5 Planning for quality of urban life and social justice

ຮຽບຮຽງໂດຍ: ພູວອນ ແກ້ວລືໄຊ
ກວດແກ້ໂດຍ: ສຸກັນ ຈິດປັນຍາ

ການພັດທະນາທີ່ຢູ່ອາໄສ ແລະ ຊຸມຊົນ ຫລື ການພັດທະນາສະພາບແວດລ້ອມການ ດໍາລົງຊີວິດ ມັນບໍ່ມີແຕ່ດ້ານວັດຖຸດ້ານດຽວ, ມັນຕ້ອງມີວັດຖຸກັບຈິດໃຈ ຫລື ວັດຖຸກັບຄົນເຊີ່ງມີສອງລະດັບຄື: ລະດັບດ່ຽວ(ເປັນຄອບຄົວ) ແລະ ລະດັບເປັນກຸ່ມ(ຄຸ້ມບ້ານ) ໃນຄຸ້ມບ້ານມີສິ່ງອຳ ນວຍຄວາມສະດວກຕ່າງໆເຊັ່ນ: ເສັ້ນທາງ, ໄຟຟ້າ, ນໍ້າປະປາ, ໄປສະນີ, ໂຮງຮຽນ, ໂຮງຫມໍ ແລະ ການບໍລິການດ້ານອື່ນໆ. ການພັດທະນາສະພາບແວດລ້ອມການດໍາລົງຊີວິດ ຕ້ອງພັດທະນາໄປຄຽງຄູ່ກັນທາງດ້ານວັດຖຸ ແລະ ຈິດໃຈ, ຖ້າສ້າງແຕ່ທາງດ້ານວັດຖຸ ມີແຕ່ເຮືອນຢູ່, ໂຮງຮຽນ, ໂຮງຫມໍ ແຕ່ການພົວພັນຂອງຄົນພາຍໃນຄຸ້ມບ້ານຕ່າງຄົນຕ່າງໄປ ບໍ່ມີການພົບປະ, ບໍ່ຮູ້ຈັກກັນເຮັດໃຫ້ຄວາມຜູກພັນໃນສັງຄົມຫນ້ອຍລົງຄວາມຜູກພັນໃນຄຸ້ມບ້ານຫນ້ອຍລົງ ເວລາມີບັນຫາຫຍັງເກີດຂື້ນຄວາມຮູ້ສຶກຍາກຊ່ວຍເຫລືອກັນກໍ່ຫນ້ອຍລົງ ຕ່າງຄົນຕ່າງເອົາຕົວຫລອດ. ສະນັ້ນ, ການພັດທະ ນາສະພາບແວດລ້ອມການດໍາລົງຊີວິດ ແມ່ນໃຫ້ມີຄວາມສະດວກທາງດ້ານວັດຖຸ ແລະ ທາງດ້ານຈິດໃຈກໍ່ໃຫ້ມີຄວາມສາມັກຄີ, ຮັກແພງຊ່ວຍເຫລືອກັນ ເຮັດໃຫ້ຄຸ້ມບ້ານມີຊີວິດຊີວາເພາະວ່າມະນຸດ ຫລື ຄົນແມ່ນສັດສັງຄົມຢູ່ຮ່ວມກັນບໍ່ສາມາດຢູ່ໂດດດ່ຽວໄດ້.
ການພັດທະນາທີ່ຍຶດຖືປະຊາຊົນເປັນຫຼັກ ຄື:
·         ການພັດທະນາທີ່ມາຈາກຄວາມຕ້ອງການຂອງປະຊາຊົນ: ເລີ່ມຕົ້ນທີ່ປະຊາຊົນຍືນຈຸດດຽວກັບປະຊາຊົນ, ເບິ່ງໂລກ, ເບິ່ງຊີວິດ, ເບິ່ງບັນຫາຈາກທັດນະຂອງປະຊາຊົນ ເພື່ອໃຫ້ເຂົ້າໃຈເຖິງຊີວິດຈິດໃຈ ແລະ ບັນຫາຄວາມຕ້ອງການຂອງປະຊາຊົນ;
·         ການພັດທະນາເພື່ອຜົນປະໂຫຍດຂອງປະຊາຊົນ: ຢຶດປະຊາຊົນເປັນຫຼັກປະຊາຊົນຕ້ອງເປັນຜູ້ເຮັດການພັດທະນາດ້ວຍຕົນເອງບໍ່ແມ່ນເປັນຜູ້ຖືກກະທຳຫລືຝ່າຍຮອງຮັບຂ້າງດຽວ ເພາະຜົນຂອງການພັດທະນານັ້ນຕົກຢູ່ທີ່ປະຊາຊົນໂດຍກົງປະຊາຊົນເປັນຜູ້ຮັບປະໂຫຍດ ຫລື ເຄາະຈາກການພັດທະນານັ້ນ;
·         ການພັດທະນາໂດຍການມີສ່ວນຮ່ວມຂອງປະຊາຊົນ: ເຮັດວຽກຮ່ວມກັບປະຊາຊົນ (ບໍ່ແມ່ນເຮັດວຽກໃຫ້ແກ່ປະຊາຊົນເພາະຈະເຮັດໃຫ້ເກີດຄວາມຄິດມາທວງບຸນຄຸນຈາກປະຊາຊົນໃນພາຍຫລັງ) ການທີ່ຈະເຮັດໃຫ້ປະຊາຊົນເຂົ້າໃຈບັນຫາຂອງຕົນເອງ ແລະມີກຳລັງໃຈລຸກຂຶ້ນຕໍ່ສູ້ກັບບັນຫາຊ່ວຍ ກັນຄິດຊ່ວຍກັນແກ້ໄຂບັນຫານັ້ນຍ່ອມມີຫົນທາງທີ່ຈະເຮັດໄດ້ໂດຍບໍ່ຍາກຫາກເຂົ້າໃຈບັນຫາ ແລະເຂົ້າເຖິງຈິດໃຈປະຊາຊົນ.

ການພັດທະນາທີ່ຢູ່ອາໄສ
ການພັດທະນາທີ່ຢູ່ອາໄສສຳລັບຄອບຄົວແມ່ນແນ່ໃສ່ໃຫ້ແຕ່ລະຄອບຄົວມີອາຄານທີ່ຢູ່ອາໄສທີ່ມີສຸຂະອະນາໄມເພື່ອຄຸນນະພາບການດໍາລົງຊີວິດທີ່ດີ.
ກ. ຮູບແບບລັດລົງທຶນ: ຮູບແບບນີ້ ໄດ້ມີການນຳໃຊ້ໃນຫຼາຍປະເທດ ໂດຍສະເພາະແມ່ນປະເທດທີ່ເດີນຕາມເສັ້ນທາງສັງຄົມນິຍົມ ເປັນຕົ້ນໂຊວຽດໃນເມື່ອກ່ອນ. ໃນປະຈຸບັນ ບາງປະເທດເຊັ່ນ: ສິງກະໂປ ກໍ່ໄດ້ນຳໃຊ້ນະໂຍບາຍສັງຄົມນິຍົມໃນການພັດທະນາທີ່ຢູ່ອາໄສ ໂດຍການສ້າງທີ່ຢູ່ອາໄສໃຫ້ປະຊາຊົນໂດຍເລີ່ມຈາກພະນັກງານຂອງລັດ.
ຂ. ຮູບແບບນັກທຸລະກິດ ຫລື ເອກະຊົນລົງທຶນ:​ ການໃຫ້ພາກທຸລະກິດມາລົງທຶນໃນການພັດທະນາທີ່ຢູ່ອາໄສ ສ່ວນໃຫຍ່ແມ່ນບ້ານຈັດສັນ, ຄອນໂດມີນຽມ, ອາພັດເມນຕ່າງໆ. ຈຸດອ່ອນໃນຮູບແບບນີ້ການລົງທຶນແມ່ນຫວັງ ຜົນຕອບແທນສ່ວນໃຫຍ່ຮູບແບບນີ້ແມ່ນເລັ່ງໃສ່ກຸ່ມຄົນທີ່ມີຄວາມສາມາດຊື້ ແລະ ສາມາດເຊົ່າ, ສະນັ້ນທີ່ຢູ່ອາໄສປະເພດນີ້ແມ່ນເລັ່ງໃສ່ກຸ່ມຄົນຊັ້ນກາງ, ຊົນຊັ້ນສູງ ຜູ້ທີ່ມີລາຍໄດ້ປານກາງ ແລະ ລາຍໄດ້ສູງເຮັດໃຫ້ຜູ້ທີ່ມີລາຍໄດ້ຫນ້ອຍ ມີໂອກາດໃນການເຂົ້າເຖີງທີ່ຢູ່ອາໄສປະເພດນີ້ຫນ້ອຍ.
ຄ. ຮູບແບບການພັດທະນາທີ່ຂັບເຄື່ອນໂດຍປະຊາຊົນ: ການພັດທະນທີ່ຂັບເຄື່ອນໂດຍຄວາມຕ້ອງການແມ່ນເລີ່ມຕົ້ນ ຂຶ້ນໃນຊຸມປີ 1980. ແຕ່ວ່າ ການຂະຍາຍຕົວຂອງການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນໃນ ສປປລາວ ແມ່ນຂະຫຍາຍເພີ່ມຂື້ນໃນໄລຍະປີ 2004 ເປັນຕົ້ນມາ. ການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນແມ່ນແນວທາງທີ່ໃຫມ່ ແລະ ສ້າງຄວາມຫວັງເພື່ອການປັບປຸງສະຫວັດດີການ ແລະ ການໃຫ້ການບໍລິການແກ່ຊຸມຊົນ. ບັນດາໂຄງການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນມີຈຸດປະສົງເພື່ອຫຼຸດຜ່ອນຄວາມທຸກຍາກໂດຍການໃຫ້ອໍານາດແກ່ຊຸມຊົນ ໃນການປະເມີນ ແລະ ສະໜອງຄວາມຕ້ອງການທີ່ມີຂອງພວກເຂົາເຈົ້າເອງໂດຍເຮັດໃຫ້ຊຸມຊົນມີສ່ວນຮ່ວມ ແລະ ການກະຈາຍການຕັດສິນບັນຫາໄປສູ່ທ້ອງຖິ່ນ ເພື່ອບັນລຸເປົ້າຫມາຍດັ່ງກ່າວນີ້ ໂຄງການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນສົ່ງເສີມບັນດາແຜນງານພື້ນຖານໂຄງລ່າງ, ການບໍລິການ ແລະ ແຜນງານການດໍາລົງຊີວິດຂອງທ້ອງຖິ່ນ. ການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນສາມາດຊ່ວຍສົ່ງເສີມ ຈຸດປະສົງຂອງແຜນພັດທະ ນາເສດຖະກິດ ສັງຄົມແຫ່ງຊາດໄດ້ໂດຍ:
·       ສົ່ງເສີມການມີສ່ວນຮ່ວມຂອງຜູ້ທຸກຍາກໃນການຕັດສິນ ໃຈກ່ຽວກັບອານາຄົດຂອງພວກເຂົາເຈົ້າເອງ ເຊີ່ງຖືກເບີ່ງວ່າມີຄວາມສໍາຄັນໃຫ້ແກ່ການມອບອໍານາດໃຫ້ແກ່ພວກເຂົາເຈົ້າ
·       ສົ່ງການກະຈາຍອໍານາດໄປສູ່ທ້ອງຖິ່ນເພື່ອເປັນເຄື່ອງມືໃນການໃຫ້ປະຊາຊົນມີສ່ວນຮ່ວມຢ່າງຍືນຍົງ ລວມທັງຜູ້ທຸກຍາກ ແລະ ແມ່ຍິງ ໃນບັນຫາທີ່ກ່ຽວກັບທ້ອງຖິ່ນ ແລະ
·       ສົ່ງເສີມການມີສ່ວນຮ່ວມແບບສົ່ງເສີມຄວາມຮູ້ຂອງຜູ້ທຸກຍາກໂດຍຜ່ານການໄຫລເຂົ້າຂອງຂໍ້ມູນຂ່າວສານທີ່ມີລະດັບ, ການສື່ສານ ແລະ ການສຶກສາ (ທະນາຄານໂລກ 2008).

