratio ຫຼື FAR) ໝາຍເຖິງອັດຕາສ່ວນ ພື້ນທີ່ອາຄານລວມທຸກຊັ້ນ ຂອງອາຄານທຸກຫຼັງຕໍ່ພື້ນທີ່ດິນທີ່​ໃຊ້ເປັນບ່ອນປຸກສ້າງອາຄານ.
+ ພື້ນທີ່ອາຄານ ໝາຍເຖິງພື້ນທີ່ອາຄານແຕ່ລະຊັ້ນ ທີ່ບຸກຄົນເຂົ້າຢູ່ ຫຼື ເຂົ້າ​ໃຊ້ສອຍໄດ້​ເຊັ່ນ: ລະບຽງ, ຫ້ອງ​ໂຖງແຕ່ບໍ່ໄດ້ລວມເອົາດາດຟ້າ ແລະ ຂັ້ນ​ໄດທີ່ຢູ່ນອກຫຼັງຄາ.
ພື້ນທີ່ດິນ ໝາຍເຖິງພື້ນທີ່ຂອງຕອນດິນ ທີ່ນຳມາ​ໃຊ້ອະນຸຍາດການປຸກສ້າງອາຄານ ທີ່ມີເອກະສານ ກຳມະສິດໃບດຽວກັນ ຫຼື ຫຼາຍໃບທີ່ເປັນດິນຕິດຕໍ່ກັນ.
+ ອັດຕາສ່ວນພື້ນທີ່ຫວ່າງຕໍ່ພື້ນທີ່ອາຄານລວມ (Open Space ratio ຫຼື OSR) ໝາຍເຖິງອັດຕາສ່ວນ ຂອງບ່ອນຫວ່າງທີ່ປະສະຈາກສິ່ງປົກຄຸມ ຕໍ່ພື້ນທີ່ອາຄານລວມທຸກຊັ້ນ ຂອງອາຄານທຸກຫຼັງທີ່ກໍ່ສ້າງໃນດິນຕອນດຽວກັນ.
ພື້ນທີ່ຫວ່າງໝາຍເຖິງພື້ນທີ່ທີ່ປະສະຈາກສິ່ງປົກຄຸມ ແລະ ຫຼັງຄາ, ພື້ນທີ່ດັ່ງກ່າວນີ້ອາດເປັນສະໜາມຫຍ້າ, ອ່າງອາບນ້ຳ, ບ່ອນຈອດລົດ, ບ່ອນເກັບສິ່ງເສດເຫຼືອ ແລະ ໝາຍເຖິງ ພື້ນທີ່ກໍ່ສ້າງສູງຈາກໜ້າດິນ 1.20 ແມັດ ທີ່ບໍ່ມີຫຼັງຄາ.

(ຍັງມີຕໍ່)

No comments:

Post a Comment

Note: Only a member of this blog may post a comment.