Course outline


ເນື້ອ​ໃນ​ຂອງ​ວິຊາ​ນີ້ ປະກອບ​ດ້ວຍ 14 ຫົວ​ຂໍ້​ ດັ່ງ​ມີ​ເນື້ອ​ໃນ​ຫຍໍ້​ຄື​ລຸ່ມ​ນີ້:
 1.  
ຄວາມຫມາຍ ແລະ ຄວາມຈຳເປັນຂອງການວາງແຜນຜັງເມືອງ: ການວາງແຜນຜັງເມືອງ ແມ່ນການຄວບຄຸມການພັດທະນາໃຫ້ໄປໃນທິດທາງທີ່ຕ້ອງການ ແລະ ຈັດສັນທີ່ດິນ ແລະ ທຳມະຊາດເພື່ອການພັດທະນາທີ່ຍາວນານ, ປັດໄຈທີ່ຕ້ອງຄຳນຶງເຖິງໃນການວາງແຜນຜັງເມືອງມີລັກສະນະຮອບດ້ານ: ດ້ານປະຊາກອນ, ດ້ານເສດຖະກິດ, ດ້ານສັງຄົມ, ດ້ານວັດທະນະທຳ, ດ້ານການບໍລິຫານ-ປົກຄອງ, ດ້ານເຕັກໂນໂລຊີ, ດ້ານສິ່ງແວດລ້ອມ ແລະອື່ນໆ.  
2.  
ວິວັດທະນາການຂອງແນວຄິດ-ທິດສະດີກ່ຽວກັບຜັງເມືອງ: ແນວຄິດການວາງແຜນຜັງເມືອງໄດ້ເລີ່ມມີມາແຕ່ບູຮານ ພ້ອມໆກັບອະລິຍະທຳຂອງຊາດຕ່າງໆ, ບົດບາດຂອງຕົວເມືອງໄດ້ມີການປ່ຽນແປງໃນແຕ່ລະໄລຍະປະຫວັດສາດ, ແນວຄິດຜັງເມືອງໄດ້ສອດແຊກໃນຂໍ້ກຳນົດກົດລະບຽບຕ່າງໆໃນສະໄຫມບູຮານ, ສະຕະວັດທີ 20 ເປັນສະຕະວັດແຫ່ງການພັດທະນາແນວຄິດຜັງເມືອງສະໄຫມໃຫມ່.  
3.  
ການວາງແຜນຜັງເມືອງ ກັບ ຄວາມສາມາດແຂ່ງຂັນທາງດ້ານເສດຖະກິດຂອງຕົວເມືອງ: ອະລິຍະທຳເກີດຂຶ້ນບົນພື້ນຖານເສດຖະກິດ ແລະ ສັງຄົມ-ວັດທະນະທຳ, ການວາງແຜນຜັງເມືອງທີ່ດີຈະຕ້ອງສົ່ງເສີມເສດຖະກິດຂອງຕົວເມືອງ, ການນຳໃຊ້ເງື່ອນໄຂທາງດ້ານທີ່ຕັ້ງເຂົ້າໃນການສ້າງໂອກາດທາງເສດຖະກິດ. ການເລືອກທີ່ຕັ້ງມີບົດບາດຕໍ່ຕົວເມືອງທັງໃນລະດັບມະຫາພາກ ແລະ ລະດັບຈຸນລະພາກ.  
4.  
ການວາງແຜນຜັງເມືອງ ກັບ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ: ການວາງແຜນຜັງເມືອງກ່ຽວພັນກັບການເດີນທາງຕິດຕໍ່ພົວພັນການຄ້າ ແລະ ສັງຄົມ-ວັດທະນະທຳ, ວິວັດທະນາການຂອງຮູບແບບການຄົມມະນາຄົມຂົນສົ່ງສົ່ງຜົນໂດຍກົງຕໍ່ທີ່ຕັ້ງ ແລະ ຮູບຮ່າງຂອງຕົວເມືອງ, ຕົວເມືອງໄດ້ຮ່ວມກຸ່ມກັນກາຍເປັນກຸ່ມຕົວເມືອງ ຫລື ເຂດພັດທະນາເສດຖະກິດ.  