ຮູບແບບການພັດທະນາທີ່ຢູ່ອາໄສໃນສອງຮູບແບບ (ກ) ແລະ(ຂ) ເວລາສ້າງໂຄງການຂື້ນມາຄົນທີ່ເຂົ້າມາຢູ່ ແມ່ນຄົນທີ່ເຂົ້າມາຢູ່ໃຫມ່ເຮັດໃຫ້ຄົນທີ່ມາຢູ່ນັ້ນຕ້ອງໃຊ້ເວລາເພື່ອຮູ້ຈັກກັນ, ໃນການພົວພັນ ແລະໃຊ້ຊີວິດຮ່ວມກັນຈິ່ງເກີດເປັນສັງຄົມຂອງຊຸມຊົນນີ້ແມ່ນຈຸດອ່ອນ ຂອງສອງແບບ ໂດຍສະເພາະຖ້າວ່າບໍ່ມີການວາງແຜນສໍາລັບບ່ອນພັກຜ່ອນ ຫລື ພື້ນທີ່ສາທາລະນະໃນການພົບປະໂອ້ລົມກັນ, ການເກີດເປັນສັງຄົມກໍ່ຈະຫນ້ອຍລົງການພົວພັນ ຫລື ຄວາມຜູກພັນຂອງຄົນໃນກຸ່ມບ້ານກໍ່ຫນ້ອຍລົງ.
ການພັດທະນາທີ່ຢູ່ອາໄສໃນຮູບແບບປະຊາຊົນພັດທະນາເອງມີ 2 ແບບ: ແບບຄອບ ຄົວເຮັດພໍໃຜພໍລາວ ແລະ ແບບທີ່ມາຕັ້ງກອງທຶນຮ່ວມກັນ ແລ້ວມາເຮັດຊ່ວຍກັນ ຕົວຢ່າງຄືຢູ່ຊົນນະບົດຄອບຄົວນີ້ປຸກຄອບຄົວອື່ນມາຊ່ວຍ ຢູ່ໃນຕົວເມືອງກໍ່ເລີ່ມມີຫນໍ່ແຫນງມີຕົວຢ່າງໃນການນໍາບົດຮຽນຊົນນະບົດມາໃຊ້ຄື ຊຸມຊົນຫນອງດ້ວງທົ່ງ ນະຄອນຫຼວງວຽງຈັນ ໄດ້ມີການຕັ້ງກອງທຶນທີ່ຢູ່ອາໄສແລ້ວມາເຮັດຊ່ວຍກັນຮູບແບບນີ້ນອກຈາກສ້າງເຮືອນຢູ່ ຫລື ທີ່ຢູ່ອາໄສແລ້ວມັນຍັງສ້າງຄວາມສາມັກຄີ, ຄວາມຜູກພັນຂອງຄົນໃນຊຸມຊົນອີກມັນເປັນການ ພັດທະນາຊຸມຊົນໄປພ້ອມກັນ.

ການພັດທະນາຊຸມຊົນ
ຄວາມຫມາຍຂອງການພັດທະນາຊຸມຊົນ ປະກອບດ້ວຍ 2 ຄໍາຄື: ການພັດທະນາ ແລະ ຊຸມຊົນ. ການພັດທະນາຄືການເຮັດໃຫ້ດີຂຶ້ນໃຫ້ຈະເລີນຂຶ້ນເປັນການເພີ່ມຄຸນຄ່າຂອງສິ່ງຕ່າງໆ ການພັດທະນາອາດພັດທະນາຈາກສິ່ງທີ່ມີຢູ່ເດີມ ຫລື ສ້າງສັນສິ່ງໃໝ່ກໍໄດ້.ຊຸມຊົນເປັນກຸ່ມບຸກຄົນທີ່ອາໄສຢູ່ຕາມທ້ອງຖິ່ນຕ່າງໆອາດເປັນຄອບຄົວ, ຫມູ່ບ້ານ, ລະແວກ ຫລືຄຸ້ມ ທີ່ມີວິຖີຊີວິດກ່ຽວພັນກັນມີຄວາມເຊື່ອໃນລະບົບຄຸນຄ່າບາງຢ່າງສອດຄ່ອງກັນ ມີການພົວພັນຕິດຕໍ່ໄປມາ, ມີຄວາມເອື້ອອາທອນ, ມີການຈັດການ, ມີການຮຽນຮູ້ ແລະ ມີວັດຖຸປະສົງຮ່ວມກັນ ຫລື ກຸ່ມບຸກຄົນອັນເນື່ອງມາຈາກການປະກອບອາຊີບຮ່ວມກັນ ຫລື ການປະກອບກິດຈະກຳຮ່ວມກັນ ຫລື ການມີວັດທະນະທຳ ຫລື ຄວາມສົນໃຈຮ່ວມກັນ (ກົມການພັດທະນາຊຸມຊົນ, ປະເທດໄທ. 1987, 25-26).

ການພັດທະນາຊຸມຊົນ ເປັນການພັດທະນາທາງດ້ານວັດຖຸ: ສິ່ງອໍານວຍຄວາມສະ ດວກ, ໂຄງລ່າງການບໍລິການ ແລະ ດ້ານຈິດໃຈ ຄວາມສາມັກຄີ, ຄວາມເປັນປຶກແຜ່ນຊ່ວຍເຫຼືອ ກັນຂອງຄົນໃນຄຸ້ມບ້ານ.
ຫນວ່ຍງານວິຊານການ ແລະ ນັກປະຕິບັດການດ້ານການພັດທະນາຊຸມຊົນຂອງອົງການລະຫວ່ງປະເທດ ແລະ ປະເທດຕ່າງໆ ໄດ້ໃຫ້ຄວາມຫມາຍຂອງການພັດທະນາຊຸມຊົນໄວ້ຫລາກຫລາຍ, ສ່ວນໃຫຍ່ມີຄວາມສອດ ຄ່ອງ ແລະ ຄ້າຍຄືກັນ, ຄວາມຫມາຍທີ່ຄວນສຶກສາມີດັ່ງນີ້:
  • ກອງປະຊຸມສໍາມະນາຂອງຜູ້ຊ່ຽວຊານເລື່ອງການບໍລິຫານ ແລະ ການປົກຄອງປະເທດ ໃນທະວີບອາຟຼິກກາ ມະຫາວິທະຍາໄລແຄມບຼິດປະເທດອັງກິດໄດ້ໃຫ້ຄວາມຫມາຍ ການພັດທະນາຊຸມຊົນ ໄວ້ເປັນຄັ້ງທໍາອິດເມືອປີ ຄສ 1948 ວ່າ ການພັດທະນາຊຸມຊົນ ເປັນຂະບວນການທີ່ສົ່ງເສີມຄວາມເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ ໂດຍອາໄສການຮ່ວມມືຢ່າງຈິງຈັງຂອງປະຊາ ຊົນ ແລະ ເກີດຈາກຄວາມຄິດລິເລີ່ມຂອງປະຊາຊົນ ແຕ່ຖ້າວ່າປະຊາຊົນບໍ່ເກີດຄວາມຄິດລິເລີ່ມ ກໍ່ໃຊ້ວິທີກະຕຸ້ນໃຫ້ເກີດຄວາມຄິດລິເລີ່ມ ທັງນີ້ກໍເພື່ອໃຫ້ໄດ້ຮັບການຕອບສະຫນອງຈາກປະຊາຊົນດ້ວຍຄວາມກະຕືລືລົ້ນຢ່າງແທ້ຈິງ (ສັນຍາ ສັນຍາວິວັດ. 1983, 10).
  • ອົງການສະຫະປະຊາຊາດໄດ້ໃຫ້ຄວາມໝາຍໄວ້ເປັນຄັ້ງທຳອິດເມື່ອປີ ຄສ 1955 ວ່າ ການພັດທະນາຊຸມຊົນ ເປັນຂະບວນການສົ່ງເສີມຄວາມຈະເລີນທາງດ້ານເສດຖະກິດ ແລະສັງຄົມ ໃຫ້ແກ່ຊຸມຊົນດ້ວຍການມີສ່ວນຮ່ວມຢ່າງຈິງຈັງ ແລະ ການເພິ່ງຕົນເອງຢ່າງແທ້ຈິງໂດຍຄວາມຄິດລິເລີ່ມຂອງປະຊາຊົນໃນຊຸມຊົນ (UN Bureau of Social Affairs. 1955, 6) ປີຕໍ່ມາໄດ້ປັບປຸງໃໝ່ໃຫ້ເໝາະສົມຍິ່ງຂຶ້ນ ແລະ ເປັນທີ່ຍອມຮັບທົ່ວກັນວ່າ ການພັດທະນາຊຸມຊົນ ເປັນຂະບວນການຮ່ວມລະຫວ່າງກໍາລັງປະຊາຊົນໃນຊຸມຊົນກັບເຈົ້າໜ້າທີ່ຂອງລັດຖະບານ ເພື່ອປັບປຸງທາງເສດຖະກິດ-ສັງຄົມ ແລະ ວັດທະນະທຳຂອງຊຸມຊົນນັ້ນໆ ໃຫ້ຈະເລີນຍິ່ງຂຶ້ນ ແລະ ປະສົມປະສານເຂົ້າເປັນຊີວິດຂອງຊາດ ເຮັດໃຫ້ປະຊາຊົນສາມາດອຸທິດຕົນເອງ ເພື່ອຄວາມກ້າວໜ້າຂອງປະເທດຊາດຢ່າງເຕັມທີ່ (Chang. 1969, 96-97).
  • ອົງການບໍລິຫານຂອງປະເທດສະຫະລັດອາເມລິກາ(The United States Agency for International Development: AID) ໄດ້ໃຫ້ຄວາມໝາຍໄວ້ໃນປີ ຄສ 1955 ວ່າ ການພັດທະນາຊຸມຊົນ ເປັນຂະບວນການແຫ່ງການກະທໍາທາງສັງຄົມ ເຊິ່ງປະຊາຊົນໃນຊຸມຊົນຮ່ວມການຈັດວາງແຜນ ແລະ ລົງມືປະຕິບັດດ້ວຍຕົນເອງ ໂດຍກຳນົດວ່າກຸ່ມຂອງຕົນ ແລະ ແຕ່ລະບຸກ ຄົນມີຄວາມຕ້ອງການແບບໃດ ມີບັນຫາຫຍັງຮ່ວມກັນແລ້ວຈະເຮັດແຜນຂອງກຸ່ມ ແລະ ແຜນຂອງແຕ່ລະບຸກຄົນເພື່ອໃຫ້ໄດ້ມາໃນສິ່ງທີ່ຕ້ອງການ ແລະ ສາມາດແກ້ໄຂບັນຫາເຫຼົ່ານັ້ນໂດຍໃຊ້ຊັບພະ ຍາກອນທີ່ມີຢູ່ໃນຊຸມຊົນນັ້ນໃຫ້ຫຼາຍທີ່ສຸດ ແລ້ວເສີມດ້ວຍການບໍລິການ ແລະ ວັດສະດຸຈາກອົງ ການ ຫຼື ໜ່ວຍງານພາກລັດຖະບານ ແລະ ພາກເອກະຊົນທີ່ຢູ່ນອກຊຸມຊົນ (ສັນຍາ ສັນຍາວິວັດ.1983, 11).
  • ນັກວິຊາການຫຼາຍປະເທດໄດ້ໃຫ້ຄວາມໝາຍເອົາໄວ້ໃນທຳນອງດຽວກັນວ່າ ການພັດທະນາຊຸມຊົນ ເປັນຂະບວນການທາງສັງຄົມເຊິ່ງປະຊາຊົນໃນຊຸມຊົນນັ້ນໄດ້ມີສ່ວນນຮ່ວມໃນການວາງແຜນ ແລະ ປະຕິບັດການກໍ່ຕັ້ງກຸ່ມ, ເພື່ອແກ້ໄຂບັນຫາ ຕະຫຼອດຈົນຂໍຄວາມຊ່ວຍ ເຫຼືອຈາກອົງການຂອງລັດຖະບານ ຫຼື ອົງການອາສາສະໝັກອື່ນໆ ອັນເປັນການຮ່ວມກຳລັງດຳ ເນີນໃນການປະຕິບັດປັບປຸງສະພາບຄວາມເປັນຢູ່ຂອງປະຊາຊົນ ໃຫ້ມີຄວາມເປັນປຶກແຜ່ນ ແລະ ດຳເນີນງານໄປໃນແນວທີ່ຕ້ອງການລະຫວ່າງປະຊາຊົນກັບລັດຖະບານ (Dunham. 1958, 3) ເຊິ່ງເປັນວິທີການໜຶ່ງທີ່ນຳມາສ້າງຄວາມຈະເລີນໃຫ້ແກ່ຊຸມຊົນປະກອບດ້ວຍການຊ່ວຍເຫຼືອຕົນເອງ, ການໃຫ້ຄວາມສຳຄັນຕໍ່ຄວາມຕ້ອງການທີ່ແທ້ຈິງຂອງປະຊາຊົນ, ລັກສະນະຂອງສັງຄົມ, ວັດທະນາທຳ, ປະເພນີ ແລະ ລັກສະນະອື່ນໆ ຂອງຊຸມຊົນແຫ່ງນັ້ນເປັນຕົ້ນ ( Sautoy. 1962, 1).
  • ກົມການພັດທະນາຊຸມຊົນຂອງປະເທດໄທ ( 1984, 1)ໄດ້ໃຫ້ຄວາມໝາຍໄວ້ວ່າ ການພັດທະນາຊຸມຊົນ ຄືການພັດທະນາຄວາມຮູ້ຄວາມສາມາດຂອງປະຊາຊົນເພື່ອໃຫ້ເກີດຄວາມເຊື່ອໝັ້ນໃນການຊ່ວຍຕົນເອງ, ເພື່ອນບ້ານ ແລະ ຊຸມຊົນ. ໃຫ້ມີມາດຕະຖານຄວາມເປັນຢູ່ດີຂຶ້ນໂດຍການຮ່ວມມືກັນລະຫວ່າງປະຊາຊົນກັບລັດຖະບານ, ເປັນວິທີການທີ່ນຳເອົາການບໍລິການຂອງລັດຖະບານ ລວມເຂົ້າກັບຄວາມເຕ້ອງການຂອງປະຊາຊົນ ເພື່ອຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ດີຂຶ້ນ.
  • ນັກວິຊາການຫລາຍທ່ານ (ພັດ ບຸນລັດຕະນະພັນ, ນິລຸດ ໄຊຍະກຸນ, ໄພລັດ ເດດສະລິນ, ຍຸວັດ ວຸດຕິເມທີ ແລະ ສັນຍາ ສັນຍາວິວັດ) ໄດ້ໃຫ້ຄວາມໝາຍການພັດທະນາຊຸມຊົນໄວ້ໃນທໍານອງດຽວກັນວ່າ ການພັດທະນາຊຸມຊົນ ເປັນຂະບວນການທີ່ລັດຖະບານ ແລະ ປະຊາຊົນໃນຊຸມຊົນຮ່ວມມືການວາງແຜນ, ເພື່ອປັບປຸງສ້າງສັນຊຸມຊົນໃຫ້ເກີດຄວາມຈະເລີນກ້າວໜ້າ ທາງໃນດ້ານເສດຖະກິດ-ສັງຄົມ, ການເມືອງ, ການປົກຄອງ ແລະ ສິ່ງແວດລ້ອມ ຕາມຄວາມຕ້ອງການຂອງປະຊາຊົນໃນຊຸມຊົນ ໂດຍອາໄສຄວາມຄິດລິເລີ່ມການເພີ່ງຕົນເອງຂອງປະຊາຊົນເປັນສຳຄັນ ແຕ່ຖ້າປະຊາຊົນບໍ່ເກີດຄວາມຄິດລິເລີ່ມດ້ວຍຕົນເອງ ລັດຖະບານກໍ່ໃຊ້ວິທີກະຕຸ້ນໃຫ້ເກີດຄວາມຄິດລິເລີ່ມຂຶ້ນ ແລະ ຖ້າມີຄວາມຈຳເປັນກໍ່ອາດຂໍຄວາມຊ່ວຍເຫຼືອຈາກໜ່ວຍງານ ຫຼື ອົງການພາຍນອກຊຸມຊົນໄດ້.
  • ການພັດທະນາຊຸມຊົນ ຕາມຫລັກການພື້ນຖານ ເປັນຂະບວນການໃຫ້ການສຶກສາແກ່ປະຊາຊົນ, ເພື່ອໃຫ້ສາມາດເພີ່ງຕົນເອງໄດ້ ຫລື ຊ່ວຍເຫລືອຕົນເອງໄດ້. ໃນການຄິດ, ຕັດສນໃຈ ແລະ ດໍາເນີນການແກ້ໄຂບັນຫາ, ຕະຫລອດຈົນຕອບສະຫນອງຄວາມຕ້ອງການຂອງຕົນເອງ ແລະ ສ່ວນລວມ (ພິສັນຕິ. 2010).
ຈາກຄວາມໝາຍທີ່ກ່າວມາແລ້ວ ອາດສະຫຼຸບໄດ້ວ່າ ການພັດທະນາຊຸມຊົນເປັນຂະບວນການພັດທະນາຄົນ ແລະ ກຸ່ມຄົນໃນຊຸມຊົນໃຫ້ມີສັກກະຍະພາບພຽງພໍ ແລະ ຮ່ວມມືກັນປັບປຸງຊີວິດຄວາມເປັນຢູ່ຂອງຕົນເອງ ແລະ ຊຸມຊົນຕາມແຜນແລະໂຄງການທີ່ກຳນົດໄວ້ທັງການໃຊ້ພະລັງຂອງຊຸມຊົນ ແລະ ການສະໜັບສະໜຸນຈາພາຍນອກຊຸມຊົນ.

