ເວບໄຊທ໌ນີ້ ແມ່ນການທົດລອງສິດສອນແບບທາງໄກ ສຳລັບວິຊາ "ຜັງເມືອງເບື້ອງຕົ້ນ" ທີ່ຈັດໂດຍພາກວິຊາສິ່ງແວດລ້ອມ-ຜັງເມືອງ, ຄະນະວິຊາສະຖາປັດຕະຍະກຳສາດ, ມະຫາວິທະຍາໄລແຫ່ງຊາດ. ກຸ່ມເປົ້າຫມາຍຂອງວິຊານີ້ແມ່ນນັກສຶກສາລະດັບປະລິນຍາຕີ ໃນສາຂາສະຖາປັດຕະຍະກຳສາດ, ວິທະຍາການອາຄານ, ວິສະວະກຳໂຍທາ, ການວາງແຜນ-ອອກແບບສະພາບແວດລ້ອມຜັງເມືອງ, ວິສະວະກຳສິ່ງແວດລ້ອມ, ການຄຸ້ມຄອງສິ່ງແວດລ້ອມ ແລະ ສາຂາອື່ນໆທີ່ໄກ້ຄຽງກັນ. ນັກສຶກສາກຸ່ມເປົ້າຫມາຍຂ້າງເທິງທີ່ຕ້ອງການລົງຮຽນເພື່ອເກັບຫນ່ວຍກິດວິຊານີ້ ກະລຸນາພົວພັນ ແລະ ແຈ້ງຄວາມຕ້ອງການທີ່ພາກວິຊາ ຫລື ຄະນະວິຊາທີ່ທ່ານສັງກັດ. ສຳລັບນັກສຶກສາຈາກມະຫາວິທະຍາໄລອື່່ນ ນອກຈາກມະຫາວິທະຍາໄລແຫ່ງຊາດ ຫລື ຜູ້ອື່ນໆທີ່ສົນໃຈຕິດຕາມ ຫລື ສັງເກດການການຮຽນການສອນວິຊານີ້ ສາມາດສະຫມັກໄດ້ໂດຍບໍ່ເສຍຄ່າລົງທະບຽນໃດໆ ພຽງແຕ່ຂຽນອີເມລເຖິງ: <ue.foar.nuol@gmail.com> ໂດຍໃສ່ຫົວຂໍ້ວ່າ: "Register for Introduction of Urbanism" ແລະແຈ້ງຊື່ ແລະ ນາມສະກຸນຂອງທ່ານ, ພ້ອມທັງທີ່ຢູ່ອີເມລຂອງທ່ານ. ເວບໄຊທ໌ຂອງຫລັກສູດວິຊານີ້ ຈະເຂົ້າເບິ່ງໄດ້ສະເພາະຜູ້ທີ່ມີອີເມລ ແລະ ໄດ້ສະຫມັກເປັນສະມາຊິກເທົ່ານັ້ນ.
This is a trial delivery of distant-learning course on "Introduction to Urbanism" offered by the Department of Urban Environment, Faculty of Architecture, National University of Laos. Target groups of this course are bachelor students in field of architecture, building technology, civil engineering, urban environmental planning and design, environmental engineering, environmental management and similar fields. Students of the field mentioned above can register this course by contacting their affiliated department and/or faculty. For students from other universities rather than National University of Laos and those who are interested can also register as a member of this course for free by emailing to: <ue.foar.nuol@gmail.com> with entitling your email with subject: "Register for Introduction of Urbanism" and let us know your full name and E-mail. This course will be available for those who have E-mail and registered as members only.