5.  
ການວາງແຜນຜັງເມືອງ ກັບ ຄຸນນະພາບຊີວິດສັງຄົມເມືອງ: ຕົວເມືອງເປັນສູນກາງຂອງກິດຈະກຳສັງຄົມເມືອງ ເພາະສະນັ້ນ ຈຶ່ງຕ້ອງເອົາໃຈໃສ່ຕໍ່ຄວາມສະດວກ ແລະ ປອດໄພຂອງທຸກຄົນ ໂດຍສະເພາະແມ່ນກຸ່ມຜູ້ດ້ອຍໂອກາດ ເຊັ່ນ: ຄົນຊະລາ, ຄົນພິການ, ຄົນທຸກຍາກ, ກຸ່ມຊົນເຜົ່າສ່ວນນ້ອຍ, ເດັກນ້ອຍ, ເພດຍິງ ແລະອື່ນໆ. ຄວາມເອົາໃຈໃສ່ດັ່ງກ່າວ ຕ້ອງສະທ້ອນໃຫ້ເຫັນໃນລະບຽບຄວບຄຸມການປຸກສ້າງ ຫລື ການພັດທະນາຕົວເມືອງ.  
6.  
ການວາງແຜນຜັງເມືອງ ກັບ ການອະນຸລັກອະລິຍະທຳ ແລະ ວັດທະນະທຳ: ການອະນຸລັກແມ່ນການບັນທຶກປະຫວັດສາດ ແລະ ປົກປັກຮັກສາອະລິຍະທຳຂອງມວນມະນຸດ ເພື່ອເປັນບົດຮຽນໃຫ້ແກ່ຮຸ່ນຄົນຕໍ່ໄປ. ການອະນຸລັກບໍ່ຫມາຍເຖິງວ່າຈະຮັກສາໃຫ້ເຫມືອນເດີມທຸກຢ່າງ. ການອະນຸລັກຕ້ອງໄປຄຽງຄູ່ກັບການພັດທະນາ. 
7.  
ການວາງແຜນຜັງເມືອງ ກັບ ຄວາມສວຍງາມ ແລະ ຄວາມພູມໃຈຂອງຊາວເມືອງ: ຕົວເມືອງຄືບ້ານຂອງຜູ້ຢູ່ອາໄສ ຕົວເມືອງຈຶ່ງມີຫນ້າທີ່ສ້າງຄວາມຮູ້ສຶກຜູກພັນກັບຕົວເມືອງ. ສະຖານທີ່ຕ່າງໆຢູ່ໃນຕົວເມືອງ ນອກຈາກຈະຕ້ອງມີປະໂຫຍດນຳໃຊ້ສຳລັບກິດຈະກຳ ທັງມີຄຸນຄ່າທາງດ້ານຈິດໃຈ. ເພາະສະນັ້ນ ຈຶ່ງຕ້ອງມີການສຶກສາກ່ຽວກັບຈິດຕະສາດ ແລະ ພຶດຕິກຳຂອງຜູ້ຢູ່ອາໄສໃນຕົວເມືອງ ເພື່ອສ້າງສ້າງສະຖານທີ່ ຫລື ສະພາບແວດລ້ອມສິ່ງປຸກສ້າງຂອງຕົວເມືອງໃຫ້ສອດຄ່ອງກັບຈຸດພິເສດແລະຄວາມຕ້ອງການຂອງຜູ້ຢູ່ອາໄສກໍ່ຄືຊາວເມືອງ. ໃນປະຈຸບັນ.  
8.  