ການພັດທະນາຊຸມຊົນທີ່ນິຍົມປະຕິບັດກັນທົ່ວໄປ ເປັນຫລັກການພັດທະນາຊຸມຊົນທີ່ອົງການສະຫະປະຊາຊາດໄດ້ກໍານົດຂື້ນ (UN. Department of Economic and social Affair 1960, 8-13)  ມີ 10 ປະການດັ່ງນີ້:
1.     ການພັດທະນາຊຸມຊົນຕ້ອງຕອບສະໜອງຄວາມຕ້ອງການອັນແທ້ຈິງຂອງປະຊາ ຊົນໃນຊຸມຊົນ ດ້ວຍການລິເລີ່ມຈາກປະຊາຊົນ ແລະ ເລີ່ມຈາກໂຄງການທີ່ງ່າຍໄປສູ່ໂຄງການທີ່ຍາກຂຶ້ນ;
2.    ການພັດທະນາຊຸມຊົນມີລັກສະນະເປັນໂຄງການອະເນກປະສົງຕ້ອງອາໄສການຮ່ວມມືຂອງ ນັກວິຊາການຂອງຫລາຍສາຂາວິຊາ ແລະ ຜູ້ກ່ຽວຂ້ອງຫລາຍຝ່າຍ;
3.    ການພັດທະນາຊຸມຊົນຕ້ອງປ່ຽນແປງທັດສະນະຄະຕິຂອງປະຊາຊົນໄປພ້ອມໆກັບກິດຈະກໍາດ້ານອື່ນໆ;
4.    ການພັດທະນາຊຸມຊົນຕ້ອງໃຫ້ປະຊາຊົນມີສ່ວນຮ່ວມໃນການພັດທະນາຊຸມຊົນຢ່າງເຕັມທີ່ ເພື່ອເປັນການສ້າງພະລັງຊຸມຊົນ ແລະ ອົງກອນຂອງຊຸມຊົນຂື້ນ;
5.    ການພັດທະນາຊຸມຊົນຕ້ອງຄົ້ນຫາ ແລະ ພັດທະນາຜູ້ນໍາຊຸມຊົນໃນດ້ານຕ່າງໆຕາມລັກສະນະຂອງກິດຈະກໍາ ແລະ ຄວາມຈໍາເປັນຂອງຊຸມຊົນ;
6.    ການພັດທະນາຊຸມຊົນຕ້ອງຍອມຮັບໃນສະຖານະພາບ ບົດບາດຂອງແມ່ຍິງ ແລະ ເຍົາວະຊົນ ເປີດໂອກາດໃຫ້ໄດ້ເຂົ້າມາມີສ່ວນຮ່ວມໃນການພັດທະນາຊຸມຊົນໃຫ້ຫລາຍທີ່ສຸດເພາະແມ່ຍິງ ແລະ ເຍົາວະຊົນມີຜົນຕໍ່ການຂະຫຍາຍຕົວຂອງວຽກງານ ແລະ ການຮັບຊ່ວງຂອງວຽກພັດທະນາຊຸມຊົນໄດ້ເປັນຢ່າງດີ;
7.    ການພັດທະນາຊຸມຊົນຂອງປະຊາຊົນຈະປະສົບຄວາມສໍາເລັດຢ່າງເຕັມທີ່ຖ້າຫາກລັດຖະບານມີຄວາມພ້ອມ ແລະ ໃຫ້ການສະຫນັບສະຫນູນຢ່າງຈິງຈັງ;
8.    ການພັດທະນາຊຸມຊົນຕ້ອງມີນະໂຍບາຍ ແລະ ການວາງແຜນຕັ້ງແຕ່ລະດັບປະ ເທດເຖີງລະດັບທ້ອງຖິ່ນໂດຍການບໍລິຫານງານທຸກລະດັບຈະຕ້ອງມີຄວາມຄ່ອງຕົວ ແລະມີປະສິດທິພາບຢ່າງແທ້ຈິງ;
9.    ການພັດທະນາຊຸມຊົນຕ້ອງສະໜັບສະໜຸນ ອົງກອນພາກເອກະຊົນ, ອົງການອາສາສະໝັກຕ່າງໆທັງໃນລະດັບທ້ອງຖິ່ນ, ລະດັບຊາດ ແລະ ນາໆຊາດໄດ້ເຂົ້າມາມີສ່ວນຮ່ວມໃນການພັດທະນາ;
10.  ການພັດທະນາຊຸມຊົນຕ້ອງມີການວາງແຜນໃຫ້ມີການພັດທະນາພ້ອມໆກັນ ໃນລະດັບທ້ອງຖິ່ນ ແລະ ລະດັບຊາດ ຫຼື ລະດັບປະເທດ.

ຫຼັກການພັດທະນາຊຸມຊົນທັງ 10 ປະການນີ້ (ນິຣຸດ ໄຊຍະກຸນ. 1979), (ຍຸວັດ ວຸດຕິເມທີ. 1991, 11-12), (ສັນຍາ ສັນຍາວິວັດ. 1998, 15-16) ແລະ ມີນັກວິຊາການຫຼາຍໆຄົນໄດ້ສະເໜີແນະ ແລະ ອະທິບາຍໄວ້ຫລາຍປະການດັ່ງນີ້:
  • ຫຼັກການມີສ່ວນຮ່ວມຂອງປະຊາຊົນ: ແມ່ນຂະບວນການທີ່ປະຊາຊົນໄດ້ເຂົ້າມາມີສ່ວນຮ່ວມ ໃນການພັດທະນາຊຸມຊົນໃນທຸກຂັ້ນຕອນຄື ຮ່ວມຄິດ, ຮ່ວມຕັດສິນໃຈ, ຮ່ວມວາງແຜນ, ຮ່ວມແກ້ໄຂບັນຫາ, ຮ່ວມປະເມີນຜົນ, ຮ່ວມຮັບຜິດຊອບ, ຮ່ວມຮັບຜົນຂອງການພັດທະນາ. ທັງໃນຮູບແບບບຸກຄົນ, ກຸ່ມ ແລະ ອົງກອນຢ່າງແທ້ຈິງ ແລະ ດ້ວຍຄວາມສະໝັກໃຈບໍ່ແມ່ນຍ້ອນຄວາມເກັງໃຈ ຫຼື ຖືກບັງຄັບ. ການມີສ່ວນຮ່ວມຂອງປະຊາຊົນຈຶ່ງເປັນພື້ນຖານການພັດທະນາຊຸມຊົນເພາະເປັນການຮູ້ສຶກເຊື່ອໝັ້ນໃນຕົນເອງແນມເຫັນ ແລະ ຄຶດຕຶກຕອງເຖິງສັກກະຍະພາບ ຫຼື ພະລັງຄວາມຮູ້, ຄວາມສາມາດຂອງຕົນເອງເກີດຄວາມຮູ້ສຶກເປັນເຈົ້າຂອງຊຸມຊົນ ແລະ ວຽກງານພັດທະນາຊຸມຊົນ           (Sense of belonging ) ສາມາດດຳເນີນງານຊຸມຊົນຂອງຕົນໄດ້ສຳເລັດ ແລະ ນຳໄປສູ່ການພັດທະນາດ້ານອື່ນໆຕໍ່ໄປຢ່າງບໍ່ຢຸດຢັ້ງ.
  • ຫຼັກການການເພິ່ງຕົນເອງຂອງຊຸມຊົນ: ແມ່ນຈຸດມຸ່ງໝາຍສູງສຸດຂອງການພັດທະນາຊຸມຊົນຄືການເພີ່ງຕົນເອງຂອງປະຊາຊົນ  (Self Reliance) ຕາມສັກກະຍະພາບ ຫຼື ຕາມພະລັງທີ່ມີຢູ່ໃນຊຸມຊົນທັງສັກກະຍະພາບຂອງຄົນ, ຊັບພະຍາກອນ ແລະ ສິ່ງແວດລ້ອມ. ໃຫ້ປະຊາຊົນມີຄວາມສາມາດໃນການແກ້ໄຂບັນຫາ ແລະ ພັດທະນາຊຸມຊົນໄດ້ດ້ວຍຕົນເອງ ເພາະເປັນຜູ້ຮູ້ສັກກະຍະພາບຕົວຈິງຂອງບັນຫາຊຸມຊົນຫຼາຍກວ່າຜູ້ອື່ນ, ເປັນຜູ້ທີ່ກ່ຽວຂ້ອງກັບຊຸມຊົນຫຼາຍກວ່າຜູ້ອື່ນ ແລະ ຕ້ອງດຳລົງຊີວິດຢູ່ຊຸມຊົນຫຼາຍກວ່າຜູ້ອື່ນ. ການເພິ່ງຕົນເອງໄດ້ຂອງຊຸມຊົນເປັນການແບ່ງເບົາພາລະຂອງລລັດຖະບານ ແລະ ເປັນພື້ນຖານສຳຄັນຂອງການພັດທະນາຊຸມຊົນເພາະສັກກະຍະພາບສູງສຸດກໍ່ຄືການເພິ່ງຕົນເອງໃນດ້ານຕ່າງໆໂດຍບໍ່ຕ້ອງຂໍຄວາມຊ່ວຍເຫຼືອ ຫຼື ເພີ່ງພາຊຸມຊົນອື່ນອີກຕໍ່ໄປນັ້ນເອງ. ດັ່ງນັ້ນ, ລັດຖະບານ ຫຼື ໜ່ວຍງານຕ່າງໆ ຈິ່ງຄິດໄຕ່ຕອງໃນຫຼັກການພັດທະນາຊຸມຊົນຂໍ້ນີ້ ເນື່ອງຈາກບັນຫາປະການໜຶ່ງເກີດຂຶ້ນຄື ການເຂົ້າໄປໃຫ້ຄວາມຊ່ວຍເຫຼືອຊຸມຊົນຫຼາຍເກີນໄປຈົນເປັນຄວາມຊິນເຄີຍຈີ່ງບໍ່ສາມາດເພິ່ງຕົນເອງໄດ້.
  • ຫຼັກການເຮັດວຽກເປັນກຸ່ມ: ແມ່ນການພັດທະນາຊຸມຊົນເປັນກິດຈະກຳທີ່ເປັນຂອງສ່ວນລວມ ບໍ່ແມ່ນຂອງບຸກຄົນໃດບຸກຄົນໜຶ່ງການເຮັດວຽກຮ່ວມກັນຂອງປະຊາຊົນໃນຮູບແບບຂອງກຸ່ມ ແລະ ອົງກອນຈຶ່ງເປັນການພັດທະນາຊຸມຊົນທີ່ສຳຄັນປະການໜຶ່ງ. ກຸ່ມ ແລະ ອົງກອນເປັນສູນກາງຂອງການດຳເນີນງານພັດທະນາຊຸມຊົນເປັນແຫຼ່ງກາງຂອງການຮ່ວມກັນຄິດ, ຮ່ວມກັນຕັດ ສິນໃຈ. ຮ່ວມວາງແຜນ, ຮ່ວມປະຕິບັດ ແລະ ຮ່ວມກັນຮັບຜິດຊອບ. ກຸ່ມ ແລະ ອົງກອນຍັງເປັນບ່ອນຮວບຮວມກຳລັງ ຫຼື ຄວາມຮູ້, ຄວາມສາມາດຂອງຊຸມຊົນເຮັດໃຫ້ເກີດສັກກະຍະພາບ ຫຼືພະລັງໃນການພັດທະນາຊຸມຊົນຢ່າງເຕັມທີ່ ທັງເປັນການສົ່ງເສີມຫຼັກການມີສ່ວນຮ່ວມຂອງປະຊາ ຊົນ ແລະ ຫຼັກການເພີ່ງຕົນເອງຂອງປະຊາຊົນທີ່ກ່າວມາແລ້ວໃຫ້ເກີດຂຶ້ນ ແລະ ດຳເນີນຢູ່ຕໍ່ໄປໄດ້ ນອກຈາກນີ້ກຸ່ມ ແລະ ອົງກອນຍັງຊ່ວຍໃຫ້ເກີດຄວາມໝັ້ນໃຈວ່າການພັດທະນາຊຸມຊົນຈະ ປະສົບຄວາມຫຼົ້ມເຫຼວ ເພາະເຖິງແມ່ນວ່າບຸກຄົນທີ່ກ່ຽວຂ້ອງກັບການພັດທະນາປະສົບບັນຫາ ແລະ ບໍ່ສາ ມາດເຂົ້າຮ່ວມກິດຈະກຳການພັດທະນາ ແຕ່ກຸ່ມ ແລະ ອົງກອນກໍ່ຍັງມີຢູ່ສາມາດດຳເນີນການພັດທະນາຕໍ່ໄປໄດ້.
  •  ຫຼັກການຄົ້ນຫາ ແລະ ພັດທະນາຜູ້ນຳ: ຫມາຍເຖີງຜູ້ນຳໃນການພັດທະນາຊຸມຊົນເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີບຸກຂະລິກກະພາບເດັ່ນເປັນພິເສດເປັນທີ່ຍອມຮັບນັບຖືຂອງຄົນໃນຊຸມຊົນທັງທີ່ເປັນ ທາງການ ແລະ ບໍ່ເປັນທາງການທັງທີ່ໄດ້ຮັບການແຕ່ງຕັ້ງ ແລະ ໄດ້ຮັບການເລືອກຕັ້ງໃຫ້ເປັນຜູ້ນຳກຸ່ມ ຫຼື ຄົນອື່ນໆເພື່ອຮ່ວມກັນດຳເນີນການພັດທະນາຊຸມຊົນໃຫ້ບັນລຸເປົ້າໝາຍຜູ້ນຳທ້ອງຖີ່ນມີບົດບາດໃນການພັດທະນາຊຸມຊົນເພາະເປັນຜູ້ທີ່ປະຊາຊົນໃນຊຸມຊົນໃຫ້ຄວາມເຄົາລົບນັບຖືສາມາດຊັກຈູງ ແລະ ກໍ່ໃຫ້ເກີດສັດທາໃນໝູ່ປະຊາຊົນໃນຊຸມຊົນໄດ້ ຈຶ່ງມີລັກສະນະເຊື່ອມປະຊາຊົນກັບຜູ້ທີ່ກ່ຽວຂ້ອງໃນວຽກງານພັດທະນາຊຸມຊົນເປັນຜູ້ທີ່ມີບົດບາດໃນການພັດທະນາ ແລະ ຈັດຕັ້ງກຸ່ມຂຶ້ນໃນຊຸມຊົນ; ຜູ້ນຳຊຸມຊົນຈຶ່ງເປັນຜູ້ສຳຄັນຂອງການພັດທະນາຊຸມຊົນ ດັ່ງນັ້ນ, ການຄົ້ນຫາ ແລະ ການພັດທະນາຜູ້ນຳຈຶ່ງເປັນຫຼັກການສຳຄັນປະການໜຶ່ງ ທີ່ເຮັດໃຫ້ການພັດທະນາຊຸມຊົນມີສັກກະຍະພາບຫຼາຍຍິ່ງຂຶ້ນ.
  • ຫຼັກການປະສານງານ:  ການພັດທະນາຊຸມຊົນມີບຸກຄົນ, ກຸ່ມ ແລະອົງກອນກ່ຽວ ຂ້ອງເປັນຈຳນວນຫຼາຍການດຳເນີນວຽກງານພັດທະນາຊຸມຊົນ ຈຶ່ງຕ້ອງໃຊ້ຫຼັກການປະສານງານເປັນຫຼັກການທີ່ສຳຄັນອີກປະການໜຶ່ງການປະສານງານເປັນເລື່ອງກ່ຽວກັບການປະສົມປະສານກ່ຽວກັບຄົນ, ຊັບພະຍາກອນ, ແຜນ ແລະ ໂຄງການ, ປະສານຜົນປະໂຫຍດທີ່ເກີດຂຶ້ນ ອັນເປັນການຮ່ວມກັນລະຫວ່າງຜູ້ທີ່ກ່ຽວຂ້ອງກັບການພັດທະນາຊຸມຊົນຕັ້ງແຕ່ເລີ່ມຕົ້ນ ຈົນເຖິງຂັ້ນຕອນການພັດທະນາສີ້ນສຸດລົງ ການປະສານງານມີທັງລັກສະນະທີ່ແບ່ງພາລະໜ້າທີ່ຮັບຜິດຊອບ ແລະ ຮ່ວມມືກັນຮັບຜິດຊອບໃນກິດຈະກຳຮ່ວມກັນ ເຮັດໃຫ້ການພັດທະນາຊຸມຊົນດຳເນີນໄປໄດ້ຢ່າງມີປະສິດທິພາບຄື ເປັນໄປຕາມລຳດັບ, ບໍ່ຊ້ຳຊ້ອນ, ປະຢັດແຮງງານ, ຊັບພະຍາກອນ ແລະ ເວລາ.
  • ຫຼັກຄວາມເຂົ້າໃຈໃນວັດທະນະທຳຂອງຊຸມຊົນ: ວັດທະນະທຳເປັນສິ່ງທີ່ປະຊາຊົນຍອມຮັບ ແລະນຳມາປະຕິບັດໃນຊີວິດປະຈຳວັນຈົນກາຍມາເປັນວິຖີຊີວິດຂອງປະຊາຊົນໃນຊຸມຊົນ. ວັດທະນະທຳໃນຊຸມຊົນອາດຈະຄື ຫຼື ແຕກຕ່າງໄປຈາກຊຸມຊົນອື່ນກໍ່ໄດ້ ການດຳເນີນວຽກງານໃນຊຸມຊົນຈະໄດ້ຮັບຄວາມຮ່ວມມືຈາກປະຊາຊົນຫຼາຍໜ້ອຍພຽງໃດ ແລະ ຈະໄດ້ຮັບຜົນສຳເລັດ ຫຼື ບໍ່ນັ້ນ ປັດໄຈໃນວັດທະນະທຳ ແລະ ວິທີການພັດທະນາໃນຊຸມຊົນທີ່ສອດຄ່ອງກັບວັດທະນະທຳຂອງຊຸມຊົນນັ້ນເອງ.
  • ຫຼັກປະຊາທິປະໄຕໃນການດຳເນີນງານ: ຫມາຍເຖີງການໃຫ້ຄວາມສຳຄັນຕໍ່ປະຊາຊົນ, ໃຫ້ປະຊາຊົນມີສິດ, ເສລີພາບ, ສະເໝີພາບ, ໃນການດໍາລົງຊີວິດຕາມທີ່ກົດໝາຍກໍານົດໄວ້ ດັ່ງນັ້ນ, ຫຼັກປະຊາທິປະໄຕໃນການດຳເນີນງານຄືກິດຈະກຳພັດທະນາຊຸມຊົນຕ້ອງເປັນຂອງຊຸມຊົນດ້ວຍຄວາມສະໝັກໃຈບໍ່ຖືກບັງຄັບ ເມື່ອມີຄວາມຄິດທີ່ບໍ່ກົງກັນກັບສຽງສ່ວນຫຼາຍຕັດສິນ, ຍອມຮັບຄວາມຄິດເຫັນເຊິ່ງກັນ ແລະ ກັນ ມີໂອກາດທີ່ຈະສະແດງຄວາມຄິດເຫັນເທົ່າທຽມກັນ ແລະ ໄດ້ຮັບຜົນປະໂຫຍດໃນການພັດທະນາເທົ່າທຽມກັນ.
  •  ຫຼັກການສົມທົບ: ແມ່ນການສະໜັບສະໜຸນການຊ່ວຍເຫຼືອຈາກພາກລັດ ແລະ ເອກະຊົນ ທີ່ຢູ່ພາຍນອກຊຸມຊົນ ຈຶ່ງເປັນສິ່ງທີ່ຈຳເປັນແຕ່ການສະໜັບສະໜຸນຊ່ວຍເຫຼືອນີ້ຕ້ອງຕັ້ງຢູ່ບົນພື້ນຖານການສະໜັບສະໜຸນສົ່ງເສີມທີ່ເປັນແນວທາງໄປສູ່ການຊ່ອຍເຫຼືອຕົນເອງ ແລະ ການເພີ່ງຕົນເອງໄດ້ຂອງຊຸມຊົນ ບໍ່ແມ່ນຕ້ອງເພິ່ງພາກລັດຖະບານ ແລະ ອົງກອນເອກະຊົນຕະຫຼອດໄປ ດັ່ງນັ້ນ, ຫຼັກການສົມທົບຈຶ່ງເປັນຫຼັກການລະຫວ່າງຂີດຄວາມສາມາດທັງໝົດທີ່ຊຸມຊົນມີຢູ່ກັບການສະໜັບສະໜຸນສົ່ງເສີມຂອງລັດຖະບານ ແລະ ອົງກອນເອກະຊົນຕ່າງໆຢ່າງເໝາະສົມເພື່ອເພີ່ມພູນສັກກະຍະພາບໃນການພັດທະນາຊຸມຊົນໃນຄັ້ງຕໍ່ໄປ.
  • ຫຼັກການຂະຫຍາຍຜົນ: ການພັດທະນາຊຸມຊົນມີການໂຄງການ ແລະ ກິດຈະກຳດຳ ເນີນງານຫຼາຍໂຄງການ ແລະ ຫຼາຍກິດຈະກຳໂຄງການ ແລະ ກິດຈະກຳໃດປະສົບຜົນສຳເລັດແລ້ວຄວນເປັນແບບຢ່າງ ໃຫ້ກັບໂຄງການ ແລະ ກິດຈະກຳອື່ນໆທີ່ມີລັກສະນະດຽວກັນ ແລະ ທີ່ດຳ ເນີນການຢູ່ໃນຊຸມຊົນອື່ນໆ ເພາະຕົວຢ່າງຄວາມສຳເລັດໃນຊຸມຊົນຈະກະຕຸ້ນໃຫ້ເກີດຄວາມເຊື່ອໝັ້ນສັດທາບໍ່ທໍ້ຖອຍໃນການເຂົ້າຮ່ວມກິດຈະກຳການພັດທະນາ ແລະ ຍັງໃຊ້ເປັນແນວທາງໃນການປັບປຸງວິທີການພັດທະນາທີ່ຍັງບໍ່ທັນປະສົບຜົນ ສຳເລັດໃຫ້ເໝາະສົມ ແລະ ນຳໄປສູ່ຄວາມສຳເລັດໃນທີ່ສຸດ ຫຼັກການຂະຫຍາຍຜົນນີ້ຄວນເຮັດໃຫ້ຊຸມຊົນອື່ນໄດ້ຮັບຮູ້ດ້ວຍຮູບແບບ ແລະ ວິທີການຕ່າງໆ ຊື່ງນອກຈາກຈະເປັນຜົນດີຕໍ່ຊຸມຊົນອື່ນແລ້ວ ຍັງສ້າງຄວາມພາກພູມໃຈໃຫ້ກັບປະຊາຊົນໃນຊຸມຊົນທີ່ປະສົບຄວາມສຳເລັດໃນການພັດທະນາ ແລະ ນຳໄປສູ່ການພັດທະນາອື່ນໆຕໍ່ໄປຕື່ມອີກ. ວິທີການຂະຫຍາຍຜົນອີກຢ່າງໜຶ່ງຄືການສ້າງເຄື່ອຂ່າຍຊຸມຊົນ ເຊິ່ງເປັນການເຊື່ອມໂຍງຊຸມຊົນຕ່າງໆເຂົ້າກັນ ເພື່ອຮຽນຮູ້ຂະບວນການພັດທະນາຊຸມຊົນຂອງກັນ ແລະ ກັນ, ສະໜັບສະໜູນສົ່ງເສີມເຊິ່ງກັນ ແລະ ກັນຈະເຮັດໃຫ້ການພັດທະນາຊຸມຊົນແຜ່ຂະຫຍາຍອອກ ໄປໄດ້ຢ່າງໄວວາ ແລະ ມີພະລັງຫຼາຍຂຶ້ນ.