ການວາງແຜນຜັງເມືອງ ກັບ ປະສິດທິພາບຂອງຕົວເມືອງ: ຕົວເມືອງ ເປັນບ່ອນສະຫນອງສິ່ງອຳນວຍຄວາມສະດວກແກ່ຊາວເມືອງ. ປະສິດທິພາບຂອງການບໍລິການຂອງຕົວເມືອງ ຂຶ້ນຢູ່ກັບອັດຕາສ່ວນການລົງທຶນໃສ່ການພັດທະນາໂຄງລ່າງ ແລະ ການບໍລິການຕົວເມືອງ ກັບ ຜົນໄດ້ຮັບທາງດ້ານຄວາມປອດໄພ, ຄວາມສະດວກສະບາຍ, ສຸຂະອານາໄມ ຂອງສະພາບແວດລ້ອມສຳລັບການດຳລົງຊີວິດຂອງຕົວເມືອງ. ແນວຄິດຂອງການພັດທະນາຕົວເມືອງສະໄຫມໃຫມ່ເນັ້ນຫນັກການພັດທະນາຕົວເມືອງແບບກະທັດຮັດ ເພື່ອຍົກປະສິດທິພາບຂອງການບໍລິການຕົວເມືອງ ແລະ ຫລຸດຜ່ອນການນຳໃຊ້ທີ່ດິນ ແລະ ຊັບພະຍາກອນທຳມະຊາດ.  
 9.  
ການວາງແຜນຜັງເມືອງ ກັບ ການປົກປັກຮັກສາສິ່ງແວດລ້ອມ: ການພັດທະນາຕົວເມືອງ ແມ່ນດຳເນີນໄປຄຽງຄູ່ກັບການນຳໃຊ້ຊັບພະຍາກອນທຳມະຊາດ, ຕົວເມືອງເປັນບ່ອນເຕົ້າໂຮມຂອງກິດຈະກຳທາງດ້ານເສດຖະກິດ ແລະ ສັງຄົມ-ວັດທະນະທຳ ເຊິ່ງໄດ້ສ້າງສິ່ງເສດເຫລືອ ແລະ ມົນລະພິດທີ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມຂອງໂລກ, ຕົວເມືອງໃນສະຕະວັດທີ 21 ຈະຕ້ອງມີຄວາມຮັບຜິດຊອບຕໍ່ສະພາບແວດລ້ອມຂອງໂລກໂດຍລວມ. ແນວຄິດທິດສະດີ ແລະ ເຕັກໂນໂລຊີສີຂຽວ ກຳລັງໄດ້ຮັບການພັດທະນາເພື່ອສ້າງສະພາບແວດລ້ອມການດຳລົງຊີວິດທີ່ເປັນມິດກັບທຳມະຊາດ. 
10.  
ຜັງເມືອງ ກັບ ການພັດທະນາເຕັກໂນໂລຊີ: ຕົວເມືອງມີການພັດທະນາບົນພື້ນຖານຂອງຄວາມກ້າວຫນ້າທາງດ້ານເຕັກໂນໂລຊີ. ຕົວເມືອງບູຮານມີການກໍ່ສ້າງດ້ວຍວັດສະດຸທຳມະຊາດ ເປັນຕົ້ນແມ່ນ ຫີນ, ດິນ, ໄມ້. ການປະຕິວັດອຸດສາຫະກຳ ສົ່ງຜົນໃຫ້ຮູບໂສມຂອງຕົວເມືອງມີການປ່ຽນແປງ ເຫລັກ ແລະ ຄອນກຣີດ ເຮັດໃຫ້ມີຄວາມເປັນໄປໄດ້ໃນການສ້າງຕຶກອາຄານສູງ, ເຕັກໂນໂລຊີການກໍ່ສ້າງ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ໄດ້ເຮັດໃຫ້ຕົວເມືອງໃນສະຕະວັດທີ 21 ມີການປ່ຽນແປງຢ່າງຕໍ່ເນື່ອງ.  
 11. 
 ເຄື່ອງມືໃນການຈັດຕັ້ງປະຕິບັດຜັງເມືອງ: ການວາງແຜນຜັງເມືອງຈະຕ້ອງໄປຄຽງຄູ່ກັບເຄື່ອງມືໃນການຈັດຕັ້ງປະຕິບັດ, ເຮົານຳໃຊ້ເຄື່ອງມືນິຕິກຳ ໃນການຄວບຄຸມ, ໃຊ້ເຄື່ອງມືທາງດ້ານເສດຖະກິດ-ສັງຄົມໃນການກະຕຸ້ນສົ່ງເສີມ. ຮູບແບບຂອງນິຕິກຳຄວບຄຸມການພັດທະນາ ປະກອບດ້ວຍ: ລະບຽບການປຸກສ້າງ ທີ່ຄວບຄຸມຄວາມຫນາແຫນ້ນ ຕາມການແບ່ງເຂດການນຳໃຊ້ທີ່ດິນ (Zoning) ຂອງຕົວເມືອງ, ລະບຽບຄວບຄຸມລັກສະນະການອອກແບບອາຄານ (Form Based Code), ລະບຽບຄວບຄຸມມາດຕະຖານຄວາມປອດໄພ ແລະ ສຸຂະອານາໄມຂອງອາຄານ (Building Code).  