 ຂະບວນການການພັດທະນາຊຸມຊົນ
ການປະຕິບັດງານພັດທະນາຊຸມຊົນເປັນງານທີ່ຕ້ອງເຮັດຢ່າງຕໍ່ເນື່ອງເປັນຂະບວນການ ແລະ ຕ້ອງອາໄສຫລັກການມີສ່ວນຮ່ວມໃນການພັດທະນາ ຊຶ່ງເປັນຫົວໃຈສຳຄັນຂອງການພັດທະນາ ໃນທຸກລະດັບເປັນການເປີດໂອກາດໃຫ້ປະຊາຊົນຮ່ວມຄິດ, ວິເຄາະ, ຕັດສິນໃຈ, ການວາງແຜນ, ການປະຕິບັດຕາມແຜນ, ການຕິດຕາມປະເມີນຜົນໃນກິດຈະກຳໂຄງການຂອງຊຸມຊົນ ເປັນການສ້າງປູກຝັງຈິດສຳນຶກ ໃນຄວາມເປັນເຈົ້າຂອງກິດຈະກຳໂຄງການນັ້ນ ໂດຍຂະບວນການພັດ ທະນາຊຸມຊົນ ທີ່ປະຊາຊົນມີສ່ວນຮ່ວມທຸກຂັ້ນຕອນມີດັ່ງນີ້:
  • ການສຶກສາໃຫ້ເຂົ້າໃຈຊຸມຊົນ: ເປັນການຊອກຫາຂໍ້ມູນຕ່າງໆໃນຊຸມຊົນເຊັ່ນ:ຂໍ້ມູນດ້ານເສດຖະກິດສັງຄົມ, ການເມືອງການປົກຄອງແລະ ສະພາບຄວາມເປັນຢູ່ຂອງຄົນໃນຊຸມຊົນເພື່ອຮູ້ບັນຫາ ແລະ ຄວາມຕ້ອງການຂອງຊຸມຊົນທີ່ແທ້ຈິງ, ວິທີການໃນການສຶກສາຊຸມຊົນອາດຕ້ອງໃຊ້ຫລາຍວິທີປະກອບກັນທັງການສຳພາດ, ການສັງເກດ, ການສຳລວດແລະ ການສຶກສາຂໍ້ມູນຈາກເອກະສານຕ່າງໆທີ່ມີຢູ່ໃນຊຸມຊົນດ້ວຍເພື່ອໃຫ້ໄດ້ຂໍ້ມູນທີ່ກົງກັບຄວາມເປັນຈິງຫລາຍທີ່ສຸດ. ກົນໄກວິທີທີ່ສຳຄັນທີ່ນັກພັດທະນາຕ້ອງໃຊ້ໃນຂັ້ນຕອນນີ້ຄື ການສ້າງຄວາມສຳພັນກັບຄົນໃນຊຸມຊົນເພາະ ຖ້າຫາກປາສະຈາກຄວາມສຳພັນທີ່ດີລະຫວ່າງພັດທະນາກອນກັບຊາວບ້ານແລ້ວ ເປັນການຍາກທີ່ຈະໄດ້ຮູ້ແລະ ເຂົ້າໃຈບັນຫາຄວາມຕ້ອງການຈິງຂອງຊາວບ້ານ, ຄວາມສຳພັນອັນດີຈົນເຖິງຂັ້ນຄວາມສະໜິດສະໜົມ, ຮັກໃຄ່, ສັດທາຈຶ່ງເປັນສິ່ງທີ່ຈຳເປັນທີ່ຈະຕ້ອງປູກຝັງໃຫ້ເກີດຂຶ້ນກັບຄົນໃນຊຸມຊົນ.
  • ການໃຫ້ການສຶກສາແກ່ຊຸມຊົນ: ເປັນການສົນທະນາວິເຄາະບັນຫາຮ່ວມກັບປະຊາ ຊົນເປັນການນຳຂໍ້ມູນຕ່າງໆທີ່ໄດ້ຈາກຂັ້ນຕອນການສຶກສາຊຸມຊົນມາວິເຄາະເຖິງບັນຫາຄວາມຕ້ອງ ການແລະສະພາບທີ່ເປັນຈິງຜົນກະທົບຄວາມຮຸນແຮງແລະ ຄວາມເສຍຫາຍຕໍ່ຊຸມຊົນ.ກົນໄກວິທີທີ່ສຳຄັນໃນຂັ້ນຕອນນີ້ຄືການກະຕຸ້ນໃຫ້ປະຊາຊົນໄດ້ຮູ້ເຂົ້າໃຈໃນບັນຫາຂອງຊຸມຊົນເຊີ່ງໃນປະຈຸບັນກໍຄືການຈັດເວທີສຳມະນາເພື່ອຄົ້ນຫາບັນຫາຮ່ວມກັນຂອງຊຸມຊົນ.
  • ການວາງແຜນໂຄງການ: ເປັນຂັ້ນຕອນໃຫ້ປະຊາຊົນຮ່ວມຕັດສິນໃຈແລະ ກຳນົດໂຄງການເປັນການນຳເອົາບັນຫາທີ່ປະຊາຊົນປະສົບພົບພໍ້ແລະ ຍອມຮັບວ່າເປັນບັນຫາຂອງຊຸມຊົນມາຮ່ວມກັນຫາສາເຫດ,ແນວທາງແກ້ໄຂແລະຈັດລຳດັບຄວາມສຳຄັນຂອງບັນຫາແລະ ໃຫ້ປະຊາຊົນເປັນຜູ້ຕັດສິນໃຈທີ່ຈະແກ້ໄຂພາຍໃຕ້ຂີດຄວາມສາມາດຂອງປະຊາຊົນແລະ ການຊອກຫາການຊ່ວຍເຫລືອຈາກພາຍນອກ.ວິທີທີ່ສຳຄັນໃນຂັ້ນຕອນນີ້ຄື ການໃຫ້ຄວາມຮູ້ກ່ຽວກັບຂະບວນ ການແກ້ໄຂບັນຫາ, ວິທີການວາງແຜນ, ການຂຽນໂຄງການໂດຍໃຊ້ເທັກນິກການວາງແຜນແບບໃຫ້ປະຊາຊົນມີສ່ວນຮ່ວມ.
  •  ການດໍາເນີນງານຕາມແຜນແລະໂຄງການ: ໂດຍມີຜູ້ຮັບຜິດຊອບໃນການດຳເນີນການຕາມແຜນ ແລະ ໂຄງການທີ່ໄດ້ຕົກລົງກັນໄວ້. ວິທີທີ່ສຳຄັນໃນຂັ້ນຕອນນີ້ຄືການເປັນຜູ້ຊ່ວຍ ເຫລືອສະໜັບສະໜູນໃນ 2 ລັກສະນະຄື: ເປັນຜູ້ປະຕິບັດງານທາງວິຊາການເຊັ່ນແນະນຳການປະຕິບັດງານໃຫ້ຄຳປຶກສາຫາ ລືໃນການແກ້ໄຂບັນຫາທີ່ເກິດຂື້ນຈາກການປະຕິບັດງານ; ເປັນຜູ້ສົ່ງເສີມໃຫ້ຊາວບ້ານເຂົ້າມາມີສ່ວນຮ່ວມໃນການປະຕິບັດງານ.

ການເກີດເປັນຊຸມຊົນແອອັດ

ຊຸມຊົນໃນເມືອງເກີດຂື້ນເປັນຜົນມາຈາກຄວາມຕ້ອງການພັດທະນາເມືອງເປັນຂະບວນການທີ່ເອີ້ນວ່າ: ການເປັນຕົວເມືອງ. ດາຣະນີ ຖະວິນພິພັດກຸນ 1996 ໄດ້ໃຫ້ທັດສະນະວ່າ:ໃນສາຍຕາຂອງນັກປະຊາກອນສາດຂະບວນ ການເປັນເມືອງຫມາຍເຖີງ: ສັດສວ່ນທີ່ປ່ຽນແປງໄປຂອງປະຊາກອນທີ່ຢູ່ໃນພື້ນທີ່ທີ່ເອີ້ນວ່າເມືອງ.
Hawley (ອ້າງໂດຍ ດາຣະນີ ຖະວິນພິພັດກຸນ 1996) ໃຫ້ຄໍາອະທິບາຍຂອງຂະບວນການເປັນເມືອງຫລື Urbanization ວ່າ ເປັນການເຄື່ອນໄຫວຈາກຫນ່ວຍລຽບງ່າຍ ແລະມີຄວາມເປັນທ້ອງຖີ່ນສູງໄປສູ່ລະບົບທີ່ຊັບຊ້ອນ ແລະ ມີການຂະຫຍາຍອານາເຂດອອກໄປໂດຍມີອົງກອນແບບເມືອງ ການທີ່ອັດຕາແລະລະດັບຂອງຂະບວນການເປັນເມືອງຈະເພີ່ມຂື້ນໄດ້ນັ້ນຢູ່ກັບເທັກໂນໂລຢີທີ່ໃຊ້ກ່ຽວກັບອົງກອນເພື່ອໃຫ້ທຸກໆສ່ວນປະສານສໍາພັນກັນ.
Smelser ເຊື່ອວ່າ: ການເຄື່ອຍ້າຍປະຊາກອນຈາກຊົນນະບົດເຂົ້າມາຢູ່ໃນເມືອງເປັນອີກຂະບວນການ ຫນຶ່ງທີ່ເຮັດໃຫ້ເກີດການພັດທະນາ.
ດາຣະນີ ຖະວິນພິພັດກຸນ 1996 ເວົ້າວ່າ ສໍາລັບສາເຫດຂອງການອົບພະຍົບຈາກຊົນນະບົດເຂົ້າສູ່ຕົວເມືອງ ທີ່ແຕກຕ່າງກັນໃນປະເທດກໍາລັງພັດທະນາແລະປະເທດທີ່ພັດທະນາແລ້ວ ຄື: ໃນປະເທດທີ່ພັດທະນາແລ້ວການ ອົບພະຍົບຈາກຊົນະບົດເຂົ້າສູ່ເມືອງເປັນແຮງດຶງດູດຂອງເມືອງໄດ້ແກ່ຄ່າຈ້າງແຮງງານໃນພາກອຸດສາຫະກໍາທີ່ສູງກວ່າພາກກະສິກໍາແຕ່ໃນປະເທດກໍາລັງພັດທະນາການອົບພະຍົບຈາກຊົນນະບົດເຂົ້າສູ່ຕົວເມືອງເກີດຂື້ນເພາະແຮງຍູ້ດັນໄດ້ແກ່: ຄວາມທຸກຈົນ, ໂອກາດທາງເສດຖະກິດ ແລະ ອື່ນໆ.
ການຍົກຍ້າຍຖິ່ນຖານຂອງຄົນຊົນນະບົດເຂົ້າສູ່ຕົວເມືອງເຮັດໃຫ້ມີການປ່ຽນແປງດ້ານອາຊີບຈາກພາກກະສິກໍາມາຢູ່ໃນພາກການບໍລິການ, ການໃຊ້ແຮງງານການທີ່ຄົນຊົນນະບົດຍ້າຍເຂົ້າມາຢູ່ໃນເມືອງມັກຈະເຂົ້າ ມາຢູ່ຮ່ວມກັນໃນສະຖານທີ່ຫນື່ງກ່ອນເມື່ອປັບຕົວໄດ້ແລ້ວຈະຂະຍັບຂະຫຍາຍຕົວອອກໄປໂດຍສະຖານທີ່ເຫຼົ່ານີ້ ມັກເປັນຊຸມຊົນແອອັດ.
ຊຸມຊົນແອອັດ ຕາມຄໍາຈໍາກັດຄວາມຂອງສະຫະປະຊາຊາດ ຫມາຍເຖີງພື້ນທີ່ເຊື່ອມໂຊມສ່ວນຫນື່ງຂອງເມືອງທີ່ມີລັກສະນະສະເພາະຄືບ້ານເຮືອນທີ່ສ້າງຂື້ນຕໍ່າກວ່າມາດຕະຖານ,ເປີ້ເປື້ອນ ແລະ ຂາດການຮັກສາຄວາມປອດໄພທີ່ຫມັ້ນຄົງ, ຈາກຂໍ້້ມູນຂອງສະຫະປະຊາຊາດພົບວ່າອັດຕາສ່ວນຂອງຜູ້ຢູ່ອາໄສໃນຊຸມຊົນແອອັດ ໃນເຂດເມືອງໃນຊ່ວງປີ ຄສ 1990-2005 ຫລຸດລົງຈາກ 47%ເປັນ 37%. ເຖິງໃດກໍ່ຕາມ, ເນື່ອງຈາກປະຊາກອນໂລກທີ່ເພີ່ມຂື້ນ ໂດຍສະເພາະປະ ຊາກອນໃນເຂດເມືອງ, ຜູ້ຢູ່ອາໄສໃນຊຸມຊົນແອອັດໃນເຂດເມືອງ ຈື່ງເພີ່ມຂື້ນຕາມຈໍານວນຜູ້ຢູ່ອາໄສ. ໃນຊຸມຊົນແອອັດທົ່ວໂລກມີປະມານຫນື່ງພັນລ້ານຄົນ ແລະ ຈະເພີ່ມຂື້ນເປັນສອງພັນລ້ານຄົນ ໃນປີ 2030 (UN-HABITAT report . 2007).
ລັກສະນະສະເພາະຂອງຊຸມຊົນແອອັດອາດຕ່າງໄປໃນແຕ່ລະພູມີພາກສິ່ງທີ່ມັກຈະເຫມືອນກັນຄືຜູ້ຢູ່ອາໄສມີຖານະຍາກຈົນຫລາຍຫລືດ້ອຍໂອກາດທາງສັງຄົມສິ່ງກໍ່ສ້າງໃນຊຸມຊົນແອອັດມີຫລາກຫລາຍຕັ້ງແຕ່ຕູບໄປເຖີງໂຄງສ້າງຖາວອນທີອະນຸລັກໄວ້ຢ່າງດີຊຸມຊົນແອອັດສ່ວນຫລາຍຂາດແຄ້ນນໍ້າສະອາດ, ໄຟຟ້າ, ສຸຂະພິບານ ແລະ ສາທາລະນຸປະໂພກອື່ນໆ (UN-HABITAT 2007).
  • ຊຸມຊົນແອອັດສະແດງອອກໃນ 7 ປະການດັ່ງນີ້:
  • ດ້ານກາຍະພາບ: ຊຸມຊົນແອອັດມີລັກສະນະຄ້າຍແຫ່ງເຊື່ອມໂຊມ, ຂາດການບໍລິ ການສາທາລະນຸປະໂພກ, ສາທາລະນຸປະການ, ມີຄວາມເປີ້ເປື້ອນ, ມີນໍ້າຂັງ, ຊຸ່ມ ແລະ ອາຄານຊຸດໂຊມ, ບໍ່ມີລະບຽບ ແລະ ຂາດການວາງແຜນຊຸມຊົນ;
  • ດ້ານຄວາມຫນາແຫນ້ນ: ຊຸມຊົນແອອັດຈະມີຄວາມຫນາແຫນ້ນໃນການຢູ່ອາໄສຫລາຍກ່ວາເຂດອື່ນ ສິ່ງປຸກສ້າງສ່ວນຫລາຍເປັນອາຄານບໍ່ຖາວອນ;
  • ດ້ານສຸກຂະອະນາໄມ: ຊຸມຊົນແອອັດມີສະພາບແວດລ້ອມທີ່ເປັນອັນຕະລາຍຕໍ່ສຸ ຂະພາບຂາດຄວາມປອດໄພໃນການຢູ່ອາໄສ, ມີແນວໂນ້ມວ່າຊາວຊຸມຊົນຈະມີໂລກໄພໄຂ້ເຈັບຫລາຍກ່ວາຄົນຕົວເມືອງທົ່ວໄປ;
  • ດ້ານສັງຄົມ ແລະ ການສຶກສາ: ເປັນແຫລ່ງທີ່ກໍ່ໃຫ້ເກີດການກະທໍາທີ່ຜິດກົດ ຫມາຍ, ເປັນແຫລ່ງມົວສຸມ ແລະ ມີລະດັບການສຶກສາຫນ້ອຍທັ້ງມີຄຸນນະພາບຊີວິດທີ່ຕໍ່າ;
  • ດ້ານພູມມີສາດທີ່ຕັ້ງ: ຊຸມຊົນແອອັດມັກມີທີ່ຕັ້ງໃນບໍລິເວນແຄມຫນອງ, ແຄມຮ່ອງ.
  • ທີ່ດິນເປົ່ຫວ່າງແຕ່ຂາດເສັ້ນທາງທີ່ຈະເຂົ້າເຖິງ ຖ້າຫາກມີກໍ່ເປັນຂົວໄຕ່ທີ່ເປັນໄມ້ນ້ອຍໆ ຫລື ທາງທີ່ມີຂະຫນາດນ້ອຍມີທີ່ຕັ້ງຢູ່ໃກ້ແຫ່ລງງານຫລືບ່ອນປະກອບອາຊີບສະດວກ, ໃກ້ຕະຫລາດ ໂດຍສະເພາະແຫລ່ງງານທີ່ຕ້ອງການແຮງງານຈໍານວນຫລາຍ;
  • ດ້ານເສດຖະກິດ: ຊາວຊຸມຊົນມີລາຍໄດ້ຕໍ່າຫາເຊົ້າກິນຄໍ່າ, ມີອາຊີບບໍ່ແນ່ນອນ, ປ່ຽນອາຊີບຕະຫລອດ ຫລືເວົ້າໄດ້ວ່າບໍ່ມີຄວາມຫມັ້ນຄົງໃນອາຊີບການງານ ໃນດ້ານອາຊີບສ່ວນຫລາຍປະກອບອາຊີບບໍ່ເປັນທາງການ ເປັນການປະກອບອາຊີບຮັບຈ້າງທົ່ວໄປເຊັ່ນ: ເກັບຂີ້ເຫຍື້ອຂາຍ, ຍູ້ລໍ້ຕາມຕະຫລາດ, ຂາຍເຄື່ອງຕາມງານບຸນ, ເປັນກໍາມະກອນ ແລະ ອື່ນໆ; 
  • ດ້ານສະພາບການຄອບຄອງທີ່ດິນ: ຊຸມຊົນແອອັດສ່ວນຫລາຍຈະບໍ່ມີຄວາມຫມັ້ນ ຄົງທາງດ້ານທີ່ດິນ ໂດຍສະເພາະແມ່ນຊຸມຊົນທີ່ບຸກລຸກນັ້ນ ຈະມີສະພາບການຖືຄອງທີ່ດິນທີ່ບໍ່ຫມັ້ນ ຄົງ, ປະສົບບັນຫາຖືກຂັບ​ໄລ່, ບໍ່ມີກໍາມະສິດ ຫລື ຫາກເປັນຊຸມຊົນທີ່ບຸກລຸກບໍ່ມີສັນຍາເຊົ່າທີ່ດິນ.