 12.  
ວິທີການວາງແຜນຜັງເມືອງ ກັບ ການກ້າວສູ່ການວາງແຜນແບບຮອບດ້ານ ເພື່ອການພັດທະນາທີ່ປະສານກົມກຽວ ແລະ ຍືນຍົງ: ໃນເງື່ອນໄຂການປ່ຽນແປງຂອງເງື່ອນໄຂແວດລ້ອມຂອງການພັດທະນາ ແລະ ຫັນເປັນສາກົນຢ່າງວ່ອງໄວ ການວາງແຜນພັດທະນາຕົວເມືອງຈຶ່ງຕ້ອງມີລັກສະນະກວມລວມຮອບດ້ານ ດ້ວຍເຫດນັ້ນ ຈຶ່ງຕ້ອງມີການການປະສານສົມທົບລະຫວ່າງຂະແຫນງການຕ່າງໆໃນການພັດທະນາ, ການມີສ່ວນຮ່ວມຂອງປະຊາຊົນທີ່ກຳລັງຫລັກໃນສັງຄົມ, ການຮ່ວມມືລະຫວ່າງຊາດສຳລັບບັນຫາທີ່ສົ່ງຜົນໃນລະດັບພູມີພາກ.   
13.  
ຜັງເມືອງໃນອາຊີ ແລະ ໃນໂລກ: ສະຕະວັດທີ 20 ເປັນສະຕະວັດທີ່ໂລກມີການຂະຫຍາຍຕົວທາງດ້ານປະຊາກອນຢ່າງກະໂດດຂັ້ນ ໃນປີ 2050 ປະຊາກອນຂອງໂລກຈະເພີ່ມຂຶ້ນ 2 ເທົ່າ ໃນນັ້ນຫລາຍກວ່າ 50 ສ່ວນຮ້ອຍແມ່ນອາໄສຢູ່ໃນຕົວເມືອງ, ຕົວເມືອງໄດ້ມີການປ່ຽນແປງໃນທຸກດ້ານ. ແນວຄິດຜັງເມືອງແບບຕາເວັນຕົກໄດ້ມີອິດທິພົນຕໍ່ການພັດທະນາຕົວເມືອງສະໄຫມໃຫມ່ໃນທົ່ວໂລກ.
 14.  
ທັດສະນະກ່ຽວກັບອະນາຄົດຂອງຜັງເມືອງໃນ ສປປ ລາວ: ສະຕະວັດທີ 21 ເປັນສະຕະວັດທີມີການທົບທວນທິດທາງໃນການພັດທະນາທີ່ຜ່ານມາ, ເກີດກະແສຄວາມຫ່ວງໄຍຕໍ່ສິ່ງແວດລ້ອມຂອງໂລກ, ຄຸນນະພາບຊີວິດສັງຄົມ-ວັດທະນະທຳ, ການຮ່ວມມືໃນການພັດທະນາ. ຢູ່ໃນ ສປປ ລາວ ໄດ້ກຳນົດຍຸດທະສາດການພັດທະນາຕົວເມືອງແຕ່ນີ້ ຮອດປີ 2020 ໂດຍກຳນົດລະບົບຕາຫນ່າງຂອງຕົວເມືອງໃຫຍ່, ຕົວເມືອງອັນດັບ 2, ຕົວເມືອງນ້ອຍ ແລະ ບັນດາກຸ່ມບ້ານ.


No comments:

Post a Comment

Note: Only a member of this blog may post a comment.