ຮູບການພັດທະນາທີ່ຢູ່ອາໄສ ແລະຊຸມຊົນ

1.     ການປັບປຸງພື້ນພູກັບທີ່, ການສ້າງຄືນໃຫມ່: ການປັບປຸງຊຸມຊົນໃນທີ່ເດີມ (Upgrading) ເປັນການປັບປຸງສະພາບແວດລ້ອມທາງກາຍພາບໂດຍທົ່ວໄປເຊັ່ນ ທາງຍ່າງ, ຮ່ອງລະບາຍນ້ຳ, ລະບົບນໍ້າປະປາ, ໄຟຟ້າ, ສະຖານທີ່ຖິ້ມຂີ້ເຫຍື້ອລວມພ້ອມອຸປະກອນໃນການເກັບຂີ້ເຫຍື້ອອຸປະກອນປ້ອງກັນອັກຄີໄພ, ສູນຊຸມຊົນ ແລະອື່ນໆລວມທັງການປັບປຸງສະພາບທາງເສດຖະກິດ ແລະ ສັງຄົມໃຫ້ດີຂຶ້ນ.
2.    ການຮື້ແລະສ້າງໃໝ່ໃນທີ່ເດີມ (Reconstruction): ເປັນການປັບປຸງສະພາບຊຸມຊົນທີ່ເສື່ອມໂຊມ ໂດຍການຮື້ ແລະ ພັດທະນາທີ່ຢູ່ອາໄສໃໝ່ຂຶ້ນ ໃນພື້ນທີ່ເດີມໂດຍໃຫ້ຜູ້ທີ່ຢູ່ອາໄສມີກຳມະສິດໃນການຊື້ ຫລື ເຊົ່າໃນໄລຍະຍາວເຮັດໃຫ້ຊຸມຊົນຍັງຄົງສາມາດຢູ່ໃກ້ບໍລິເວນຊຸມຊົນເດີມ ແລະ ມີຄວາມຫມັ້ນຄົງໃນທີ່ຢູ່ອາໄສ (ສົມ​ສຸກ. 2011).
3.    ການທ້ອນໂຮມຕອນດິນ ແລະ ຈັດສັນຕອນດິນຄືນໃຫມ່: ແມ່ນການປະສານຜົນປະໂຫຍດໃນທີ່ດິນ (Land Sharing) ເປັນການແບ່ງປັນທີ່ດິນກັນລະຫວ່າງເຈົ້າຂອງທີ່ດິນກັບຜູ້ຢູ່ອາໄສ ໂດຍອົງການປົກຄອງທ້ອງຖິ່ນຫລືຫນ່ວຍງານທີ່ກ່ຽວຂ້ອງຈະເຂົ້າໄປເປັນຕົວກາງເຈລະຈາຕໍ່ຮອງກັບເຈົ້າຂອງທີ່ດິນໃຫ້ແບ່ງທີ່ດິນບາງສ່ວນຂອງຊຸມຊົນເພື່ອຂາຍໃຫ້ກັບຜູ້ຢູ່ອາໄສຫລືໃຫ້ເຊົ່າໄລຍະຍາວເພື່ອເຈົ້າຂອງທີ່ດິນຈະໄດ້ໃຊ້ທີ່ດິນສ່ວນທີ່ຕ້ອງການໄປເຮັດປະໂຫຍດໄດ້ຈາກນັ້ນຈະນຳທີ່ດິນມາຈັດຜັງແບ່ງແປງໃຫ້ຜູ້ຢູ່ອາໄສໄດ້ເປັນກຳມະສິດ ຫລືເຊົ່າໃນ  ໄລຍະຍາວ ປັງປຸງສາທາລະນຸປະໂພກສາທາລະນຸປະການ ພັດທະນາດ້ານເສດຖະກິດແລະສັງຄົມ ແລະໃຫ້ຜູ້ຢູ່ອາໄສຜ່ອນຊຳລະທີ່ດິນກັບອົງການປົກຄອງທ້ອງຖິ່ນ ຫນ່ວຍງານທີ່ກ່ຽວຂ້ອງຫລືສະຖາບັນການເງີນທີ່ສະໜັບສະໜູນໂຄງການຕໍ່ໄປ.
4.    ການປັບຜັງແລະແບ່ງຕອນທີ່ດິນໃນທີ່ດິນເດີມ (Relocking): ໃນຊຸມຊົນທີ່ມີບັນຫາການຄອບຄອງທີ່ດິນຫລືຕ້ອງການປັບສະພາບການໃຊ້ທີ່ດິນຂອງຊຸມຊົນໃໝ່ ອົງການປົກຄອງທ້ອງຖິ່ນຫລືຫນ່ວຍງານທີ່ກ່ຽວຂ້ອງຈະເຂົ້າໄປເປັນຕົວກາງເພື່ອໃຫ້ຜູ້ຢູ່ອາໄສມີກຳມະສິດໃນທີ່ດິນ ໂດຍການຊື້ຈາກເຈົ້າຂອງທີ່ດິນ ຫລືເຊົ່າໄລຍະຍາວຈາກນັ້ນກໍຈະເຂົ້າໄປການແບ່ງແປງທີ່ດິນ ແລະໃຫ້ກຳມະ ສິດຜູ້ຢູ່ອາໄສໄດ້ຄອບຄອງທີ່ດິນໂດຍຖືຫລັກໃຜຢູ່ບ່ອນໃດກໍຢູ່ບ່ອນນັ້ນ ຫລື ຂະຫຍັບຂະຫຍາຍພຽງບາງສ່ວນເມື່ອຈຳເປັນແທ້ໆ ເພື່ອໃຫ້ເກີດຄວາມເດືອດຮ້ອນນ້ອຍທີ່ສຸດ ແລະ ກໍ່ປັບປຸງລະບົບສາທາລະນຸປະໂພກສາທາລະນຸປະການໃຫ້ດີຂຶ້ນຕະຫລອດຈົນຊ່ວຍເຫລືອແນະນຳກ່ຽວກັບການອອກແບບປັບປຸງທີ່ຢູ່ອາໄສລວມທັງພັດທະນາດ້ານເສດຖະກິດ ແລະ ສັງຄົມໃຫ້ຜູ້ຢູ່ອາໄສຜ່ອນຊຳ ລະຄ່າທີ່ດິນກັບອົງການປົກຄອງທ້ອງຖິ່ນ, ຫນ່ວຍງານທີ່ກ່ຽວຂ້ອງຫລືສະຖາບັນການເງິນທີ່ສະໜັບສະໜູນໂຄງການຕໍ່ໄປ.
5.    ການຈັດຮູບທີ່ດິນ (Land Readjustment): ໃນຊຸມຊົນທີ່ຈະຕ້ອງມີການປັບປຸງລະບົບສາທາລະນຸປະໂພກຫລັກຂອງລັດ ຫລືໃນຊຸມຊົນທີ່ຈະຕ້ອງມີການຈັດການໃຊ້ທີ່ດິນໃໝ່ອົງການປົກຄອງທ້ອງຖິ່ນຫລືຫນ່ວຍງານທີ່ກ່ຽວຂ້ອງຈະເຂົ້າໄປເຈລະຈາກັບເຈົ້າຂອງທີ່ດິນ ແລະຜູ້ຢູ່ອາໄສ ໂດຍຈະປະສານກັບແຜນພັດທະນາລະບົບສາທາລະນຸປະໂພກຂອງທ້ອງຖິ່ນ ໂດຍມີວັດຖຸປະສົງເພື່ອໃຫ້ການພັດທະນາສາທາລະນຸປະໂພກໄດ້ບັນລຸເປົ້າໝາຍ ໃນຂະນະດຽວກັບເຈົ້າຂອງທີ່ດິນໄດ້ມີໂອກາດພັດທະນາທີ່ດິນຂອງຕົນ ແລະຜູ້ຢູ່ອາໄສໄດ້ມີທີ່ຢູ່ຢ່າງຖາວອນອີກດ້ວຍ ທັງນີ້ຫລັກການນີ້ຈະເປັນໄປໄດ້ດ້ວຍການປະສານປະໂຫຍດເທົ່ານັ້ນໃນການຈັດຫາທີ່ຢູ່ອາໄສໃໝ່ໃນກໍລະນີທີ່ມີການ ຮື້ຍ້າຍນັ້ນ ມີທາງເລືອກຫລວງຫລາຍຂຶ້ນຢູ່ກັບສະພາບຂອງແຕ່ລະພື້ນທີ່ ແລະກຸ່ມຫລືລະດັບຂອງຜູ້ຢູ່ອາໄສໃນພື້ນທີ່ນັ້ນໆ ຊຶ່ງການສຶກສາໃນເລື່ອງນີ້ຈະເຮັດໃຫ້ຜູ້ສຶກສາຮູ້ເຖິງແນວທາງໃນການດຳເນີນການໃນການຈັດຫາທີ່ຢູ່ອາໄສໃໝ່ທີ່ມີຄວາມສອດຄ່ອງເໝາະສົມທັງປັດໄຈດ້ານກາຍພາບ ເສດຖະກິດ ແລະ ສັງຄົມ(ສົມ​ສຸກ. 2011).
6.    ການຍ້າຍຊຸມຊົນໄປຢູ່ໃນທີ່ໃໝ່ (Relocation): ເປັນການຍ້າຍຊຸມຊົນແອອັດໄປຕັ້ງໃນທີ່ໃໝ່ ໂດຍອົງການປົກຄອງທ້ອງຖິ່ນ ແລະຊຸມຊົນເປັນຕົວກາງໃນການພັດທະນາທີ່ຢູ່ອາໄສໃໝ່ ໃຫ້ຜູ້ຢູ່ອາໄສໄດ້ຊື້ທີ່ດິນເປັນກຳມະສິດຫລືເຊົ່າໄລຍະຍາວ ເຈົ້າຂອງທີ່ດິນທີ່ໄດ້ຮັບປະໂຫຍດຈາກທີ່ດິນເດີມນັ້ນຈະຕ້ອງມີສ່ວນຮ່ວມໃນການຮັບພາລະດ້ວຍຫນວ່ຍງານເຄຫາຜັງເມືອງຈັດສັນພັດທະນາທີ່ດິນ ແລະ ສາທາລະນຸປະໂພກທີ່ຈຳເປັນຕະຫລອດທັງພັດທະນາທາງດ້ານເສດຖະກິດແລະສັງຄົມຜູ້ຢູ່ອາໄສຕ້ອງຜ່ອນຊຳລະຄ່າທີ່ດິນແລະຄ່າພັດທະນາທີ່ດິນໃຫ້ແກ່ການອົງການປົກຄອງທ້ອງ ຖິ່ນຫນ່ວຍງານທີ່ກ່ຽວຂ້ອງຫລືສະຖາບັນການເງິນຕໍ່ໄປ (ສົມ​ສຸກ. 2011).

ບາງບົດຮຽນການແກ້ໄຂບັນຫາທີ່ຢູ່ອາໄສ ແລະ ຊຸມຊົນໃນປະເທດຢີ່ປຸນ

ຊຸມ​ຊົນ​ເຊນບົນ​ ເຂດ​ກຽວ​ໂຕ​ໃໝ່ ແຂວງ​ກຽວ​ໂຕ
ຕັ້ງ​ຢູ່​ທາງ​ທິດ​ຕະເວັນ​ຕົກ​ສຽງ​ເໜືອ​ຂອງ​ກຽວ​ໂຕ ເນື້ອທີ່ 5.87 ເຮັກຕາ ປະຊາກອນ 814 ຄົນ, ອາ​ຄານ​ທີ່​ພັກ​ອາໄສ 20 ຫລັງຈໍາ​ນວນ 530 ຄອບຄົວ, ປະຈຸບັນ​ມີ​ຜູ້​ຢູ່​ອາໄສ 450 ຄອບຄົວ, ເນື່ອງ​ຈາກ​ຢູ່​ລະຫວ່າງ​ການ​ພິຈາລະນາ​ປັບປຸງ​ກໍ່​ສ້າງ​ທີ່​ຢູ່​ອາໄສ​ໃໝ່ ເພາະ​ທີ່​ຢູ່​ອາໄສ​ເດີມ​ຢູ່​ຢ່າງ​ແອ​ອັດ​ມາ​ດົນ​ເກືອບ 50 ປີ ປະຊາຊົນ​ມີ​ອາ​ຊີບ​ຂ້າ​ສັດ, ຜະລິດຕະພັນ​ຈາກ​ໜັງ​ສັດເຊີ່ງ​ຄົນ​ສ່ວນ​ໃຫຍ່​ຂອງ​ຍີ່​ປຸ່ນ​ບໍ່​ມັກ​ປະກອບ​ອາ​ຊີບ​ນີ້​ກໍ​ເລີຍໃຫ້​ຄົນ​ໃນ​ຫມູ່ບ້ານ​ນີ້​ເຮັດ ນອກ​ຈາກ​ນີ້​ຕໍາຫ​ລວດ​ຈະ​ຈ້າງ​ໄວ້ເຮັດ​ຫນ້າທີ່​ຈັບ​ຜູ້​ຮ້າຍ, ທໍາ​ຄວາມ​ສະ​ອາດ​ຫໍປາ​ສາດ, ເມື່ອ​ເຂົ້າ​ສູ່​ສະ​ວັດ​ທີ່ 20 ມີ​ການ​ປະຕິ​ຮູບ​ການ​ປົກຄອງ​ສະພາບ​ສັງຄົມ​ປ່ຽນ​ໄປ ຍີ່​ປຸ່ນ​ເຮັດສົງຄາມ​ຫລາຍ​ຄັ້ງຄົນ​ເມືອງ​ເຂົ້າ​ມາເຮັດ​ອາ​ຊີບ​ຂອງ​ຊຸມ​ຊົນເຮັດ​ໃຫ້​ຄົນ​ໃນ​ຊຸມ​ຊົນ​ປະ​ສົບ​ບັນຫາ​ເສດຖະກິດຍາກ​ຈົນ ແລະ​ຄົນ​ໃນ​ຊຸມ​ຊົນ​ຍັງ​ຖືກ​ກີດ​ກັ້ນ​ຈາກ​ບຸກ​ຄົນ​ ແລະ ​ຫມູ່ບ້ານ​ພາຍນອກ​ໃນ​ການ​ສະໝັກ​ງານ, ແຕ່ງ​ງານ​ ແລະ ​ບໍ່​ຢາກເຂົ້າ​ມາ​ຮ່ວມ​ໃນ​ໂຄງ​ການ ແລະ ​ຄວາມ​ຊ່ວຍເຫລືອ​ຈາກ​ຫນ່ວຍ​ງານ​ລັດ​ໃນ​ດ້ານ​ທີ່​ຢູ່​ອາໄສ​ຫລັງ​ສົງຄາມ​ໂລກ​ຄັ້ງທີ່ 2 ເປັນ​ການ​ຮື້​ຖອນ​ເຮືອນ​ເກົ່າ​ ແລະ​ ສ້າງ​ເຮືອນ​ແຖວ, ອະ​ພັດ​ເມນ ເມື່ອ​ປີ ຄ.ສ.1958 ຂະໜາດ​ພື້ນ​ທີ່​ໃຊ້​ສອຍ 302/ຫນວ່ຍ ບໍ່​ມີ​ຫ້ອງ​ນໍ້າ​ສ່ວນ​ຕົວ, ມີ​ສະພາບ​ຊຸດ​ໂຊມ, ຂະນະ​ນີ້​ເຂດ​ມີ​ໂຄງ​ການ​ທີ່​ຈະ​ຮື້​ສ້າງ​ໃໝ່​ເພື່ອ​ໃຫ້​ຄວາມ​ຊ່ວຍເຫລືອ​ເປັນ​ພິເສດ​ກັບ​ຜູ້​ຢູ່​ອາໄສ​ໃນ​ເຂດ​ນີ້ ສໍາລັບ​ໂຄງ​ການ​ກໍ່​ສ້າງ​ທີ່​ຢູ່​ອາໄສ​ໃໝ່ ເຂດ​ກຽວ​ໂຕໃໝ່ ຈະ​ຮື້​ອາ​ຄານ​ຫລັງ​ທີ່ 1-5 ເພື່ອ​ສ້າງ​ໃໝ່ 3 ຫລັງ​ກ່ອນ ຊຶ່ງ​ປະຈຸບັນ​ສ້າງ​ສຳເລັດ​ແລ້ວຈໍາ​ນວນ 2 ຫລັງ ໂດຍ​ຄາດ​ວ່າ​ຈະ​ດໍາ​ເນີນ​ການ​ໃຫ້​ແລ້ວ​ສຳເລັດ​ພາຍ​ໃນ 6 ປີ (ຄສ 2014) ຂະໜາດ​ຂອງ​ພື້ນ​ທີ່​ໃຊ້​ສອຍ 702/ຫນ່ວຍ, ອັດຕາ​ຄ່າ​ເຊົ່າ​ເພີ່ມ​ຂຶ້ນ​ຈາກ​ເດີມ 30,000 ເຢນ/ເດືອນ ເປັນ 50,000-110,000 ເຢນ/ເດືອນ ເຊີ່ງ​ຫາກ​ທຽບ​ກັບ​ລາ​ຄາ​ພື້ນ​ທີ່​ອື່ນ​ຂອງ​ເຂດ​ມີ​ອັດຕາ​ຄ່າ​ເຊົ່າ​ຖືກ​ກວ່າ, ແຕ່​ກໍ່​ມີ​ຊາວ​ຊຸມ​ຊົນ​ບາງ​ສ່ວນ​ບໍ່​ສາມາດ​ຮັບ​ພາລະ​ໄດ້ ຈຶ່ງ​ມີ​ການ​ລວມ​ກຸ່ມ​ຂອງ​ຜູ້​ຢູ່​ອາໄສ​ຈັດ​ຕັ້ງ​ກຳມະການ​ຊຸມ​ຊົນຈໍາ​ນວນ 6ຄົນ, ເພື່ອ​ພິຈາລະນາ​ວ່າ​ຈະ​ແກ້​ໄຂ​ຢ່າງໃດ, ພັດທະນາ​ຊຸມ​ຊົນ​ຢ່າງໃດ, ສ້າງ​ຄວາມ​ສຳພັນ​ກິດຈະກຳ​ຂອງ​ຊຸມ​ຊົນ ລວມ​ທັງ​ຂໍ​ຄວາມ​ຮ່ວມ​ມື​ຈາກ​ອາຈານ​ມະຫາ​ວິທະຍາ​ໄລ​ໃນ​ການ​ພັດທະນາ​ຊຸມ​ຊົນ​ແລະ​ສ້າງ​ທີ່​ຢູ່​ອາໄສ​ໃໝ່ ເຊີ່ງ​ຊຸມ​ຊົນ​ມີ​ແນວ​ຄິດ​ໃນ​ການ​ພັດທະນາ​ຊຸມ​ຊົນ ​ແລະ ​ທີ່​ຢູ່​ອາໄສດັ່ງ​ນີ້:
  • ·ການ​ປັບປຸງ​ກໍ່​ສ້າງ​ທີ່​ຢູ່​ໃໝ່​ຈະ​ໃຊ້​ວິທີການຈັດຕັ້ງສະຫະກອນ (Cooperative) ແຕ່​ສະມາຊິກ​ທີ່​ຈະ​ລວມ​ກຸ່ມ​ຈະ​ຕ້ອງ​ເປັນ​ຄົນ​ໃນ​ຊຸມ​ຊົນ​ເທົ່າ​ນັ້ນ ບໍ່​ໃຊ້​ວິທີ​ເປີດ​ຮັບ​ສະໝັກ​ບຸກ​ຄົນ​ພາຍນອກ;
  • ສັນຍາ​ເຊົ່າ​ທີ່​ດິນ 60 ປີ ໂດຍ​ອັດຕາ​ຄ່າ​ເຊົ່າ​ທີ່​ດິນ​ທີ່​ເກັບ​ໃນ 60 ປີເທົ່າ​ກັບ 60% ຂອງ​ລາ​ຄາ​ທີ່​ດິນ ສະເລ່ຍ​ອັດຕາ​ຄ່າ​ເຊົ່າ​ຕໍ່​ປີເທົ່າ​ກັບ 1% ຂອງ​ລາ​ຄາ​ທີ່​ດິນການສ້າງ​ທີ່​ຢູ່​ອາໄສ​ໃນ​ລາ​ຄາ 4-5ເທົ່າ ຂອງ​ລາຍ​ໄດ້​ຕໍ່​ປີ/ຄອບຄົວ ອັດຕາ​ການ​ຜ່ອນ​ຊໍາ​ລະ​ຕາມ​ຄວາມ​ສາມາດ​ຂອງ​ຜູ້​ຢູ່​ອາໄສ;
  • ເປັນ​ໂຄງ​ການ​ຮ່ວມ​ກັນ​ຂອງ​ສະມາຊິກ​ທີ່​ຕ້ອງ​ຮ່ວມ​ກັນ​ວາງ​ແຜນ​ຮູບ​ແບບ​ຂອງ​ການ​ກໍ່​ສ້າງ, ການ​ຢູ່​ອາໄສ, ສິ່ງ​ແວດ​ລ້ອມ, ການ​ຈັດ​ເກັບ​ຂີ້ເຫຍື້ອ;
  • ມີ​ການ​ເບິ່ງ​ແຍງປິ່ນປົວ​ຜູ້​ສູງ​ອາ​ຍຸ, ຄົນ​ພິ​ການ, ຄົນເຈັບ, ການ​ປິ່ນປົວ​ແບບ​ສະໄໝ​ເກົ່າ​ຂອງ​ຈີນ (ຝັງ​ເຂັມ) ຊຶ່ງ​ຜູ້​ທີ່​ເຮັດຫນ້າທີ່​ປິ່ນປົວ​ເປັນ​ຜູ້​ຢູ່​ອາໄສ​ໃນ​ຊຸມ​ຊົນ;
  • ໃຊ້​ພື້ນ​ທີ່​ສ່ວນ​ກາງຈະ​ສ້າງ​ຄິ​ນິກ​ແພດ​ຕ້ອງ​ຈ່າຍ​ຄ່າ​ເຊົ່າ​ໃຫ້​ກັບ​ສະ​ຫະ​ກອນ.



No comments:

Post a Comment

Note: Only a member of this blog may post a comment.